ຍິປຸ່ນຊ່ອຍຊີ້ແນະສິດນໍາໃຊ້ ທີ່ດິນ
2014.12.04

ອົງການ ອາສາສມັກ ຍິປຸ່ນ ສນັບສນູນ ຊາວບ້ານ ໃນ ປະເທດ ລາວ ໃຫ້ຮູ້ຈັກ ສິດ ນຳໃຊ້ ທີ່ດິນ ຂອງ ຕົນເອງ ດ້ວຍການ ສະ ແດງ ລະຄອນ ເປັນສື່ກາງ ເພື່ອ ໃຫ້ຄວາມຮູ້ ແກ່ ຊາວບ້ານ.
ສຳນັກ ຂ່າວ ເດິ ເຈແປນ ທາມ ນິວສ ຣາຍງານ ວ່າ ການໃຫ້ ຄວາມຮູ້ ແກ່ ຊາວບ້ານ ກໍເພື່ອໃຫ້ ເຂົາເຈົ້າ ເຂົ້າໃຈ ຣະບຽບ ກົດໝາຍ ແລະ ເພື່ອໃຫ້ ເຂົາເຈົ້າ ມີ ອະນາຄົດ ທີ່ ດີຂຶ້ນ.
ໃນ ປີນີ້ ອົງການ ດັ່ງກ່າວ ໃຊ້ເງິນ ປະມານ 100,000 ເຢນ (ສະກຸນເງິນ ຍິປຸນ) ທີ່ ໄດ້ມາຈາກ ກອງທຶນ ຂອງ ຜູ້ອ່ານ ໜັງສືພິມ ເດິ ເຈແປນ ທາມ ນິວສ ເຂົ້າໃນການ ໃຫ້ ຄວາມຮູ້ ເຣື້ອງສິດ ນຳໃຊ້ ທີ່ດິນ ຕາມ ກົດໝາຍ ໃຫ້ ປະຊາຊົນ ຢູ່ເຂດ ເມືອງພິນ ແລະ ເມືອງ ອາດສະພັງທອງ ແຂວງ ສວັນນະເຂດ.
ຂ່າວຍັງໄດ້ ຣາຍງານ ອີກວ່າ ປະເທດ ລາວ ບໍ່ມີ ອຸດສາຫະກັມ ເປັນ ຂອງຕົນເອງ ສະນັ້ນ ຣາຍຮັບ ສ່ວນນຶ່ງ ແມ່ນ ມາຈາກ ການໃຫ້ ສຳປະທານ ທີ່ດິນ ແກ່ ນັກລົງທຶນ ຕ່າງ ປະເທດ ຕາມ ນະໂຍ ບາຍ ການຫັນ ດິນ ເປັນທຶນ.
ທີ່ດິນ ຢູ່ໃນ ປະເທດລາວ ທີ່ ອຸດົມສົມ ລວມມີ ປ່າໄມ້ ແລະ ທີ່ດິນ ຜລິດ ກະສິກັມ ຊຶ່ງ ບໍ່ພຽງແຕ່ ມີຄວາມ ຈຳເປັນ ຕໍ່ ປະຊາຊົນ ທ້ອງ ຖິ່ນ ໃນການ ຫາ ລ້ຽງຊີບ ແຕ່ ຍັງເປັນ ການຮັກສາ ວັທນະທັມ ຮີດຄອງ ປະເພນີ ອີກດ້ວຍ.
ປັດຈຸບັນ ເຖີງວ່າ ປະເທດລາວ ຈະມີ ກົດໝາຍ ວ່າດ້ວຍ ປ່າໄມ້ ແລະ ທີ່ດິນ ເພື່ອ ຄວບຄຸມ ການຕັດໄມ້ ກໍຕາມ ແລະ ການໃຫ້ ສຳປະ ທານ ທີ່ດິນ ກໍຕາມ ແຕ່ ເຈົ້າໜ້າທີ່ ທາງການ ກໍຍັງ ບໍ່ສາມາດ ບັງຄັບ ໃຊ້ ກົດໝາຍ ດັ່ງກ່າວ ໄດ້ ຢ່າງ ເຕັມທີ່, ຈຶ່ງ ເກີດມີການ ຕັດໄມ້ ແລະ ການ ສຳປະທານ ທີ່ດິນ ໃຫ້ ນັກລົງທຶນ ແບບ ຊະຊາຍ.