ເມື່ອວັນທີ 18 ກັນຍາ ຜ່ານມາ ຢູ່ໜ້າບໍຣິສັດ SK ສຳນັກງານໃຫຍ່ ປະເທດເກົາຫລີໃຕ້ ກຸ່ມເຄືອຂ່າຍພາກປະຊາສັງຄົມ ເກົາຫລີໃຕ້ ແລະໄທ ຮຽກຮ້ອງໃຫ້ບໍຣິສັດ SK ຮັບຜິດຊອບຕໍ່ເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແລະອອກມາຊີ້ແຈງ ເຫດການທີ່ເກີດຂຶ້ນ ໃຫ້ສັງຄົມໄດ້ຮັບຮູ້ສາເຫດທີ່ແທ້ຈິງ. ດັ່ງ ນາງ YUN JI YOUNG ອົງການ Peace MOMO ປະເທດເກົາຫລີໃຕ້ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 18 ກັນຍາ ວ່າ:
"ອົງການພາກປະຊາສັງຄົມ ເກົາຫລີໃຕ້ ຕ້ອງການໃຫ້ບໍຣິສັດ SK ສະແດງຄວາມຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນ, ດັ່ງນັ້ນຈຶ່ງຕ້ອງການ ໃຫ້ບໍຣິສັດ SK ຕອບຮັບຂໍ້ຮຽກຮ້ອງ ໃນການຂໍເຂົ້າພົບໃນຣະວ່າງ ທີ່ກຸ່ມເຄືອຂ່າຍ ຈາກກັມພູຊາ ແລະໄທ ເດີນທາງມາ ເກົາຫລີໃຕ້ ແຕ່ທາງບໍຣິສັດ ປະຕິເສດຂໍ້ຮຽກຮ້ອງ ດັ່ງກ່າວ ແລະ ບໍ່ຕອບກັບຄຳຖາມໃດໆ ທີ່ສົ່ງໄປໃຫ້, ດັ່ງນັ້ນ ເຮົາຈຶ່ງຕ້ອງການໃຫ້ ບໍຣິສັດ SK ຮັກສາຂໍ້ຮຽກຮ້ອງ ແລະຄຳຖາມ ແລະຕອບກັບມາຍັງອົງການ ຂອງພວກເຮົາ."
ນາງກ່າວຕື່ມວ່າ ກ່ອນໜ້ານີ້ ເຄືອຂ່າຍພາກປະຊາສັງຄົມ ຈາກຫລາຍປະເທດເປັນຕົ້ນ ປະເທດເກົາຫລີໃຕ້ ປະເທດໄທ ແລະປະເທດ ກັມພູຊາ ຮຽກຮ້ອງໃຫ້ຜູ້ບໍຣິຫານ ບໍຣິສັດ SK ເຂົ້າຮ່ວມງານສົນທະນາ ແລະ ຕອບຄຳຖາມກ່ຽວກັບ ຜົລກະທົບຂອງ ເຂື່ອນ ເຊປຽນ- ເຊນໍ້ານ້ອຍ ແຕກ ແລະ ການຊົດເຊີຍຜົລກະທົບໄລຍະຍາວ ໃນວັນທີ 19 ກັນຍາ 2018 ນີ້ ທີ່ມະຫາວິທຍາໄລ ໂຊກັງ ກຸງໂຊນ ປະເທດເກົາຫລີໃຕ້ ແຕ່ທາງບໍຣິສັດ ກໍ່ປະຕິເສດໃນການເຂົ້າຮ່ວມ.
ການຖແລງການຢູ່ໜ້າບໍຣິສັດ SK ໃນວັນທີ 18 ກັນຍາ ນີ້ ຍັງເຄື່ອນໄຫວກົດດັນ ບໍຣິສັດ SK ເນື່ອງຈາກຜ່ານມາຍັງບໍ່ເຫັນ ບໍຣິສັດ ສະແດງຄວາມຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນ ແລະ ຍັງຕັ້ງຄຳຖາມອີກວ່າ ສາເຫດຂອງເຂື່ອນແຕກຄັ້ງນີ້ ເປັນຍ້ອນ ການສ້າງເຂື່ອນ ທີ່ບໍ່ໄດ້ມາຕຖານຂອງທີມເກົາຫລີ ຫລືບໍ່.
ນອກຈາກນັ້ນໃນຂໍ້ຮຽກຮ້ອງຍັງໃຫ້ ບໍຣິສັດ SK ຈະຕ້ອງຮັບຜິດຊອບ ຕໍ່ເຫດການເຂື່ອນແຕກ ແລະ ຈ່າຍເງີນຄ່າຊົດເຊີຍ ໃຫ້ປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ກວ່າ 6 ພັນຄົນ ໄດ້ຮັບຜົລກະທົບ ແບບໄລຍະຍາວ ແລະ ຍືນຍົງ.
ເຖິງຢ່າງໃດກໍຕາມ, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ກ່າວຢູ່ໃນກອງປະຊຸມ World Economic Forum ທີ່ນະຄອນຫຼວງ ຮາໂນຍ ປະເທດວຽດນາມ ເມື່ອວັນທີ 11-13 ກັນຍາ 2018 ທີ່ຜ່ານມາ ຕອນນຶ່ງວ່າ:
ເຂື່ອນທີ່ຫາກໍ່ແຕກ ຢູ່ເຂື່ອນເຊປຽນ ເຊນ້ຳນ້ອຍ ກຳລັງກໍ່ສ້າງຢູ່ຍັງບໍ່ທັນສຳເຣັດ ແຕ່ວ່າ ມັນແຕກໄປຊາກ່ອນ ຂ້າພະເຈົ້າວ່າ ແນ່ນອນ ຕ້ອງເປັນຜົນກະທົບທາງລົບ ໃຫ້ແກ່ການພັທນາ ເຂື່ອນໄຟຟ້າຢູ່ລາວ ແນ່ນອນ ແຕ່ວ່າ ຂ້າພະເຈົ້າ ປະຊາຊົນ ກໍຄື ປະຊາຄົມໂລກ ວ່າ ຕໍ່ໄປນີ້ ການສ້າງເຂື່ອນ ໃນລາວ ຕ້ອງໄດ້ຮັບການສຶກສາ ໃຫ້ຖີ່ຖ້ວນທີ່ສຸດ.
ອັບເດດຫລ້າສຸດ:
ສຳລັບຕົວເລກຜູ້ຫາຍສາບສູນ ມີການປ່ຽນແປງ. ອີງຕາມການຣາຍງານຫລ້າສຸດ ຂອງ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ, ຕົວເລກຜູ້ເສັຍຊີວິດແມ່ນ 40 ຄົນ ໃນນັ້ນມີເສັຍຊີວິດຢູ່ໂຮງໝໍ 6 ຄົນ ໃນຂນະທີ່ຕົວເລກ ຜູ້ທີ່ຍັງຫາຍສາບ ເຫລືອພຽງ 32 ຄົນ ຊຶ່ງຈະຕ່າງຈາກຣາຍງານ ໃນເບື້ອງຕົ້ນ ວ່າມີຜູ້ຫາຍສາບສູນ 131 ຄົນ ຍ້ອນວ່າ ໃນນັ້ນເຈົ້າໜ້າທີ່ ຍັງບໍ່ສາມາດສລຸບ ຈຳນວນພົລໄດ້ ແລະ ປະຊາຊົນ ກໍຢູ່ແບບກະຈັກກະຈາຍ ແລະ ບາງກໍຣະນີ ຣາຍຊື່ ກໍຊ້ຳກັນ.