ຄວາມໂປ່ງໃສໃນລາວ ຄືບໜ້າ

ສິດນີ
2017.01.26
f-laos ສປປລາວ ມີຄວາມຄືບໜ້າ ໃນຄວາມໂປ່ງໃສ
Public Domain

ອົງການຄວາມໂປ່ງໃສສາກົນ ຫລື Transparency International ໄດ້ຈັດອັນດັບ ຄວາມໂປ່ງໃສ ທຸກປະເທດ ໃນໂລກ ມີທັງໝົດ 176 ປະເທດ ໃນປີ 2016.

ສຳລັບ ສປປລາວ ແລ້ວໃນປີ 2016 ຖືກຈັດຢູ່ໃນອັນດັບ ປະເທດ ທີ 123 ຈາກທັງໝົດ 176 ປະເທດ, ຊຶ່ງປະເທດລາວ ມີຄະແນນລວມ 30 ຄະແນນ ຖືວ່າດີກວ່າ ປີ 2014 ແລະ 2015 ຊຶ່ງໃນປີ 2014-15 ສປປລາວ ຖືກຈັດຢູ່ ໃນອັນດັບທີ 139 ແລະ ໄດ້ຄະແນນສະເລັ່ຽ 25 ຄະແນນ.

ຍ້ອນວ່າໃນປີ 2016 ສປປລາວ ໄດ້ມີການປ່ຽນແປງ ຣັຖບານໃໝ່, ປັບປຸງ ນິຕິກັມໃໝ່ ອອກຄຳສັ່ງຫ້າມ ສົ່ງອອກໄມ້, ກວດກາ ການໃຫ້ ສຳປະທານ ໂຄງການພັທນາ ການສົ່ງຣົດຫລູ ຂອງຜູ້ນຳຂັ້ນສູງ ໃຫ້ເປັນຊັບສິນ ຂອງ ຣັຖ ແລະປາບປາມ ການສໍ້ຣາສ ບັງຫລວງ ໂດຍມີ ການສືບສວນ ເຈົ້າຫນ້າທີ່ຣັດ ຫຼາຍຄົນໃນນັ້ນ 71 ຄົນ ຖືກຂໍ້ຫາ ສໍ້ຣາສບັງຫລວງ ຜົລຂອງການສືບສວນ ພົບວ່າ 25 ຄົນ ໃນນັ້ນຖືກສົ່ງ ຂຶ້ນສານ ດຳເນີນຄະດີ ແລະມີຫຼາຍຄົນ ຖືກລົງໂທດ.

ອັນດັບຄະແນນ ແມ່ນເລີ້ມແຕ່ 0 ຫາ 100 ຊຶ່ງປະເທດໃດ ໄດ້ຄະແນນ 0 ຖືວ່າເປັນປະເທດ ທີ່ມີການ ສໍ້ຣາສບັງຫຼວງ ຫຼາຍທີ່ສຸດໃນໂລກ ແລະ ປະເທດໃດ ໄດ້ຄະແນນ ສູງທີ່ສຸດ ກໍຖືວ່າ ເປັນປະເທດ ທີ່ໂປ່ງໃສ ທີ່ສຸດໃນໂລກ.

ສະເພາະໃນປີ 2016 ປະເທດທີ່ມີ ຄວາມໂປ່ງໃສ ທີ່ສຸດໃນໂລກ ແມ່ນ ປະເທດ ເດັນມາກ ມີຄະແນນ 90 ຄະແນນ. ໃນເອເຊັຽ ປະເທດທີ່ ໂປ່ງໃສ ກວ່າຫມູ່ແມ່ນ ປະເທດ ສິງກະໂປ ເປັນອັນດັບນຶ່ງ ໃນເອເຊັຽ ແລະ ກໍເປັນອັນດັບ 7 ໃນໂລກ ມີຄະແນນລວມ 84 ຄະແນນ.

ສາມປະເທດທີ່ຢູ່ໃນອັນດັບສຸດທ້າຍ ແມ່ນ ປະເທດ ເກົາຫລີເໜືອ ຢູ່ໃນອັນດັບ ທີ 174 ມີຄະແນນລວາມ 12 ຄະແນນ, ປະເທດຊູດານໃຕ້ ຢູ່ໃນອັນດັບ ທີ 175 ມີຄະແນນລວມ 11 ຄະແນນ, ແລະ ປະເທດ ໂຊມາເລັຽ ຢູ່ໃນອັນດັບ ທີ 176 ມີຄະແນນ ລວມ 10 ຄະແນນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.