ຜູ້ນໍາລາວອີງເອື່ອຍຫາຈີນ ເພື່ອ ການພັທນາ
2014.07.31
ໃນວັນທີ 28 ກໍຣະກະດາ 2014 ປະທານ ປະເທດຈີນ ທ່ານ ຊີ ຊີນປິງ ໄດ້ ພົບປະຫາລື ກັບ ປະທານ ປະເທດລາວ ທ່ານ ຈູມມະລີ ໄຊຍະສອນ ທີ່ ກຸງປັກກິ່ງ ກ່ຽວກັບ ຄວາມຮ່ວມມື ແລະ ການຊ່ອຍເຫລືອ ຕ່າງໆ ຂອງຈີນ ທີ່ ມີຕໍ່ ສປປລາວ.
ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດລາວ ເວົ້າວ່າ ລາວ ແລະ ຈີນ ໄດ້ ຢ້ຳເສັ້ນທາງ ສັງຄົມນິຍົມ ເປັນຫລັກ ໃນ ການຮ່ວມມື ປະເພດຕ່າງໆ ທີ່ ສອງປະເທດ ໄດ້ ປະຕິບັດ ກັນມາ ເປັນເວລາ ດົນນານ ໃນການສ້າງສາ ພັທນາ ປະເທດຊາດ. ຄວາມສຸກທຸກ ຄວາມ ຫຍຸ້ງຍາກ ສັບສົນ ຄວາມຮູ້ສຶກ ຊື່ງກັນແລະກັນ ແລະ ການສ້າງ ຜົລປໂຍດ ຮ່ວມກັນ ທັງສອງ ຝ່າຍ ຮູ້ຈັກກັນດີ.
ທ່ານ ຈູມມະລີ ກ່າວອີກວ່າ ຣັຖບານລາວ ຂໍສະແດງ ຄວາມຂອບໃຈ ທີ່ ໄດ້ຮັບການ ສນັບສນູນ ອຸ້ມຊູ ຈາກ ພັກແລະ ຣັຖບານຈີນ ມາ ຕລອດ ແລະ ຈະຮຽນຮູ້ ຈາກ ປະສົພການ ຂອງຈີນ ໃນ ການສ້າງສາ ພັທນາ ປະເທດຊາດ ແລະ ພັກຣັຖ ໃຫ້ມີ ປະສິດທິພາບ ຫລາຍ ຂື້ນ ຮ່ວມທັງ ຈະຊຸກຍູ້ ສາຍພົວພັນ ຣະຫວ່າງ ລາວກັບຈີນ ໃຫ້ ແຫນ້ນແຟ້ນ ຂື້ນກວ່າເກົ່າ.
ທ່ານ ຊີ ຊີນປີງ ແລະ ທ່ານ ຈູມມະລີ ໄຊຍະສອນ ໄດ້ຮ່ວມກັນ ເປັນ ສັກຂີພິຍານ ໃນການ ລົງນາມ ຂໍ້ຕົກລົງ ການຮ່ວມມື ດ້ານເສຖກິດ ແລະ ເທັກໂນໂລຈີ ຣະຫວ່າງ ສອງປະເທດ. ຜູ້ນຳ ລາວ ຫວັງວ່າ ຈີນ ຈະສືບຕໍ່ ໃຫ້ການ ຊ່ອຍເຫລືອ ສປປລາວ ໃນ ການພັທນາ ໂຄງ ການ ທາງຣົຖໄຟ ຄວາມໄວສູງ, ການກະເສດ, ດ້ານ ເຄືອຂ່າຍ ອິນເຕີແນັດ (network) ເທັກໂນໂລຈີ ແລະ ໂຄງການ ອື່ນໆຕໍ່ໄປ.