ລາວ-ວຽດນາມຈັດຣະບຽບຄົນ ເຂົ້າເມືອງ

ທົ່ງນາປູກເຂົ້າ ຂອງຊາວວຽດນາມ ໃນລາວ
ທົ່ງນາປູກເຂົ້າ ຂອງຊາວວຽດນາມ ໃນລາວ (Viet to Laos)

0:00 / 0:00

ບັນຫາຊາວວຽດນາມຍ້າຍຖິ່ນຖານຫລືຂ້າມມາຢູ່ໃນດິນລາວ ແລ້ວແຕ່ງງານກັບຄົນລາວ ແລະຊາວລາວຍ້າຍເຂົ້າໄປຢູ່ໃນວຽດນາມແຕ່ງງານ ກັບຄົນວຽດນາມ ໂດຍບໍ່ມີເອກກະສານຖືກຕ້ອງຕາມກົດໝາຍ ໄດ້ເປັນບັນຫາທີ່ມີຂຶ້ນມາໄດ້ ຫຼາຍປີແລ້ວ. ສອງປະເທດໄດ້ພຍາຍາມ ແກ້ໄຂ ມາຕລອດ. ຕາມລາຍງານຂ່າວໜັງສືພິມ ຍານດານ.

ເມື່ອວັນທີ່ 6 ມົກຣາຜ່ານມານີ້ ນາຍົກຣັຖມົນຕຣີວຽດນາມ ທ່ານ Nguyen Tan Dung ໄດ້ອະນຸມັດໂຄງການ ຈັດຕັ້ງປະຕິບັດ ຂໍ້ຕົກລົງ ຣະຫ່ວາງ 2 ຣັຖບານລາວແລະວຽດນາມ ທີ່ລົງນາມກັນເມື່ອວັນທີ່ 8 ກໍຣະກະດາ ປີ 2013 ເພື່ອ ແກ້ໄຂບັນຫາການເຄື່ອນຍ້າຍແບບເສຣີ ແລະ ການແຕ່ງງານທີ່ ບໍ່ຖືກຕ້ອງຕາມກົດໝາຍ ຢູ່ຕາມຊາຍແດນ. ໃນໂຄງການນີ້ ເຈົ້າໜ້າທີ່ທັງສອງຝ່າຍຈະລົງໄປສໍາຣວດໂຕຈິງ ພາຍໃນ 10 ເດືອນຕໍ່ໆໄປ ເພື່ອກໍານົດວ່າ ຄູ່ຜົວເມັຽໃດ ມີເງື່ອນໄຂຢູ່ໃນ ປະເທດ ແລະຜູ້ໃດບໍ່ມີເງື່ອນໄຂ ຈະຕ້ອງສົ່ງກັບຄືນປະເທດເດີມ ຂອງຕົນ.

ຣາຍງານວ່າພາຍໃນ 3 ເດືອນຕໍ່ໜ້ານີ້ ທາງການຈະໃຫ້ສັຕຍາບັນລາຍຊື່ ຜູ້ທີ່ເຂົ້າປະເທດແບບເສຣີ ແລະ ຜູ້ທີ່ແຕ່ງງານໂດຍທີ່ອໍານາດການ ປົກຄອງ ຢູ່ຕາມຊາຍແດນ ບໍ່ຮັບຮູ້ ແລະພາຍໃນ 20 ເດືອນ ອໍານາດການປົກຄອງທ້ອງຖິ່ນຕ້ອງ ສ້າງເງື່ອນໄຂໃຫ້ຜູ້ທີ່ໄດ້ຮັບອະນຸຍາດນັ້ນ ມີສິດຢູ່ໃນປະເທດໄດ້, ອະນຸມັດສັນຊາຕຂອງປະເທດທີ່ເຂົາອາໄສຢູ່, ໃຫ້ສິດທິພົລເມືອງ, ອອກໃບອະນຸຍາດແຕ່ງງານໃຫ້, ແລະເອກສານ ອື່ນໆທີ່ສອດຂ່ອງ ກັບກົດໝາຍປັດຈຸບັນຂອງປະເທດນັ້ນ.

ຕາມສະຖິຕິເບື້ອງຕົ້ນຂອງສອງປະເທດນັ້ນ ມີຊາວວຽດນາມ 7,066 ຄົນທີ່ເຂົ້າໄປໃນລາວ ໂດຍບໍ່ມີເອກສານຖືກຕອງ, 679 ຄົນແຕ່ງງານ ກັບຄົນລາວ ແບບບໍ່ຖືກກົດໝາຍ, ໃນຂນະດຽວກັນ ມີຊາວລາວ 4,535 ຄົນ ຍ້າຍເຂົ້າໄປຢູ່ ໃນວຽດນາມແລະ 1,385 ຄົນ ແຕ່ງງານກັບ ຊາວວຽດນາມ ແບບບໍ່ຈົດທະບຽນ.