ເຂດແດນລາວ-ວຽດນາມຈະແລ້ວ ປີນີ້

ສົມເນ
2015.02.12
f-default ລາວ ແລະ ວຽດນາມ ຈະປັກຫລັກ ໝາຍເຂດ ຊາຍແດນ ໃຫ້ແລ້ວ ໃນປີນີ້
RFA

ການປະຊຸມ ຂອງ ຄນະ ຜູ້ແທນ ບັນຫາ ຊາຍແດນ ລາວ-ວຽດນາມ ປະຈໍາ ປີ ຄັ້ງທີ 24 ຢູ່ ນະຄອນ ຫລວງ ວຽງຈັນ ຈາກ ວັນທີ 10 ຫາ 12 ກຸມພາ 2015 ຕົກລົງ ກັນວ່າ ຈະປັກ ຫລັກ ເຂດໝາຍ ຊາຍແດນ ໃຫ້ ໄດ້ຫຼາຍຂື້ນ ແລະ ປັບປຸງ ຫລັກເກົ່າ ທີ່ ມີຢູ່ ໃຫ້ແລ້ວ ພາຍ ໃນ ປີ 2015. ຕາມ ຣາຍງານ ຂ່າວ  ຂອງ ວຽດນາມ ແລະ ໜັງສືພິມ ທາງການ ລາວ.

ຣາຍງານ ແຈ້ງວ່າ ສອງຝ່າຍ ຕົກລົງ ປັກຫລັກ ໝາຍ ເພີ້ມ ແລະ ເຫັນດີນໍາ ຜົນ ຂອງການ ສໍາຣວດ ການ ຄິດໄລ່ ຕໍາແໜ່ງ ຫລັກ ໝາຍ ຂອງ ຣະບົບ ຈີປີແອັສ ຊຶ່ງ ສາມາດ ບັນທຶກ 905 ຫລັກ ໃນ ຈໍານວນ 1,002 ຫລັກ ຊາຍແດນ ເຂົ້າຢູ່ໃນ ເອກກະສານ ທາງ ກົດໝາຍ.

ມີການ ຕົກລົງກັນ ວ່າ ວຽກງານ ທີ່ ຍັງຄ້າງຄາ ແລະ ເອກກະສານ ຈະໃຫ້ແລ້ວ ພາຍໃນ ເດືອນ ຕຸລາ ຮ່ວມທັງ ການ ລົງນາມ ສັນຍາ ສະບັບ ໃໝ່ ກ່ຽວກັບ ການ ຄຸ້ມຄອງ ເຂດຊາຍ ແດນ ແລະ ຈຸດຜ່ານ ຊາຍແດນ ຈະໃຫ້ແລ້ວ ພາຍໃນ ເດືອນ ທັນວາ ປີນີ້.

ບັນຫາ ນຶ່ງ ທີ່ ຊໍາເຮື້ອ ຄືບັນຫາ ການຕັ້ງ ຖິ່ນຖານ ຂ້າມແດນ ທີ່ ຜິດ ກົດໝາຍ ແລະ ບັນຫາ ການ ແຕ່ງງານ ທີ່ ບໍ່ຈົດ ທະບຽນ ແບບ ຖືກຕ້ອງ ຕາມ ກົດໝາຍ ຕາມເຂດ ຊາຍແດນ ຫ່າງໄກ, ໃນສອງ ບັນຫາ ນີ້ ຕ່າງຝ່າຍ ໄດ້ຕົກລົງ ກັນ ຈັດຕັ້ງ ປະຕິບັດ ຂໍ້ຕົກລົງ ຣະຫ່ວາງ ຣັຖບານ ເພື່ອໃຫ້ ແກ້ໄຂ. ພ້ອມກັນ ນັ້ນ ກໍໄດ້ ຕົກລົງ ເພີ້ມ ການຊີ້ນໍາ ປະສານ ງານ ຣະຫ່ວາງ ກະຊວງ ແລະ ພາກສ່ວນ ອື່ນໆ ໃນແຂວງ ອື່ນໆ ທີ່ ມີເຂດແດນ ຕິດກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.