ລາວ, ວຽດນາມ ເຊັນສັນຍາ ຮ່ວມມື ຮັດແໜ້ນ
2021.08.12

ໃນໂອກາດມາຢ້ຽມຢາມ ສປປລາວ ຢ່າງເປັນທາງການ ໃນມື້ວັນທີ 9 ແລະ ວັນທີ 10 ສິງຫາ 2021 ຕາມຄຳເຊີນຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງ ພັກປະຊາຊົນ ປະຕິວັດລາວ ປະທານປະເທດ, ທ່ານ ຫງວຽນ ຊວນ ຟຸກ ກັມມະການ ກົມການເມືອງ ສູນກາງພັກ ຄອມມິວນິສ ວຽດນາມ ປະທານປະເທດ ໄດ້ມີການເຊັນ ສັນຍາຮ່ວມກັນ 14 ສະບັບ ເພື່ອເພີ່ມທະວີ ການຮ່ວມມືຮອບດ້ານ ຣະຫວ່າງ ສອງປະເທດ ລາວແລະວຽດນາມ.
ໃນການພົບພໍ້ກັນ ສອງຝ່າຍເຫັນດີ ໃຫ້ບັນດາກະຊວງ, ຂແນງການທີ່ກ່ຽວຂ້ອງ ເອົາໃຈໃສ່ການຮ່ວມມືຫຼາຍດ້ານ ຊຶ່ງມີທັງດ້ານ ການເຊື່ອມໂຍງໂຄງຮ່າງພື້ນຖານ, ການທ່ອງທ່ຽວ, ການຮ່ວມມືທາງດ້ານ ພະລັງງານ, ດ້ານກະສິກັມສະອາດ ທີ່ສອງປະເທດມີ ທ່າແຮງ ແລະຈະເປັນພື້ນຖານ ສໍາຄັນໃຫ້ແກ່ການເຊື່ອມໂຍງພາກພື້ນ, ເປັນທ່າແຮງຂັບເຄື່ອນ ທາງດ້ານ ເສຖກິຈຂອງລາວ ແລະ ວຽດນາມ ໃນອະນາຄົດ, ໃນນັ້ນມີຫຼາຍໂຄງການສໍາຄັນ ເປັນຕົ້ນແມ່ນໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການຍົກຣະດັບ ທາງເລກ 8, ໂຄງການ ເສັ້ນທາງລົດໄຟວຽງຈັນ-ຫວຸງອາງ, ໂຄງການເກືອກາລີ, ໂຄງການທ່າເຮືອຫວຸງອາງ, ໂຄງການສນາມບິນ ໜອງຄ້າງ, ໂຄງການຊື້-ຂາຍໄຟຟ້າ ແລະອື່ນໆ.
ພາຍຫລັງການພົບພໍ້ສອງຝ່າຍ, ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຫງວຽນ ຊວນ ຟຸກ ໄດ້ເປັນສັກຂີພິຍານ ໃນການລົງນາມໃນ ເອກກະສານ ກ່ຽວກັບການຮ່ວມມື ສອງຝ່າຍ 14 ສະບັບ. ໃນນັ້ນມີ 7 ສະບັບ ເປັນຂອງພາກຣັຖຄື: ບົດບັນທຶກວ່າດ້ວຍໂຄງການ ກໍ່ສ້າງໂຮງຮຽນວັທນະທັມຊົນເຜົ່າກອງທັບ, ໜັງສືເຈດຈໍານົງວ່າດ້ວຍການຮ່ວມມືກອບກູ້ພັຍ ຣະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ ແລະວຽດນາມ; ບົດບັນທຶກເພີ່ມເຕີມ ແຜນການຮ່ວມມື ປະຈໍາປີ 2020 ຣະຫວ່າງ ກະຊວງປ້ອງກັນຄວາມສງົບ ລາວ ແລະ ວຽດນາມ; ບົດບັນທຶກການຮ່ວມມື ຣະຫວ່າງ ຫ້ອງວ່າການປະທານປະເທດ ໄລຍະ 2021-2025; ແຜນການຮ່ວມມື ປີ 2022 ຣະຫວ່າງສອງກະຊວງຍຸຕິທັມ ໃນຂົງເຂດກົດໝາຍ ແລະ ຍຸຕິທັມ; ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ສະກັດກັ້ນ, ຕ້ານ ຢາເສບຕິດ ຣະຫວ່າງ ສອງກະຊວງປ້ອງກັນຄວາມສງົບ, ຂໍ້ຕົກລົງຮ່ວມມືຣະຫວ່າງ ແຂວງໄຊສົມບູນ ແລະ ແຂວງບັກຢາງ. ພ້ອມກັນນັ້ນ ຍັງມີການແລກປ່ຽນ ເອກກະສານຮ່ວມມື ແລະ ມອບໃບອະນຸຍາດລົງທຶນ ໃຫ້ແກ່ພາກເອກກະຊົນ 7 ສະບັບ ນໍາດ້ວຍ.
ຂໍ້ຕົກລົງທີ່ວ່ານັ້ນມີ ກ່ຽວຂ້ອງກັບພາກເອກກະຊົນ ແລະຮວມທັງການສັມປະທານ ຂຸດຄົ້ນບໍ່ແຮ່ ຢູ່ເມືອງປາກກະດິງ ແຂວງບໍຣິຄໍາໄຊ, ບັນທຶກຄວາມເຂົ້າໃຈກັນ ກ່ຽວກັບ ການພັທນາ ເຂື່ອນໄຟຟ້າ ໃນແມ່ນໍ້າມ່າ ແຂວງຫົວພັນ, ຂໍ້ຕົກລົງຊື້ໄຟຟ້າຈາກ 4 ເຂື່ອນນໍ້າອູ ແລະ ນໍ້າງື່ມ ແລະ ການຊື້ໄຟຟ້າອື່ນໆ ແລະຂໍ້ຕົກລົງຂຸດຄົ້ນແຮ່ທາດຕ່າງໆ.
ໃນການພົບພໍ້ກັນ ຜູ້ນໍາທັງ 2 ຝ່າຍ ໄດ້ເນັ້ນເຖິງເຣື່ອງການປ້ອງກັນ ປະເທດ ແລະການປ້ອງ ກັນຄວາມສງົບ ເພື່ອຕ້ານກັບບັນຫາ ທ້າທາຍຕ່າງໆ ແລະອໍານວຍຄວາມສະດວກ ໃຫ້ແກ່ການພັທນາ.
ທ່ານ ທອງລຸນ ສີສຸລິດ ໄດ້ຂອບໃຈ ວຽດນາມ ທີ່ໃຫ້ການສນັບສນູນແກ່ລາວ ໃນຍາມທີ່ຫຍູ້ງຍາກ ທາງດ້ານເສຖກິດ, ໂດຍສະເພາະ ເຣື່ອງອຸປກອນການແພດ ແລະ ຜູ້ຊ່ຽວຊານ ເພື່ອຊ່ອຍລາວໂຕ້ຕອບ ເຊື້ອໂຄວິດ-19. ແລະຝ່າຍວຽດນາມ ກໍໄດ້ຕົກລົງ ທີ່ຈະໃຫ້ ການຊ່ອຍເຫລືອ ທາງດ້ານງົບປະມານ ໃນການກໍ່ສ້າງໂຮງຮຽນວິຊາຊີບ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ ມູນຄ່າ 5 ລ້ານໂດລາ ສະຫະຣັຖ.
ໃນໄລຍະ 6 ເດືອນຕົ້ນປີ 2021 ນີ້ ມູນຄ່າ ການຄ້າລາວ-ວຽດນາມ ເພີ່ມຂຶ້ນເປັນ 671 ລ້ານໂດລາ ສະຫະຣັຖ ຄືເພີ່ມຂຶ້ນ 36.5% ຫາກທຽບໃສ່ໄລຍະດຽວກັນ ຂອງປີກາຍ ເຖິງຈະມີ ການຣະບາດຂອງໂຄວິດ-19. ລາວໄດ້ຊື້ສິນຄ້າ ຈາກວຽດນາມ ເປັນມູນຄ່າ 329 ລ້ານໂດລາ ສະຫະຣັຖ ຄືເພິ່ມຂຶ້ນ 19% ທຽບໃສ່ໄລຍະ ດຽວກັນຂອງປີກາຍ.
ປັດຈຸບັນວຽດນາມລົງທຶນຢູ່ລາວ 414 ໂຄງການ ມູນຄ່າປະມານ 4.1 ຕື້ໂດລາສະຫະຣັຖ ຊຶ່ງສ່ວນໃຫຍ່ແມ່ນລົງທຶນ ດ້ານກະສິກັມ, ເຂື່ອນໄຟຟ້າ ແລະບໍ່ແຮ່ ຄື ເປັນປະເທດທີ 3 ທີ່ລົງທຶນຫລາຍໃນລາວ ຫລັງຈາກຈີນ ແລະ ໄທຍ.
ທ່ານ ຫງວຽນ ຊວນ ຟຸກ ໄດ້ເລືອກເອົາ ສປປລາວ ເປັນປະເທດທຳອິດ ໃນການເຄື່ອນໄຫວຕ່າງປະເທດ ໃນຕຳແໜ່ງປະທານ ປະເທດ ໃນຂນະທີ່ ສປປລາວ ກໍາລັງປະເຊີນກັບ ຄວາມຫຍຸ້ງຍາກ ທັງໃນດ້ານເສຖກິດ-ການເງິນ ແລະ ບັນຫາຢາເສບຕິດຢູ່ນີ້.
ທ່ານ ທອງລຸນ ເວົ້າວ່າ ວຽດນາມ ໄດ້ຊ່ອຍເຫລືອ ສປປລາວ ບໍ່ວ່າຈະເປັນການຊ່ອຍເຫລືອ ແບບປົກກະຕິ ເຂົ້າໃນການພັທນາ ໂຄງຮ່າງພື້ນຖານ, ຝຶກອົບຮົມບຸຄລາກອນ ຫຼືວ່າ ແບບສຸກເສີນ ໃນຍາມພັຍພິບັດ ແລະ ພຍາດຣະບາດ ຮວມທັງໄດ້ສົ່ງທີມແພດ ຊ່ຽວຊານ ແລະ ອຸປກອນການແພດ ມາຊ່ອຍໃນການສະກັດກັ້ນ ການແຜ່ຣະບາດ ຂອງໂຄວິດ-19 ຢູ່ລາວ.
ສອງຝ່າຍເຫັນພ້ອມນໍາກັນວ່າ ການພົວພັນຮ່ວມມື ທາງດ້ານການເມືອງ, ດ້ານຄວາມໝັ້ນຄົງ, ການຕ່າງປະເທດ, ເສຖກິດ-ການຄ້າ, ການລົງທຶນ, ວິທຍາສາດ-ເຕັກນິກ, ການສຶກສາ, ວັທນະທັມ-ສັງຄົມ ແລະທາງດ້ານອື່ນໆ ແມ່ນມີຄວາມຈໍາເປັນ ແລະສໍາຄັນຍິ່ງ ຂອງ ສອງປະເທດ ລາວ-ວຽດນາມ.
ແລະທັງສອງຝ່າຍ ເຫັນດີຮ່ວມກັນຈັດຕັ້ງ ສເລີມສລອງ ປີ ສາມັກຄີ ມິຕພາບ ໃນປີ 2022 ກໍຄືວັນສ້າງຕັ້ງສາຍພົວພັນການທູດ ລາວ-ວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນ ສົນທິສັນຍາ ມິຕພາບ ແລະການຮ່ວມມື ລາວ-ວຽດນາມ ຄົບຮອບ 45 ປີ.