ທາງການລາວ ແລະ ວຽດນາມ ຈະຮ່ວມກັນ ແກ້ໄຂບັນຫາທີ່ເກີດຂຶ້ນ ຕາມຊາຍແດນ ຣະຫວ່າງ ແຂວງເຊກອງ ແລະ ແຂວງເວ້ ແຕ່ຍັງພົບ ຄວາມຫຍຸ້ງຍາກຢູ່ ຍ້ອນວ່າ ເຈົ້າໜ້າທີ່ລາວ ບໍ່ສາມາດເຂົ້າໄປ ກວດກາໄດ້ ເພາະຍັງບໍ່ທັນມີ ຖນົນຫົນທາງ ເຂົ້າໄປເຖິງ ເຂດດັ່ງກ່າວ, ດັ່ງ ເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ກຸມພານີ້ວ່າ:
"ຣະຫວ່າງ ແຂວງທຽນເວ້ນີ້ນະ ການເຮັດວຽກ ໄດ້ເຊັນບົດບັນທຶກ ຮ່ວມກັນແລ້ວ ເຣື່ອງບັນຫາ ຢູ່ຊາຍແດນ ຫັ້ນນະນໍ ເພາະວ່າ ການເຄື່ອນໄຫວ ຕ້ອງໄດ້ມີ ການເຝົ້າລະວັງ ເປັນຕົ້ນແລ້ວ ແມ່ນວຽກງານ ກວດກາ ສະກັດກັ້ນ ການລັກລອບ ຂຸດຄົ້ນ ແລະ ການເຄື່ອນຍ້າຍນີ້ນະ ແຕ່ບ້ານເຮົາ ມັນກໍເປັນເຂດ ທີ່ວ່າໄກຫັ້ນແຫລະ ເສັ້ນທາງເຂົ້າບໍ່ຮອດ.”
ທ່ານກ່າວຕື່ມວ່າ ການຮ່ວມມືກັນ ແກ້ໄຂບັນຫາດັ່ງກ່າວ ແມ່ນເພື່ອສະກັດກັ້ນ ການລັກລອບຕັດໄມ້, ການລັກລ່າສັດປ່າ ແລະການເຄື່ອນຍ້າຍ ຂອງປະຊາຊົນ ຣະຫວ່າງ 2 ປະເທດ ຢູ່ນອກເຂດຊາຍແດນ ຂອງປະເທສຕົນເອງ, ຊຶ່ງທາງການ ຣະຫວ່າງ 2 ປະເທສ ຕ້ອງໄດ້ເຝົ້າ ຣະວັງຮ່ວມກັນ ແຕ່ກໍຍັງດີ ທີ່ວ່າ ບໍ່ມີບັນຫາ ທີ່ໜ້າກັງວົນໃດໆ ເກີດຂຶ້ນເທື່ອ:
”ບັນຫາ ມັນກໍບໍ່ຄ່ອຍ ເປັນຂະບວນປານໃດນະ ບໍ່ເປັນຂະບວນການ ມີແຕ່ວ່າ ເປັນປະຊາຊົນ ທີ່ວ່າ ໃນເຂດເຊື່ອມຕໍ່ ຫັ້ນນໍ ກໍເຮັດແບບ ບໍ່ເປັນ ຂະບວນການດອກ ເບື້ອງວຽດນາມ ເຂົ້າມາ ກໍກັບເມືອ ເຂົາກໍສິມີສັດນໍ້າສັດປ່າ ມີຫວາຍ ຈໍານວນນຶ່ງ ທີ່ເຂົາຫາໄດ້ ໃນປ່າໃນດົງ.”
ທ່ານວ່າ ໃນການປະຕິບັດວຽກງານ ກວດກາຮ່ວມກັນ ທີ່ວ່ານັ້ນ ໃນຂນະນີ້ ເຈົ້າໜ້າທີ່ລາວ ຍັງຕ້ອງ ໄດ້ອາສັຍການຊ່ອຍເຫຼືອ ຈາກວຽດນາມຢູ່ ແຕ່ກໍຄາດວ່າ ໃນປີ 2020 ອາຈມີຫົນທາງ ເຂົ້າໄປກວດກາ ໄດ້ງ່າຍ ເນື່ອງຈາກ ທາງການແຂວງ ໄດ້ປະຊຸມກັນວ່າ ຈະຊອກຫາ ນັກທຸຣະກິຈ ວຽດນາມ ເຂົ້າມາລົງທຶນ ໃນແຂວງຕື່ມອີກ ເພື່ອທີ່ ພວກເຂົາ ຈະໄດ້ຊ່ອຍເຣື່ອງ ງົບປະມານ ໃນການສ້າງທາງ.