ນະຄອນຫຼວງ ຕຽມເຈົ້າໜ້າທີ່ ຍາມ ບຸນປີໃໝ່

ສຸພັດຕາ
2018.04.06
F-Lao-new-year ການຫຼິ້ນສລອງມ່ວນຊື່ນ ຂອງຊາວລາວ ໃນເທສການ ປີໃໝ່ລາວ
RFA/LX

ທາງການນະຄອນຫຼວງວຽງຈັນ ຕຽມເຈົ້າໜ້າທີ່ຕຳຣວດ ຈາຣະຈອນ ກວ່າ 600 ຄົນ ລົງປະຈຳຢູ່ຕາມເສັ້ນທາງ ປ້ອມຍາມແລະດ່ານກວດ ທົ່ວນະຄອນຫຼວງວຽງຈັນ, ເພື່ອຫຼຸດຜ່ອນປ້ອງກັນ ອຸບັດຕິເຫດ ຫຼືການກໍ່ອາຊຍາກັມຕ່າງໆ ໃນຍາມບຸນປີໃໝ່ ແຕ່ວັນທີ 14 ຫາ 16 ເມສາ ນີ້, ດັ່ງທ່ານ ພັນໂທ ຍຸດທະພົງ ສຸວັນນະສິງ ຫົວໜ້າຜແນກຕຳຣວດຈາຣະຈອນ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 6 ເມສາ ນີ້ວ່າ:

“ພວກເຮົາກໍມີແຜນກຽມພ້ອມ ໃນການປ້ອງກັນ ໂດຍສະເພາະ ເວົ້າເລື້ອງກຳລັງຫຼັກ ໃນກຳລັງລະວັງໄພ ທົ່ວນະຄອນຫຼວງວຽງຈັນ ຕົ້ນຕໍກໍ ເລື່ອງ ການສະກັດກັ້ນການເກີດອຸບັດຕິເຫດ ບົນທ້ອງຖນົນຫຼວງ ຖືວ່າກຳລັງເຮົານິ ໄດ້ວາງທຸກຈຸດໃນພື້ນທີ່ ນະຄອນຫຼວງ ຈະມີຕັ້ງດ່ານ ກວດກາທາດເຫຼົ້າ, ຄວາມໄວຕ່າງໆ ຖືວ່າເຮັດຄົບຊຸດ ຂອງວຽກງານຈາລະຈອນ.”

ທ່ານວ່າ ການຈາຣະຈອນ ທົ່ວນະຄອນຫຼວງວຽງຈັນ ຈະມີເຈົ້າໜ້າທີ່ຕຳຣວດຈາຣະຈອນ ປະຈຳຢູ່ທຸກແຫ່ງ ເປັນຕົ້ນແມ່ນ ເມືອງຈັນທະບູລີ, ສີໂຄດຕະບອງ, ຫາດຊາຍຟອງ, ໄຊເສດຖາ, ໄຊທານີ, ປາກງື່ມ ແລະ ເມືອງສັງທອງ. ນອກຈາກ ຈະຕຽມເຈົ້າໜ້າທີ່ ເພື່ອສະກັດກັ້ນ ເຫດການບໍ່ດີຕ່າງໆ ທີ່ຈະອາດຈະເກີດຂຶ້ນແລ້ວນັ້ນ ກໍຢາກຮຽກໃຫ້ປະຊາຊົນ ແລະນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ທີ່ມາທ່ຽວໃນ ນະຄອນຫຼວງວຽງຈັນ ໃຫ້ປະຕິບົດກົດຣະບຽບ ຢ່າງເຂັ້ມງວດ ແລະ ໃຫ້ມີສະຕິ ໃນຍາມຂັບຂີ່ ເມົາແລ້ວບໍ່ໍ່ຂັບ ເພື່ອຄວາມປອດພັຍຂອງ ຕົນເອງແລະຜູ້ອື່ນນຳ:

“ກະຢາກຮຽກຮ້ອງມາ ບັນດານັກທ່ອງທ່ຽວ ແຂກຕ່າງດ້າວ ຊາວຕ່າງປະເທດ ທີ່ເຂົ້າມາໃນນຄອນຫຼວງນີ້ ສຳຄັນທີ່ສຸດ ກໍ່ຢາກໃຫ້ມີສະຕິ ເນາະ ໃນການໄປ ການມາ ເພາະວ່າກິດຈະກັ ຫຼືວ່າການທ່ອງທ່ຽວປີນີ້ ສຳຄັນຄືໃຫ້ຕົນ ມີຄວາມປອດໄພ ຄືວ່າ ປະກອບສ່ວນ ປະຕິບັດ ກົດຣະບຽບນຳກັນ ມັນຈຶ່ງມີຄວາມປອດໄພທຸກດ້ານ.”

ທ່ານກ່າວເພີ້ມວ່າ ເພື່ອເປັນການຮັບປະກັນ ຄວາມປອດພັຍທຸກດ້ານ ແລະ ອຳນວຍຄວາມສະດວກໃຫ້ກັບ ປະຊາຊົນ ແລະ ນັກທ່ອງທ່ຽວ ເຈົ້າໜ້າທີ່ຕຳຣວດ ຈະກວດກາເຂັ້ມງວດຂຶ້ນ ເພື່ອຫຼຸດຜ່ອນ ອຸບັດຕິເຫດ ໃນຍາມບຸນປີໃໝ່ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.