ລາວ-ສະຫະຣັດ ຮ່ວມມືຮອບດ້ານ

ອະວາຣີ
2016.09.08
F-Obama ທ່ານ ບາຣັກ ໂອບາມາ ແລະ ທ່ານ ບຸນຍັງ ວໍຣະຈິດ ເຄົາຣົບເພງຊາດ ໃນມື້ທໍາອິດ ຂອງການຮັບຕ້ອນ
Screen captured Obama visit Laos video

ສປປລາວ ແລະ ສະຫະຣັດ ອະເມຣິກາ ອອກຖແລງການຮ່ວມ ກ່ຽວກັບ ການເປັນ ຄູ່ຮ່ວມມື ຢ່າງຮອບດ້ານ. ຖແລງການ ບົ່ງໄວ້ອີກວ່າ ສປປລາວ ແລະ ສະຫະຣັດ ອະເມຣິກາ ພ້ອມກັນ ເປີດ ສັງກາດໃໝ່ ໃນການ ພົວພັນ ສອງຝ່າຍ ບົນພື້ນຖານ ເຄົາຣົບ ນັບຖື ຊຶ່ງກັນ ແລະກັນ ມີຜົນປະໂຫຍດ ຮ່ວມກັນ ແລະ ປົວແປງບາດແຜ ສົງຄາມ ຮ່ວມກັນ ເພື່ອສ້າງ ອະນາຄົດ ໃຫ້ແຈ່ມໃສ.

ກ່ຽວກັບ ເຣື່ອງນີ້ ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວລຊົນ ຢູ່ ນະຄອນຫຼວງ ວຽງຈັນ ວ່າ ຜູ້ນຳ ສະຫະຣັດ ໃນສມັຍ ສົງຄາມເຢັນ ຕັດສິນໃຈ ຖິ້ມຣະເບີດໃສ່ ປະເທດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ໂດຍບໍ່ໄດ້ ຄິດເຖິງຜົນ ກະທົບ ທີ່ ຮ້າຍແຮງ ຢ່າງຄັກແນ່. ອີກຕອນນຶ່ງ ປະທານາທິບໍດີ ໂອບາມາ ກໍໄດ້ກ່າວ ຂອບໃຈ ສປປລາວ ວ່າ:

"ທ່ານກ່າວວ່າ “ອີກເທື່ອນຶ່ງ ຂ້າພະເຈົ້າ ຂໍຂອບໃຈ ຣັຖບານ ແລະ ປະຊາຊົນລາວ ທີ່ໄດ້ຕ້ອນຮັບ ຂ້າພະເຈົ້າ ຢ່າງອົບອຸ່ນ ແລະ ຂໍຂອບໃຈ ຄວາມເປັນຜູ້ນຳ ຂອງລາວ ໃນການເປັນ ເຈົ້າພາບ ກອງປະຊຸມ ສຸດຍອດ ອາຊຽນ ແລະ ເອເຊັຍ ຕາເວັນອອກ ພິເສດ ຢາກຂອບໃຈ ຣັຖບານ ແລະ ປະຊາຊົນ ລາວ ທີ່ຕ້ອນຮັບ ຂ້າພະເຈົ້າ ໃນນາມ ເປັນ ປະທານາທິບໍດີ ສະຫະຣັດ ຄົນທຳອິດ ທີ່ມາຢ້ຽມຢາມ ລາວ.”

ໃນດ້ານການແກ້ໄຂບັນຫາ ຣະເບີດຕົກຄ້າງ ຈາກສົງຄາມ ປະທານາທິບໍດີ ໂອບາມາ ໄດ້ຕົກລົງ ເພິ້ມການ ຊ່ວຍເຫລືອ ໃຫ້ແກ່ ສປປລາວ ເປັນເງິນ ຈຳນວນ 90 ລ້ານ ດອນລາ ໃນຣະຍະ ສາມປີ ຂ້າງໜ້າ ເພື່ອເກັບກູ້ ຣະເບີດ ທີ່ຍັງບໍ່ແຕກ ແລະ ຈະຊ່ວຍຫລຸດຜ່ອນ ຜົນກະທົບ ຈາກ ຣະເບີດ ເຫລົ່ານີ້ ໃນລາວ.

ສ່ວນປະທານ ປະເທດ ບຸນຍັງ ວໍຣະຈິດ ໄດ້ສະແດງ ຄວາມຍິນດີ ທີ່ ສະຫະຣັດ ໄດ້ໃຫ້ການ ຊ່ວຍເຫລືອ ຫຼາຍຂື້ນ. ນອກຈາກນັ້ນ ຜູ້ນຳທັງສອງ ລາວ ແລະ ສະຫະຣັດ ຍັງໃຫ້ ຄວາມສໍາຄັນ ຕໍ່ການ ແກ້ໄຂບັນຫາ ການປ່ຽນແປງ ຂອງ ດິນຟ້າອາກາດ ການຫລຸດຜ່ອນ ຜົນກະທົບ ຈາກ ພາວະໂລກຮ້ອນ ການຮ່ວມມື ໃນດ້ານ ການສ້າງເຂື່ອນ ໄຟຟ້າ ຢ່າງມີຄວາມ ຮັບຜິດຊອບ ແລະ ການພັທນາ ປ່າໄມ້ ຢ່າງຍືນຍົງ

ໃນຕອນທ້າຍ ຜູ້ນຳລາວ ແລະ ສະຫະຣັດ ຕົກລົງ ຈະສົ່ງເສີມ ໃຫ້ມີການ ພົວພັນ ຫຼາຍຂື້ນ ຣະຫວ່າງ ປະຊາຊົນ ລາວ ໃນ ປະເທດລາວ ແລະ ຊາວ ອະເມຣິກັນ ເຊື້ອສາຍລາວ.

ອາວະຣີ ອາຣແອຟເອ ຣາຍງານຈາກ ນະຄອນຫລວງ ວຽງຈັນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.