ລາວ-ສະຫະຣັດ ຫາລື-ຮ່ວມມື

ຈໍາປາທອງ
2015.06.23
F-Lao-US ສອງ ຮອງ ຣັຖມົນຕຣີ ການ ຕ່າງປະເທສລາວ ແລະສະຫະຣັດ ຍານາງ ສູນທອນ ໄຊຍະຈັກ ແລະ ທ່ານ Daniel Russel ພົບກັນ ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ ວັນທີ 19 ມິຖຸນາ 2015
Laos us embassy.gov/press

ທາງການ ລາວ ແລະ ສະຫະຣັຖ ພົບປະ ປຶກສາ ຫາລື ໃນດ້ານ ການ ຮ່ວມມື ສອງຝ່າຍ ຄັ້ງທີ 6, ຢູ່ ນະຄອນ ຫຼວງ ວໍຊິງຕັນ ດີ ຊີ ສະຫະຣັຖ ອະເມຣິກາ, ໃນ ວັນທີ 19 ມິຖຸນາ 2015 ນີ້. ຝ່າຍ ສະຫະຣັຖ ນຳໂດຍ ທ່ານ Daniel Russel ຮອງ ຣັຖມົນຕຣີ ການ ຕ່າງ ປະເທສ, ຝ່າຍລາວ ນຳໂດຍ ຍານາງ ສູນທອນ ໄຊຍະຈັກ ຮອງ ຣັຖມົນຕຣີ ການ ຕ່າງ ປະເທສ ສປປ ລາວ.

ໃນ ການ ພົບປະ ປຶກສາ ຫາລື, ທັງ ສອງຝ່າຍ ເຫັນດີ ທີ່ ຈະ ສົ່ງເສີມ ເພິ່ມ ທະວີ ການ ພົວພັນ ການ ຮ່ວມມື ຮອບດ້ານ, ແລະ ເລິກຊຶ້ງ ກວ່າເກົ່າ. ທັງສອງ ຝ່າຍ ໄດ້ ເນັ້ນເຖິງ ຄວາມໝາຍ ແລະ ຄວາມ ສຳຄັນ ຂອງ ການ ພົວພັນ ການທູດ ຣະຫວ່າງ ລາວ ແລະ ສະຫະຣັດ ຄົບຮອບ 60 ປີ, ແລະ ປຶກສາ ຫາລື ກ່ຽວກັບ ການ ສເລີມສລອງ ງານ ຄົບຮອບ ນີ້, ຮວມທັງ ງານ ວັນຊາດ ສະຫະຣັຖ ອະເມຣິກາ ວັນທີ 4 ກໍຣະກະດາ ທີ່ ຈະ ມາເຖິງ ນີ້.

ທ່ານ Daniel Russel ແຈ້ງ ໃຫ້ ຝ່າຍລາວ ຊາບວ່າ, ສະຫະຣັຖ ອະເມຣິກາ ຍິນດີ ເພິ່ມ ທຶນ ຊ່ວຍເຫລືອ ສນັບສນູນ ວຽກງານ ການ ເກັບກູ້ ຣະເບີດ ບໍ່ທັນແຕກ ໃຫ້ແກ່ ສປປ ລາວ, ຈາກ 13 ລ້ານ ໂດລາ ສະຫະຣັຖ ເປັນ 15 ລ້ານ ໂດລາ. ທ່ານ ໄດ້ ເນັ້ນໜັກ ແລະ ຊົມເຊີຍ ຜົລ ສຳເຣັດ ແລະ ຄວາມ ຄືບໜ້າ ທີ່ ລາວ ໄດ້ ຕັ້ງໃຈ ມຸ້ງໝັ້ນ ກັບ ວຽກງານ ສຳຣວດ, ຄົ້ນຫາ ແລະ ເກັບກູ້ ຣະເບີດ ທີ່ ຍັງບໍ່ທັນ ແຕກ, ແລະ ທັງວ່າ ສະຫະຣັຖ ມີຄວາມ ມຸ້ງໝັ້ນ ທີ່ ຈະສືບຕໍ່ ຊ່ວຍເຫລືອ ສປປລາວ ເພື່ອ ເຮັດໃຫ້ ການດຳເນີນ ວຽກງານ ນັບມື້ ໄວ ຂຶ້ນ, ເພື່ອ ຫລີກລ້ຽງ ບໍ່ໃຫ້ມີ ຜູ້ຖືກ ເຄາະຮ້າຍ ເພິ່ມອີກ, ແລະ ເພື່ອ ສົ່ງເສີມ, ຊ່ວຍເຫລືອ ການ ຂຍາຍຕົວ ດ້ານ ເສຖກິດ ຂອງ ສປປ ລາວ, ໃຫ້ ນັບມື້ ເຕີບໃຫຍ່ ຂຍາຍ ຕົວ.

ທັງສອງ ຝ່າຍ ເຫັນດີ ໃນການ ບັນລຸ ເປົ້າໝາຍ ໃນ ໂຄງການ ຊ່ວຍເຫລືອ ເພື່ອ ການພັທນາ ຮອບດ້ານ ໃຫ້ ແກ່ ສປປລາວ, ມີມູນຄ່າ ເຖິງ 40 ລ້ານ ໂດລາ ສະຫະຣັຖ ໃນ ປີ 2014 ແລະ ສຸມໃສ່ ວຽກງານ ໂພສນາການ, ສາທາຣະນະສຸຂ, ການ ສຶກສາ, ການຄ້າ, ສະພາບ ແວດລ້ອມ, ຣະບົບ ຍຸຕິທັມ ແລະ ວຽກງານ ຕ້ານ ຢາເສບຕິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.