ເຂື່ອນຊະນະຄາມເລີ່ມການ ປຶກສາ ຫາລື

ອຸ່ນແກ້ວ ສຸກສະຫວັນ
2020.08.01
F-Sanakham-dam ແຜນທີ່ ທີ່ຕັ້ງຂອງ ເຂື່ອນ ຊະນະຄາມ ແຂວງວຽງຈັນ
RFA

ໂຄງການເຂື່ອນຊະນະຄາມ ທີ່ຈະສ້າງໃສ່ ແມ່ນ້ຳຂອງ ຢູ່ ເມືອງຊະນະຄາມ ແຂວງວຽງຈັນ ເລີ່ມເຂົ້າສູ່ຂະບວນການປຶກສາຫາລື ລ່ວງໜ້າ ນັບແຕ່ວັນທີ 30 ກໍຣະກະດາ 202 ເປັນຕົ້ນໄປ ເປັນເວລາ 6 ເດືອນ.

ຜູ້ທີ່ເຂົ້າຮ່ວມຂະບວນການດັ່ງກ່າວລວມມີ ຄະນະກັມມາທິການແມ່ນ້ຳຂອງ, ເຈົ້າໜ້າທີ່ລາວ, ກຳພູຊາ, ວຽດນາມ, ແລະ ສຳນັກງານ ຊັພຍາກອນນ້ຳ ແຫ່ງຊາດໄທຍ. ດຣ. ສົມກຽດ ປະຈຳວົງ ເລຂາທິການສຳນັກງານ ຊັພຍາກອນນ້ຳ ແຫ່ງຊາດໄທຍ ກ່າວຕໍ່ເອເຊັຽເສຣີ ວ່າ:

"ສໍາລັບກອງປະຊຸມປຶກສາຫາລື ລ່ວງໜ້າຂອງເຂື່ອນຊະນະຄາມ ຈະເປັນໄປໃນຮູບແບບປະຊຸມທາງໄກ ຜ່ານທາງລະບົບສື່ອອນລາຍໂດຍ ມີຜູ້ແທນແຕ່ລະປະເທດ ແລະ ຄະນກັມມາທິການ ແມ່ນ້ຳຂອງເຂົ້າຮ່ວມປະຊຸມ ສ່ວນວ່າ ຣາຍລະອຽດວ່າຈະຫາລືກັນເລືອງໃດນັ້ນ ຍັງບໍ່ ສາມາດຊີ້ແຈ້ງໄດ້."

ໂຄງການເຂື່ອນດັ່ງກ່າວ ຕັ້ງຢູ່ເມືອງຊະນະຄາມ ແຂວງວຽງຈັນ ກົງກັນຂ້າມກັບເມືອງຊຽງຄານ ແຂວງເລີຍ ປະເທດໄທຍ. ໃນວັນທີ 29 ກໍຣະກະດາ ທີ່ຜ່ານມາ, ອົງການພາກ ປະຊາສັງຄົມ ຢູ່ປະເທດໄທຍ ໄດ້ຈັດເວທີເສວະນາ ກ່ຽວກັບຜົນກະທົບ ຂ້າມແດນ ຈາກການກໍ່ສ້າງ ເຂື່ອນ ຊະນະຄາມ ທີ່ຈະສ້າງໃນປະເທດລາວ ຊຶ່ງຫ່າງຈາກຊາຍແດນ ໄທຍ ພຽງແຕ່ 2 ກິໂລແມັດ ເທົ່ານັ້ນ.

ອົງການພາກປະຊາສັງຄົມ ມີຄວາມເຫັນວ່າ ບໍ່ມີຄວາມຈຳເປັນຕ້ອງສ້າງເຂື່ອນໃສ່ແມ່ນ້ຳຂອງ, ຍານາງ ພຽນພອນ ດີເທດ ເຈົ້າໜ້າທີ່ຈາກ ອົງການ ແມ່ນ້ຳສາກົນ ຫລື International River ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ຕລາດໄຟຟ້າຕອນນີ້ ບໍ່ມີຄວາມຈຳເປັນແລ້ວ ໃນບາງກອກ ຫລືວ່າ ປະເທດໄທຍ ຖືກຜົນກະທົບຈາກ ໂຄວິດ19 ເຮັດໃຫ້ປະຣິມານໃຊ້ ໄຟຟ້າຕໍ່າລົງຫລາຍ ປະຣິມານໄຟຟ້າ ສຳຮອງ ປະເທດໄທຍ ຫລ້າສຸດຢູ່ 60 ເປີເຊັນ ເທົ່າກັບວ່າໂຄງການເຂື່ອນ ໃນແມ່ນ້ຳຂອງ ມັນບໍ່ມີຄວາມຈຳເປັນ ອີກແລ້ວ ແລ້ວເປັນໂອກາດ ທີ່ເຮົາຈະພັທນາ ພະລັງງານ ຫລື ແນວທາງການຈັດ ການພະລັງງານ ຮູບແບບອື່ນໆ.

ເຖີງຢ່າງໃດກໍຕາມ, ທ່ານ ສຸລິດົງ ສູນດາລາ ຮອງຣັຖມົນຕຼີກະຊວງ ວິທຍາສາດ ແລະ ເທັກໂນໂລຍຢີ ຂອງລາວ ໄດ້ເວົ້າຢູ່ໃນເຟສບຸກ ສ່ວນຕົວຂອງ ທ່ານ ໃນວັນທີ 28 ກໍຣະກະດາ ວ່າ: ໜ່ວຍງານສິ່ງແວດລ້ອມ, ໜ່ວຍງານ ສິດທິມະນຸດ ແລະ ຫລາຍອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ທີ່ໄດ້ຮຽກຮ້ອງ ເພື່ອສະກັດກັ້ນການສ້າງເຂື່ອນ ໃນລາວ ຈະບໍ່ສາມາດແຊກແຊງກິຈການ ພາຍໃນປະເທດລາວ ແລະ ອຳນາດ ອະທິປະໄຕ ໃນເຂດນ້ຳແດນດິນລາວ ໄດ້ເດັດຂາດ.

ແຕ່ນັກວິຊາການໄທຍ ໃຫ້ທັສນະທີ່ຂັດແຍ່ງກັບ ທ່ານ ສຸລິດົງ ວ່າເຖິງວ່າຕ່າງປະເທດບໍ່ສາມາດແຊກແຊງ ກິຈການພາຍໃນປະເທດລາວ ໄດ້, ແຕ່ຕ້ອງມີການ ແບ່ງປັນຂໍ້ມູນໃຫ້ປະເທດ ທີ່ໄດ້ຮັບຜົນກະທົບ ຈາກການສ້າງເຂື່ອນ ໃສ່ແມ່ນ້ຳຂອງ.

ດຣ. ຊະວະລິດ ວິທະຍາຊົນ ນັກວິຊາການອິສຣະ ດ້ານຄວາມຫລາກຫລາຍ ທາງຊີວະພາບ ໄດ້ກ່າວວ່າ:

"ການແຊກແຊງອາດຈະເຮັດບໍ່ໄດ້ ຕາມທີ່ເພິ່ນເວົ້າ ແຕ່ວ່າ ການເຈຣະຈາຕໍ່ຮອງ ແລ້ວກັກທີ່ຈະແບ່ງປັນຂໍ້ມູນ ໃຫ້ກັບປະເທດທີ່ໄດ້ຮັບ ຜົນກະທົບ ໄດ້ຮັບຊາບ ແລະ ມີວິທີການຕອບຮັບ ຫລາຍໜ້ອຍຊ່ຳໃດ ກໍໄດ້ເຮັດຢູ່ ເພາະວ່າ ລາວເປັນຜູ້ໄດ້ປໂຍດ ເຂົາຈຶ່ງພຍາຍາມ ປັດຄວາມຮັບຜິດຊອບ ຢູ່ແລ້ວ ແຕ່ແທ້ຈິງແລ້ວ ການສ້າງເຂື່ອນ ໃນແມ່ນ້ຳຂອງ ເຮົາຕ້ອງເບິ່ງວ່າໃຜ ເປັນຜູ້ຊື້ໄຟຟ້າ ເປັນຜູ້ຂາຍ ເປັນຜູ້ໄດ້ໄດ້ປໂຍດ."

ໂຄງການກໍ່ສ້າງເຂື່ອນຊະນະຄາມຂນາດ 684 ເມກະວັດ ມີມູນຄ່າການກໍ່ສ້າງປະມານ 2 ຕື້ ໂດລາ ເປັນຂອງ ບໍຣິສັດຕ້າຖາງ ຊະນະຄາມ ໄຮໂດຣ ພາວເວີ ຈຳກັດ ຈາກປະເທດຈີນ, ມີກໍານົດການກໍ່ສ້າງ ໃນປີ 2020-2028, ແລະ ສົ່ງຜົນກະທົບຕໍ່ປະຊາຊົນ ເມືອງຊະນະຄາມ ແຂວງວຽງຈັນ ແລະ ເມືອງແກ່ນທ້າວ ແຂວງໄຊຍະບູລີ ເກືອບ 3,000 ຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.