ການນັບຖືສິດທິມະນຸດຢູ່ລາວ

ອະວາຣີ
2015.03.12
F-default2 ນັກ ວິຊາການ ໄທ ຮຽກຮ້ອງ ໃຫ້ ມີການນັບຖື ສິດທິມະນຸດ ຢູ່ລາວ
RFA

ນັກ ວິຊາການ ດ້ານ ສິດທິ ມະນຸດ ໃນໄທ ຮຽກຮ້ອງ ໃຫ້ ຣັຖບານ ລາວ ນັບຖື ສິດທິ ມະນຸດ ຫລື ສິດທິ ພື້ນຖານ ຂອງ ປະຊາຊົນ. ດຣ. ປະທັບຈິດ ນິລະໄພຈິດ ອາຈານ ປະຈຳ ສະຖາບັນ ສິດທິ ມະນຸດ ແລະ ສັນຕິ ສຶກສາ ມະຫາ ວິທຍາໄລ ມະຫິດົນ ຂອງໄທ ກ່າວວ່າ ເຖິງ ເວລາ ແລ້ວ ທີ່ ຣັຖບານ ລາວ ຄວນ ປັບປຸງ ການ ນັບຖື ສິດທິ ມະນຸດ ໃຫ້ ດີຂຶ້ນ ເພື່ອ ບໍ່ໃຫ້ ມີການ ລັກພາຕົວ ອີກ ແລະ ເພື່ອ ຈະເປັນ ຜົນດີ ສຳຣັບ ຣັຖບານ ລາວ ກ່ອນ ຈະເຂົ້າສູ່ ປະຊາຄົມ ເສຖກິດ ອາຊຽນ. ດຣ. ປະທັບຈິດ ອະທິບາຍ ຕື່ມວ່າ:

“ຢາກໃຫ້ ຣັຖບານ ລາວ ເບິ່ງໃນ ແງ່ດີ ການທີ່ ປະຊາຊົນ ອອກມາ ປົກປ້ອງ ເຣື່ອງ ສິດທິ ມະນຸດ ຈະຊ່ວຍ ການ ເຮັດວຽກ ຂອງ ຣັຖບານ ຈະເຮັດໃຫ້ ບັນຍາກາດ ດີຂື້ນ ຈະເຮັດໃຫ້ ການຄ້າ ແລະ ການ ລົງທຶນ ມີ ປະສິດ ທິພາບ ຫລາຍຂື້ນ.”

ດຣ. ປະທັບຈິດ ກ່າວ ອີກວ່າ ປັດຈຸບັນ ເຖິງວ່າ ຣັຖບານ ລາວ ຈະເປີດ ເສຣີ ໃນດ້ານ ການຄ້າ ແລະ ການ ລົງທຶນ ແຕ່ຍັງ ບໍ່ເປີດ ເສຣີ ໃນການ ນັບຖື ສິດທິ ມະນຸດ. ສະພາບການ ດັ່ງກ່າວ ເຮັດໃຫ້ ນັກ ລົງທຶນ ບໍ່ມີ ຄວາມ ເຊື່ອໝັ້ນ ໃນຄວາມ ປອດໄພ ດັ່ງ ທີ່ ໄດ້ເກີດ ຂຶ້ນ ກັບ ທ່ານ ສົມບັດ ສົມພອນ ນັກ ພັທນາ ສັງຄົມ ຊື່ ດັງ ໃນລາວ ທີ່ ຫາຍສາບສູນ ໄປ ເມື່ອ 2 ປີ ກ່ອນ.

ນອກຈາກ ນັ້ນ ນັກ ຊ່ຽວຊານ ດ້ານ ສິດທິ ມະນຸດ ໄທ ຜູ້ນີ້ ຍັງຢາກ ໃຫ້ ຣັຖບານ ລາວ ເປີດ ໂອກາດ ໃຫ້ ປະຊາຊົນ ລາວ ມີ ສິດ ເສຣີພາບ ຫລາຍຂື້ນ ໂດຍສະເພາະ ສິດ ເສຣີພາບ ໃນດ້ານ ການ ປາກເວົ້າ ແລະ ອອກ ຄຳຄິດ ຄຳເຫັນ ຊຶ່ງ ປັດຈຸບັນ ຫລາຍ ປະເທດ ໃນ ອາຊຽນ ກໍເປີດ ໃຫ້ ປະຊາຊົນ ມີ ສິດ ເຫລົ່ານີ້ ຢ່າງ ເຕັມທີ່ ແລ້ວ.

ໃນຂນະ ດຽວກັນ ມູນນິທິ ຍຸຕິທັມ ເພື່ອ ສັນຕິພາບ ຂອງໄທ ກໍອອກ ຖແລງການ ກ່າວ ເຖິງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແລະ ບຸກຄົນ ສຳຄັນ ອື່ນໆ ໃນ ອາຊຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.