ຊາວລາວຂໍໃຫ້ຣັຖບານ ໂປ່ງໃສ
2018.10.25
ອົງການເພື່ອຄວາມໂປ່ງໃສສາກົນ ປະເທດເຢັຽຣະມັນ ຈະເປິດເຜີຍຜົນການສໍາຣວດ ກ່ຽວກັບການສໍ້ຣາດບັງຫລວງ ຂອງແຕ່ລະປະເທດ ໃນໂລກ ໃນບໍ່ດົນນີ້ ຊຶ່ງ ສປປລາວ ກໍເປັນນື່ງ ໃນຈໍານວນປະເທດ ທີ່ຖືກສໍາຣວດນັ້ນ.
ຈາກຜົນສໍາຣວດຄວາມໂປ່ງໃສ ໃນປີ 2017 ສປປລາວ ຖືກຈັດໃຫ້ຢູ່ໃນອັນດັບ ທີ 135 ໃນຈໍານວນ 180 ປະເທດໃນໂລກຄືໄດ້ຄະແນນ 29 ຄະແນນ ໃນຈໍານວນຄະແນນເຕັມຮ້ອຍ ຄືຂີ້ຮ້າຍລົງຈາກ ປີ 2016 ທີ່ໄດ້ຄະແນນ 30 ຄະແນນ ແລະ ຢູ່ໃນອັນດັບທີ 123.
ຊາວນະຄອນຫຼວງວຽງຈັນທ່ານນື່ງ ເວົ້າວ່າ ຖ້າຫາກຣັຖບານລາວ ສາມາດປະຕິບັດນະໂຍບາຍ ຕ້ານການສໍ້ຣາດບັງຫຼວງໄດ້ກໍຈະຊ່ອຍ ປະເທດພັທນາ ໄປໃນທິດທາງທີ່ດີຂືື້ນ ໂດຍສະເພາະການເກັບພາສີອາກອນ ໃນແຕ່ລະປີ ເຂົ້າງົບປະມານຣັຖ, ດັ່ງ ທ່ານກ່າວຕໍ່ວິທຍຸ ເອເຊັຍເສຣີວ່າ:
“ຕາມຄວາມເຫັນແລ້ວ ຖ້າວ່າຣັຖບານເຮົາເຮັດໄດ້ນີ້ ຂໍໃຫ້ມັນມີຫລຸດນ້ອຍລົງ ເງິນເຂົ້າຄັງ ຄັງກາງ ເຂົ້າປະເທດມັນກໍຫລາຍເງິນ ທີ່ເຂົ້າຄັງ ຢາກໃຫ້ເອົາໄປພັທນາຕ່າງໆ ໃຫ້ມັນມີປະໂຫຍດ.”
ແລະຊາວນະຄອນຫລວງວຽງຈັນ ອີກທ່ານນື່ງ ກໍເວົ້າວ່າ ນະໂຍບາຍຕ້ານ ການສໍ້ຣາດບັງຫລວງ ຂອງຣັຖບານລາວ ຖືເປັນເຣື້ອງດີ ເປັນຕົ້ນ ນະໂຍບາຍຂາຍ ຣົດຫລູຫລາ, ນະໂຍບາຍກວດກາ ພະນັກງານການເງິນ, ແລະການກວດສອບ ໂຄງການ ຂນາດໃຫຍ່ ທີ່ມີມູນຄ່າການ ລົງທືນສູງ. ແຕ່ທີ່ຜ່ານມາ ຍັງບໍ່ທັນເຫັນຣັຖບານລາວ ກວດກາຢ່າງເຂັ້ມງວດ ແລະປະຕິບັດໃຫ້ເປັນ ຮູປທັມ.
“ເວົ້າເຣື້ອງເພີ່ນປະກາດ ເອີ ວ່າກວດກາໄດ້ເທົ່ານັ້ນ ເທົ່ານີ້ ເພີ່ນວ່າ ມັນບໍ່ແຈ້ງ ຄັນເວົ້າແລ້ວຕ້ອງໄດ້ ປະຕິບັດ ເວົ້າຊັ້ນໄດ້ ປະຊາຊົນ, ຫລະສອງມາ ຢາກໃຫ້ຂັ້ນເທິງ ເປັນແບບຢ່າງກ່ອນ ເຂົາວ່າ ອັນນີ້ໄປເຮັດ ໄປຂ້າຜູ້ເລັກຜູ້ນ້ອຍຊື່ໆ ຜູ້ໃຫຍ່ຫັ້ນຕິ ຊັ້ນໄດ້ເຣືອງມັນ ຫະ ອັນນີ້ເວົ້າແລ້ວ ມີແຕ່ນາມທັມ ຮູປທັມ ຫລະບໍ່ເກິດຈັກເທື່ອ.”
ທ່ານເວົ້າຕື່ມອີກວ່າ ນະໂຍບາຍໃດກໍຕາມ ທີ່ຣັຖບານໄດ້ປະຕິບັດໄປນັ້ນ ຄວນຈະແຈ້ງຜົນທີ່ໄດ້ຮັບ ແລະສລຸບຣາຍງານ ໃຫ້ປະຊາຊົນ ທົ່ວປະເທດຮູ້ນໍາ:
“ເອີກໍດີຫັ້ນແລ້ວ ເປັນຫຍັງ ຊິບໍ່ດີ ເພາະວ່າກໍໃຫ້ປະຊາຊົນ ຮັບຮູ້ ຜູ້ໃດຮ້າຍ ຜູ້ໃດດີ ການນໍາຜູ້ດີ ການນໍາຜູ້ໃດຮ້າຍ ພະນັກງານ ຜູ້ໃດດີ ຜູ້ໃດຮ້າຍ ປະຊາຊົນໄດ້ຮັບຮູ້ ມັນກະດີລະວ່າ.”
ໃນປີ 2017 ອົງການກວດສອບແຫ່ງຣັຖ ໄດ້ກວດເຫັນຣາຍຮັບ 689 ຕື້ກິບ ທີ່ບໍ່ໄດ້ມອບເງິນ ເຂົ້າງົບປະມານແຫ່ງຣັຖ ເປັນຕົ້ນຂະແໜງ ສ່ວຍສາອາກອນ 115 ຕື້ກິບ. ນອກຈາກນັ້ນ ກໍຍັງກວດພົບ ພະນັກງານການເງິນ ທັງຢູ່ສູນກາງ ແລະຖ້ອງຖີ່ນ 13 ຄົນ ທີ່ສໍ້ໂກງເງິນ ຈາກໂຄງການ ທາງຣົຖໄຟ ລາວ-ຈີນ. ແຕ່ທາງການລາວ ບໍ່ໄດ້ເປິດເຜີຍຣາຍຣະອຽດ ກ່ຽວກັບການດໍາເນີນຄະດີ ພະນັກງານເຫລົ່ານັ້ນ.
ທີ່ຜ່ານມາ ການປະຕິບັດໜ້າທີ່ຂອງ ພະນັກງານອາວຸໂສຫລາຍຄົນ ໃນທົ່ວປະເທດ ຖືວ່າບໍ່ມີຄວາມໂປ່ງໃສ, ມີການຮັບສິນບົນ, ເຊັນ ອະນຸມັດໂຄງການ ໂດຍສະເພາະໂຄງການໃນເຂດ ເສຖກິດພິເສດ ບໍ່ເຕັນ ແຂວງຫຼວງນໍ້າທາ ທີ່ມີການສໍາປະທານໃນປີ 2007 ຂນະທີ່ ສປປລາວ ອອກກົດໝາຍວ່າດ້ວຍ ເຂດເສຖກິດພິເສດ ໃນປີ 2009 ແລະ ມີການເຊັນ ອະນຸມັດໂຄງການ ໂດຍບໍ່ມີການກວດກາ ຂອງໜ່ວຍງານທີ່ກ່ຽວຂ້ອງ.