ທາງການຈະຄົ້ນຫາອາວຸດ ເຖື່ອນ
2015.03.01

ເຈົ້າຫນ້າທີ່ ປ້ອງກັນ ຄວາມ ສງົບ ທີ່ ນະຄອນ ຫລວງ ວຽງຈັນ ທ່ານນຶ່ງ ເວົ້າວ່າ ທາງການ ຈະກວດກາ ການ ຄອບຄອງ ອາວຸດ ຂອງ ປະຊາຊົນ ຄືນ ດ້ວຍການ ຈັດ ຣະບຽບ ຂຶ້ນ ທະບຽນ ປືນ ໃຫມ່. ເປົ້າຫມາຍ ກໍ່ເພື່ອ ກໍາຈັດ ປືນ ເຖື່ອນ ຍ້ອນ ບາງຄົນ ຍັງ ມີ ປືນເຖື່ອນ ຢູ່ ຄອບຄອງ ຊຶ່ງ ອາຈນໍາ ໄປໃຊ້ ໃນທາງ ບໍດີ. ໃນ ອະນາຄົດ ຜູ້ທີ່ມີ ປືນ ເຖື່ອນ ຕ້ອງມາ ຂຶ້ນ ທະບຽນ ຂໍໃບ ອະນຸຍາດ ກ່ອນ ຈື່ງ ຈະໃຊ້ໄດ້ ດັ່ງທ່ານ ກ່າວວ່າ:
"ດຽວນີ້ ຈະໄດ້ ກວດກາ ຄືນຫມົດ ບັນດາ ອາວຸດ ທີ່ ໄດ້ປະກອບ ໄປແລ້ວ ຫັ້ນນະ ນັບ ທັງ ພາຍໃນ ນັບທັງ ສັງຄົມ ທົ່ວໄປນີ້ ຈະ ມີການ ເກັບຄືນ ຫມົດ ຢູ່ ບ້ານໃດ ຢູ່ ກົມກອງ ໃດ ຈະມີການ ກວດກາ ຄືນຫມົດ ຂຶ້ນ ທະບຽນ ຄືນໃຫມ່ ຫມົດ".
ທ່ານກ່າວ ຕື່ມວ່າ ທາງການ ຈະເນັ້ນ ການ ກວດລ້າງ ກຸ່ມ ນັກເລງ ໃນ ສັງຄົມ ຜູ້ທີ່ໃຊ້ ອາວຸດ ເຖື່ອນ ໂດຍ ສະເພາະ ປືນສັ້ນ ຮ່ວມທັງ ກຸ່ມ ພໍ່ຄ້າ ທີ່ ຂາຍ ປືນ ເຖຶ່ອນ, ຖ້າຫາກ ເຫັນ ຜູ້ໃດ ຂາຍ ຫລື ຄອບຄອງ ປືນ ເຖື່ອນ ຈະ ຕ້ອງໂທດ ຫນັກ.
ທ່ານວ່າ ຜ່ານມາ ກຸ່ມ ອັນຕະພານ ຜິດຖຽງກັນ ກໍໃຊ້ ປືນ ເຖື່ອນ ໄລ່ ຍິງ ກັນ ແລະ ບາງກຸ່ມ ກໍໃຊ້ປືນ ຂົ່ມຂູ່ ປຸ້ນຈີ້ ຊິງຊັບຊຶ່ງ ເປັນ ອັນຕຣາຍ ຕໍ່ ສັງຄົມ. ເຈົ້າຫນ້າທີ່ ຈຶ່ງຕ້ອງ ເລັ່ງ ແກ້ໄຂ. ນັບແຕ່ ປີ 2014 ເປັນ ຕົ້ນມາ ການໃຊ້ ອາວຸດ ເຖື່ອນ ໃນ ລາວ ເພີ້ມຂຶ້ນ ຢ່າງ ຕໍ່ເນື່ອງ.
ຮ້າຍໄປ ກວ່ານັ້ນ ເຈົ້າຫນ້າທີີ່ ບາງຄົນ ທີ່ ມີອາວຸດ ແບບ ຖືກຕ້ອງ ມັກ ເອົາປືນ ໃຫ້ລູກ ໄປໃຊ້ ກໍ່ເຫດ ເມື່ອ ມີບັນຫາ ເກີດຂຶ້ນ ກໍ ຊຸກເຊື່ອງ ຜູ້ ກະທຳ ຜິດ.