ລາວ-ໄທຈະສືບຕໍ່ແກ້ໄຂເຣື້ອງ ເຂດຊາຍແດນ
2013.08.16

ລາວແລະໄທ ຕົກລົງ ຈະສືບຕໍ່ ຮ່ວມກັນ ແກ້ໄຂ ເຂດຊາຍແດນ ທີ່ຍັງມີ ຂໍ້ຂັດແຍ້ງ ກັນຢູ່ ໂດຍສະເພາະ ຕາມຈຸດ ທີ່ສຳຄັນ. ດັ່ງ ທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ການຕ່າງ ປະເທດ ສປປລາວ ໄດ້ກ່າວຕໍ່ນັກຂ່າວ ຫລັງຈາກ ປະຊຸມຮ່ວມກັບຣັຖມົນຕຣີການຕ່າງ ປະເທດໄທ ວ່າ:
“ສຳຣັບ ວຽກງານຕໍ່ໜ້າ ສອງຝ່າຍເຫັນດີ ຈະສືບຕໍ່ ປັກຫລັກ ຊາຍແດນ ຮ່ວມກັນ ເປັນຕົ້ນແມ່ນຢູ່ ບໍຣິເວນ ພູຊີ້ຟ້າ ບໍຣິເວນ ພູໂຈງໂກ້ງ ການຂີດທິດເນັ່ງ ຊາຍແດນ ຢູ່ບໍຣິເວນ ທີ່ ສອງຝ່າຍ ຈະມີການສ້າງ ເສັ້ນທາງເຊື່ອມຕໍ່ຢູ່ບໍຣິເວນດ່ານເຂົ້າ-ອອກເມືອງ.”
ທ່ານ ທອງລຸນ ສີສຸລິດ ກ່າວອີກວ່າ ທັງສອງຝ່າຍ ລາວແລະໄທ ຍັງເຫັນດີເຫັນພ້ອມ ໃຫ້ເຈົ້າໜ້າທີ່ ອາວຸໂສ ແລະ ອະນຸກັມມະການ ດ້ານເທັກນິກ ພົບປະຫາລືກັນ ຕື່ມ; ຫາກມີ ຄວາມຈຳເປັນ ຈະລົງ ໄປກວດກາ ພື້ນທີ່ ທັງທາງບົກ ແລະທາງນ້ຳ ເພື່ອແກ້ໄຂບັນຫາ ທີ່ຍັງຄົງຄ້າງ ໃຫ້ສຳເຣັດໂດຍໄວ ເພື່ອເລັ່ງໃຫ້ ການປັກຫລັກໝາຍ ແບ່ງ ເຂດຊາຍແດນ ທາງບົກ ໃຫ້ສຳເຣັດ ພາຍປີ 2015 ແລະ ທາງນ້ຳໃຫ້ ສຳເຣັດ ພາຍໃນປີ 2017.
ກ່ຽວກັບ ການປັກຫລັກໝາຍ ແບ່ງເຂດຊາຍແດນ ທາງນ້ຳນັ້ນ ທັງສອງຝ່າຍ ໄດ້ຕົກລົງກັນວ່າ ຈະອີງຕາມ ສົນທິສັນຍາ ຝຣັ່ງ-ສຍາມ ສະບັບວັນທີ່ 25 ສິງຫາປີ 1926. ຕໍ່ ບັນຫາທີ່ວ່າ ມີເກາະດອນ ເກີດຂື້ນໃໝ່ ຕາມລຳ ແມ່ນ້ຳຂອງ ນັ້ນ ທັງສອງຝ່າຍ ໄດ້ຕົກລົງກັນ ວ່າ ຖ້າດອນໃດ ຢູ່ໃກ້ ປະເທດໃດ ກໍໃຫ້ເປັນ ຂອງປະເທດນັ້ນ. ເຈົ້າໜ້າທີ່ ກ່ຽວຂ້ອງ ຈະອະທິບາຍ ໃຫ້ປະຊາຊົນ ທັງສອງ ປະເທດ ເຂົ້າໃຈ ເພື່ອຫລີກລ້ຽງ ເຫດການທີ່ບໍ່ດີ ເກີດຂື້ນ.