ທາງການ ລາວ,ໄທ ຫາລື ວຽກງານ ຄວາມໝັ້ນຄົງ

ຈໍາປາທອງ
2018.02.23
f-bounthong ທ່ານ ບຸນທອງ ຈິດມະນີ ຮອງນາຍົກຣັຖມົນຕຣີ ຫົວຫນ້າຫ້ອງການ ກວດສອບແຫ່ງຣັຖ
Public Domain

ຄນະຜູ້ແທນກວດກາ ສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍ ດຣ. ບຸນທອງ ຈິດມະນີ ກັມການກົມການເມືອງ, ເລຂາທິການ ສູນກາງ ພັກ, ປະທານກວດກາ ສູນກາງພັກ ໄປຢ້ຽມຢາມ ໄທ ໃນວັນທີ 21 ແລະ 22 ກຸມພາ 2018ເພື່ອປຶກສາຫາລື ກ່ຽວກັບ ວຽກງານຕ້ານ ການສໍ້ຣາດບັງຫຼວງ ແລະຄວາມໝັ້ນຄົງ ໂດຍສະເພາະ ຕາມແນວຊາຍແດນ ຣະຫວ່າງສອງປະເທສ.

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ອົງການກວດກາ ສູນກາງພັກ ທີ່ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ກຸມພາ ນີ້ວ່າ:

"ອື 21 ຫາ 22 ເພີ່ນໄປ ສ່ວນວ່າຄນະນຶ່ງຍັງຢູ່ພຸ້ນເຈົ້າ ຫົວຂໍ້ກໍແມ່ນເປັນການພົບປະ ແລກປ່ຽນ ວຽກອັນຕ້ານການສໍ້ຣາດບັງຫລວງ."

ດຣ. ບຸນທອງ ຈິດມະນີ ໄດ້ພົບພໍ້ກັບທ່ານ ປະຍຸດ ຈັນໂອຊາ ນາຍົກຣັຖມົນຕຣີໄທ, ຫົວໜ້າ ຄສຊ. ທີ່ທໍານຽບຣັຖບາລ ຢູ່ບາງກອກ ແລະ ໄດ້ແລກປ່ຽນຂໍ້ມູນ ແລະປະສົບການດ້ານ ການປ້ອງກັນ ແລະປາບປາມ ການສໍ້ຣາດບັງຫລວງ ຣະຫວ່າງ ສອງປະເທສ ໃນຣະຍະທີ່ຜ່ານມາ.

ໃນຣະຫວ່າງການພົບພໍ້ກັບທ່ານ ປະຍຸດ ຈັນໂອຊາ, ດຣ. ບຸນທອງ ຈິດມະນີ ໄດ້ຢືນຢັນເຖິງການພົວພັນ ອັນເຂັ້ມແຂງ ກັບໄທ ຕລອດ 67 ປີ ທີ່ມີການພັທນາ ຢ່າງເປັນຣະບົບຕລອດມາ ແລະຫວັງວ່າ 2 ປະເທສ ລາວ-ໄທ ຈະສືບຕໍ່ພົວພັນ ແລະຮ່ວມມື ທີ່ມີຢູ່ນີ້ຕໍ່ໄປ ໃນທຸກດ້ານ ທັງທາງດ້ານການເມືອງ, ເສຖກິດ ແລະ ສັງຄົມ ໂດຍສະເພາະວຽກງານ ຕ້ານການສໍ້ຣາດບັງຫລວງ ຊຶ່ງໃນຣະຍະຜ່ານມາ ຖືວ່າ ໄດ້ມີການ ຮ່ວມມືກັນ ເປັນຢ່າງດີໃນການແລກປ່ຽນຂໍ້ມູນ ຊຶ່ງກັນແລະກັນ.

ພ້ອມກັນນັ້ນ ທ່ານຍັງໄດ້ຢໍ້າເຖິງເຣຶ່ອງຄວາມໝັ້ນຄົງ ຂອງທັງສອງປະເທສ ລາວ-ໄທ ໂດຍສະເພາະຕາມແນວຊາຍແດນ ຂອງສອງປະເທສ, ເຣຶ່ອງການ ຫລົບໜີຄະດີ ຂອງຄົນລາວ ແລະຄົນໄທ, ຊ່ວຍກັນສະກັດກັ້ນບຸກຄົນ ທີ່ຕ້ອງສົງສັຍ ຫລົບໜີຄະດີ ເຂັ້ມງວດຂຶ້ນ ແລະໃຫ້ ປະຕະບັດ ຕາມກົດໝາຍຣະຫວ່າງປະເທສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.