ລາວ-ໄທຕົກລົງຈະມີຊາຍແດນ ແຫ່ງຄວາມສັນຕິ
2013.08.16
ໃນມື້ວັນທີ 15 ສິງຫາ 2013 ກະຊວງ ການຕ່າງປະເທດໄທ ແລະ ສປປລາວ ໄດ້ຈັດ ກອງປະຊຸມ ຄນະກັມມະການ ຮ່ວມເຂດແດນ ໄທ-ລາວ ຄັ້ງທີ 9 ຂື້ນຢູ່ບາງກອກ ໂດຍມີ ທ່ານ ສຸຣະພົງ ໂຕວິ ຈັກໄຊກຸນ ຣັຖມົນຕຣີ ກະຊວງ ການ ຕ່າງປະເທດໄທ ແລະ ທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ການຕ່າງປະເທດ ສປປລາວ ເປັນປະທານຮ່ວມ ຂອງກອງປະຊຸມ. ໃນກອງປະຊຸມ ສອງຝ່າຍ ໄດ້ຕົກລົງກັນວ່າ ຈະເຮັດໃຫ້ ຊາຍແດນ ຣະຫວ່າງກັນ ເປັນຊາຍແດນ ແຫ່ງ ຄວາມສັນຕິ. ດັ່ງທ່ານທອງລຸນ ສີສຸລິດ ໄດ້ກ່າວ ໃນຕອນນື່ງວ່າ:
"ກອງປະຊຸມ ຄັ້ງນີ້ ຍັງມີຄວາມຫມາຍ ທີ່ມີລັກສນະ ປວັດສາດຫນ້າໃຫມ່ ຂອງການຮ່ວມມື ວຽກງານຊາຍແດນ ຂອງສອງປະເທດ ຜູ້ນຳ ຂອງປະເທດ ທັງສອງ ກໍໄດ້ສແດງ ເຈດຕະນາ ອັນແຮງກ້າ ເພື່ອສ້າງຊາຍແດນ ໃຫ້ເປັນຊາຍແດນ ແຫ່ງ ສັນຕິພາບ".
ໃນຂນະດຽວກັນ ກ່ອນຫນ້ານີ້ ທ່ານ ສຸຣະພົງ ໂຕວິຈັກໄຊກຸນ ໃນຖານນະ ເປັນເຈົ້າພາບ ກໍໄດ້ກ່າວ ໃນການໄຂ ກອງປະຊຸມວ່າ:
"ຣັຖບານໄທ ມີນະໂຍບາຍ ໃນການສົ່ງເສີມ ການເຊື່ອມໂຍງ ຣະຫວ່າງປະເທດ ຕາມແນວ ຊາຍແດນຄວບຄູ່ ໄປກັບ ການແກ້ໄຂ ບັນຫາ ເຂດແດນ ຂອງ ປະເທດເພື່ອນບ້ານ ໂດຍເປົ້າຫມາຍ ສູງສຸດ ຂອງການດຳເນີນ ວຽກງານ ດ້ານຊາຍແດນ ຂອງຣັຖບານໄທ ຄືການ ສ້າງຄວາມສຸຂ ແລະ ສັນຕິພາບ ຕາມແນວ ຊາຍແດນ".
ທ່ານ ສຸຣະພົງ ກ່າວຕື່ມວ່າ ກອງປະຊຸມ ຄັ້ງທີ 9 ສືບຕໍ່ຈາກ ກອງປະຊຸມຄັ້ງ ທີ 8 ທີ່ຈັດຂື້ນທີ່ ແຂວງຫລວງພຣະບາງ ໃນປີ 2007. ຣັຖບານໄທ ໄດ້ປະຊາສຳພັນ ໃຫ້ ປະຊາຊົນ ຊາວໄທ ຮູ້ກ່ຽວກັບ ຄວາມຄືບຫນ້າ ຂອງວຽກງານ ຂອງ ຄນະກັມມະການ ເຂດແດນຮ່ວມ ໄທ-ລາວ ແລະ ຜົລຂອງການ ປັກຫລັກຫມາຍ ເຂດແດນ ຣະຫວ່າງ ສອງ ປະເທດ.
ການປະຊຸມ ເທື່ອນີ້ ໄດ້ຕິດຕາມ ຜົລການດຳເນີນ ວຽກງານ ຂອງກອງປະຊຸມ ຄັ້ງທີ 8 ພ້ອມທັງ ຮັບຮອງເອົາ ເອກສານຕ່າງໆ ທີ່ໄດ້ຕົກລົງກັນ. ຫລັງຈາກ ກອງປະຊຸມ ຄັ້່ງນີ້ສິ້ນສຸດລົງ ປະທານ ຮ່ວມສອງຝ່າຍ ກໍໄດ້ຮ່ວມກັນ ລົງນາມ ເພື່ອສືບຕໍ່ວຽກງານ ຂອງຄນະກັມມະການຮ່ວມ ເຂດແດນ ລາວ-ໄທ ຕໍ່ໄປ ໃນອະນາຄົດ.