ນັກເຄື່ອນໄຫວໄທ ຖືກລັກພາຕົວ ຢູ່ລາວ

ມະນີຈັນ
2017.08.01
f-brad-adams ທ່ານ Brad Adams ຜຸູ້ອໍານວຍການ ອົງການ ສິ້ງຊອມ ສິດທິມະນຸດ Human Rights Watch ປະຈໍາ ພາກພື້ນເອເຊັຽ
HRW

ທາງການລາວ ຄວນສືບສວນສອບສວນ ເຣື່ອງການລັກພາຕົວ ນັກເຄື່ອນໄຫວໄທ ທີ່ ນະຄອນຫລວງ ວຽງຈັນ ວຸທິພົງ ກົດທໍາມະຄຸນ ຫຼື ເປັນທີ່ຮູ້ກັນ ໃນນາມ ໂກຕິ ໂດຍດ່ວນ. ຕາມຄໍາເວົ້າຂອງ ອົງການ ສິ້ງຊອມ ສິດທິມະນຸດ.

ຂ່າວຈາກນະຄອນ New York ຣາຍງານ ໂດຍອ້າງອີງໃສ່ ການສັມພາດ ຜູ້ເຫັນເຫດການ 2-3 ຄົນ ຂອງອົງການ ສິ້ງຊອມສິດທິມະນຸດ ວ່າເມື່ອວັນທີ 29 ກໍຣະກະດາ ເວລາ 9 ໂມງ 45 ນາທີ ມີກຸ່ມຜູ້ຊາຍ 10 ຄົນ ນຸ່ງເຄື່ອງດໍາ ຂົ່ມຂູ່ ທ່ານ ວຸທິພົງ ພັລຍາ ແລະໝູ່ຄົນນຶ່ງ ຂນະທີ່ກໍາລັງ ຈະເຂົ້າໄປເຮືອນຂອງ ທ່ານ ຢູ່ນະຄອນຫລວງ ວຽງຈັນ.

ພວກຄົນຮ້າຍ ຕີພວກເຂົາເຈົ້າ, ມັດມື, ປິດຕາ ແລະອັດປາກ ພວກເຂົາເຈົ້າໄວ້, ຫລັງຈາກນັ້ນ ທ່ານວຸທິພົງ ກໍຖືກເອົາຂຶ້ນຣົດ ຂັບໜີໄປ. ພັລຍາແລະໝູ່ເວົ້າວ່າ ພວກຄົນຮ້າຍ ເວົ້າກັນເປັນ ພາສາໄທ. ເຫດທີ່ເກີດຂຶ້ນນັ້ນ ໄດ້ຣາຍງານ ຕໍ່ທາງການລາວແລ້ວ.

ທ່ານ Brad Adams ຜູ້ອໍານວຍການ ອົງການສິ້ງຊອມສິດທິມະນຸດ ເວົ້າວ່າການລັກພາຕົວ ທ່ານ ວຸທິພົງ ນັ້ນຕ້ອງມີ ການສືບສວນສອບ -ສວນຢ່າງເຕັມທີ່ ບໍ່ຄວນມິດງຽບ.  ຣັຖບານລາວ ຈະຕ້ອງຄົ້ນຫາ ຄວາມຈິງໂດຍດ່ວນ ແລ້ວຣາຍງານ ໃຫ້ມວນຊົນໄດ້ຮູ້ນໍາ ຮວມທັງບ່ອນ ຢູ່ຂອງທ່ານ ວຸທິພົງ ແລະ ແມ່ນໃຜເປັນຜູ້ ຮັບຜິດຊອບ ໃນອາຊຍາກັມ ຄັ້ງນີ້.

ສປປລາວ ໄດ້ລົງນາມໃນສົນທິສັນຍາສາກົລ ກ່ຽວກັບການປົກປ້ອງ ທຸກຄົນ ຈາກການຖືກບັງຄັບໃຫ້ ຫາຍສາບສູນ. ເຖິງແມ່ນວ່າ ຈະມີ ພັລທະດໍາເນີນ ການສືບສວນ ສອບສວນ ຢ່າງໂປ່ງໃສ ລະອຽດ ແລະການສືບສວນ ສອບສວນ ສ່ວນໃດ ສ່ວນນຶ່ງ ໃນທຸກກໍຣະນີ ການ ບັງຄັບ ໃຫ້ຫາຍສາບສູນ ທີ່ມີການ ກ່າວຫານັ້ນ ເພື່ອແກ້ໄຂ ແລະ ນໍາເອົາກຸ່ມຄົນ ທີ່ຮັບຜິດຊອບ ນັ້ນມາດໍາເນີນຄະດີ ແຕ່ຣັຖບານລາວ ກໍລົ້ມແຫລວ ໃນຄວາມຄືບໜ້າ ຢ່າງໜ້ອຍໃນ 10 ກໍຣະນີ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ຮວມທັງ ກໍຣະນີ ທ່ານ ສົມບັດ ສົມພອນ ທີ່ ຖືກເອົາຕົວໄປ ຈາກ ປ້ອມຍາມຕໍາຣວດ ໃນ ນະຄອນຫລວງ ວຽງຈັນ ເມື່ອວັນທີ 15 ທັນວາ ປີ 2012.

ທ່ານ Adams ເວົ້າຕື່ມວ່າ ຣັຖບານລາວ ມີຄວາມຮັບຜິດຊອບ ໃນການຊອກຮູ້ ວ່າມີຫຍັງເກີດຂຶ້ນກັບ ທ່ານ ວຸທິພົງ ແລະ ຣະບຸທຸກຄົນ ທີ່ຮັບຜິດຊອບ ບໍ່ຂຶ້ນຢູ່ກັບ ຜົລທາງການ ເມືອງ ທີ່ຈະຕາມມາ. ແລະວ່າອົງການ ຕ່າງປະເທດທີ່ ໃຫ້ການຊ່ວຍເຫລືອ ແລະ ຣັຖບານ ທີ່ ພົວພັນກັບ ຣັຖບານລາວ ຄວນກົດດັນ ທາງການລາວ ໃຫ້ຄໍາຕອບ ວ່າມີຫຍັງ ເກີດຂຶ້ນກັບ ທ່ານ ວຸທິພົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.