ເດັກນ້ອຍລາວຮຽນບໍ່ຈົບ ຍັງມີຫຼາຍ
2018.06.07
ເດັກນ້ອຍນັກຮຽນ ອາຍຸຣະຫວ່າງ 13 ຫາ 15 ປີ ທັງຊາຍແລະຍິງ ຢູ່ ສປປລາວ ອອກໂຮງຮຽນກ່ອນຮຽນຈົບຊັ້ນ ໄປຫາຮັບຈ້າງຫາເງິນ ຊ່ອຍພໍ່ແມ່ ທີ່ທຸກຍາກລໍາບາກ ຍັງມີຫລາຍຢູ່ ແລະບັນຫານີ້ ທາງການລາວ ບໍ່ສາມາດທີ່ຈະແກ້ໄຂໄດ້. ຍ້ອນຄວາມຈໍາ ເປັນຂອງຄອບຄົວ ພວກເຂົາເຈົ້າທຸກຍາກຂາດເຂີນ; ດັ່ງ ເຈົ້າໜ້າທີ່ແຂວງເຊກອງ ຊຶ່ງເປັນແຂວງນຶ່ງ ທີ່ກໍາລັງຜະເຊີນກັບບັນຫາດັ່ງກ່າວ ເວົ້າຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 6 ມິຖຸນານີ້ວ່າ:
"ໂອຕົວນີ້ນີ້ກໍ ກໍຫລາຍເຕີບຫັ້ນແຫລະ ກໍມີຢູ່ໃນເຂດທຸກຍາກ ແລະມັນກໍມີຢູ່ໃນເຂດສະດວກ ກໍຮຽນຢູ່ໃນ ມ. ຕົ້ນ ຮຽນອັນນີ້ໜິມັນ ກໍອອກ ກາງປີກໍມີ ຜູ້ສ້າງຄອບຄົວກໍມີ ອອກຮັບຈ້າງນໍາບໍຣິສັດອີ່ສັງຕ່າງໆຫັ້ນນະ ມັນເປັນຮູບແບບນີ້ເຂົາອອກຫັ້ນນະ ສ່ວນໃຫຍ່ກໍມັນທຸກຍາກ ສ່ວນນຶ່ງກໍຈະແມ່ນຄວາມຕ້ອງການຂະເຈົ້າຫັ້ນແຫລະ ປະມານ 20% ລົງມານີ້ແລ້ວ."
ທ່ານກ່າວວ່າ ສໍາລັບແຂວງເຊກອງ ເດັກນ້ອຍທີ່ອອກໂຮງຮຽນກ່ອນຮຽນຈົບຊັ້ນນັ້ນ ຍັງບໍ່ທັນຮູ້ວ່າ ມີຈໍານວນເທົ່າໃດກັນແທ້ ເພາະຈະສລຸບ ໃນເດືອນສິງຫາ ຂອງທຸກປີ. ແຕ່ກໍຄາດວ່າ ອາຈມີຢູ່ປະມານ 20% ຂອງ ຈໍານວນເດັກນ້ອຍນັກຮຽນ ທົ່ວແຂວງທັງໝົດ ທີ່ີອາຍຸຣະຫວ່າງ 13 ຫາ 15 ປີ ຫລືກໍາລັງຮຽນຢູ່ຊັ້ນມັທຍົມຕົ້ນ.
ທ່ານກ່າວຕື່ມວ່າ ເມືອງທິີ່ມີບັນຫານີ້ຫຼາຍນັ້ນມີ 4 ເມືອງ. ແຕ່ຢູ່ເມືອງທ່າແຕງມີຫຼາຍກວ່າໝູ່ ແລະມີແນວໂນ້ມວ່າ ເດັກນ້ອຍອອກໂຮງຮຽນ ຫລາຍຂຶ້ນທຸກປີ ໃນຣະຍະ 5 ປີທີ່ຜ່ານມານີ້. ແຕ່ກ່ອນຈະມີຢູ່ຕາມເຂດຊົນນະບົດ ແຕ່ປັດຈຸບັນ ບັນຫານີ້ຢູ່ ໃນເຂດເທສບານເມືອງກໍມີ.
ສໍາລັບຢູ່ແຂວງຜົ້ງສາລີ ກໍມີບັນຫາດຽວກັນນີ້ຢູ່ທຸກເມືອງ ທັງ 7 ເມືອງ. ເດັກນ້ອຍອອກໂຮງຮຽນ ຕັ້ງແຕ່ຮຽນບໍ່ຈົບຊັ້ນປະຖົມ, ສ່ວນໃຫຍ່ ແມ່ນເປັນຍ້ອນ ຄອບຄົວທຸກຍາກລໍາບາກ, ອອກໂຮງຮຽນໄປຊ່ອຍຄອບ ຄົວເຮັດໄຮ່ເຮັດນາ. ດັ່ງເຈົ້າໜ້າທີ່ ແຂວງຜົ້ງສາລີ ເວົ້າໃນມື້ ດຽວກັນນີ້ວ່າ:
"ສ່ວນຫລາຍກໍພວກປໍ 1 ພາກ ສ່ວນອັນນີແຫລະຢູ່ ປ.1 ຮອດ ປ.5 ນີ້ແຫລະ ສ່ວນຫລາຍຫັ້ນ ປ. 1 ນີ້ຂະເຈົ້າພວກຊົນເຜົ່າເດ້ ເຂົາກະ ພາກັນໄປຮົ້ວ ພາໄປສວນ ອັນນັ້ນເຮັດໄຮ່ ເຮັດແນວນີ້ແລ້ວກໍພາໄປລ້ຽງລູກບໍ່ ຄົນຊົນເຜົ່າເດ້ ພວກອາຂ່າຢູ່ນີ້ນະ ແຕ່ປີນີ້ຕົວເລກນັ້ນກໍຍັງ ບໍ່ທັນສລຸບເທື່ອ."
ທ່ານວ່າບັນຫານີ້ເກີດຂຶ້ນຫລາຍຢູ່ເມືອງສໍາພັນ ແຕ່ຍັງບໍ່ທັນໄດ້ສລຸບວ່າ ມີຈໍານວນເທົ່າໃດກັນແທ້. ແຕ່ປີກາຍ ມີຢູ່ປະມານ 20 ສ່ວນຮ້ອຍ ຂອງຈໍານວນເດັກນ້ອຍນັກຮຽນທັງໝົດໃນທົ່ວແຂວງນີ້.
ສໍາລັບຈໍານວນເດັກນ້ອຍ ທີ່ອອກໂຮງຮຽນກ່ອນຮຽນຈົບຊັ້ນ ຢູ່ແຂວງຕ່າງໆໃນທົ່ວປະເທສນັ້ນ ມີການສລຸບແຕ່ ເດືອນ ມິຖຸນາ ຫາ ເດືອນ ສິງຫາ ຂອງທຸກປີ ແລະກອງປະຊຸມສມັຍສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 8 ທີ່ກໍາລັງດໍາເນີນຢູ່ນີ້ ກໍຈະເວົ້າເຖິງບັນຫາທີ່ວ່ານັ້ນ ເພື່ອຫາວິທີຫລຸດຜ່ອນຈໍານວນນັກຮຽນ ທີ່ອອກໂຮງຮຽນກ່ອນຮຽນຈົບຊັ້ນນັ້ນລົງ.