ທາງການແຈ້ງງົດທຸກງານ ສັງສັນ ຊຸມຊົນ

ຈໍາປາທອງ
2020.03.11
F-Lao-NY ງານສລອງປີໃໝ່ລາວ ຢູ່ ນະຄອນຫຼວງວຽງຈັນ ປີ 2016
RFA

ກະຊວງຖແລງຂ່າວ ວັທນະທັມແລະທ່ອງທ່ຽວຂອງລາວ ອອກແຈ້ງການໃຫ້ໂຈະ ຫລື ເລື່ອນງານແຕ່ງດອງ ງານປະເພນີ ແລະງານສັງຄົມ ຕ່າງໆທີ່ມີຄົນເຂົ້າຮ່ວມຫຼາຍ ໃນໄລຍະນີ້ ເພື່ອປ້ອງກັນພະຍາດ ໂຄວິດ-19. ແຕ່ສໍາລັບຜູ້ທີ່ເລື່ອນງານນັ້ນບໍ່ໄດ້ ຍ້ອນກ່ຽວຂ້ອງກັບຮີດຄອງ ປະເພນີ  ແລະມີຄວາມຈໍາເປັນແທ້ ກໍໃຫ້ຈັດ ແຕ່ບໍ່ໃຫ້ຈັດໃຫຍ່ໂຕ ດັ່ງເຈົ້າໜ້າທີ່ກະຊວງຖແລງຂ່າວ, ວັທນະທໍາ ແລະ ທ່ອງທ່ຽວ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມິນາ ນີ້ວ່າ:

”ໂຕນີ້ເພິ່ນກະແຈ້ງເຕືອນນໍ ເຈົ້າພາບຜູ້ໃດຕ້ອງການຈະເລື່ອນກໍເລື່ອນໄດ້ ແຕ່ວ່າຜູ້ໃດທີ່ມີຄວາມຈໍາເປັນ ເລື່ອນບໍ່ໄດ້ກະຈັດໄດ້ກະມີການ ກວດກາທີ່ດີມັນຂຶ້ນກັບເຈົ້າພາບນໍ ຊ່ວງນີ້ນໍກໍຊ່ວງລະບາດ ເຂົາເຈົ້າກໍເຮັດຕາມຮີດຄອງເລັກນ້ອຍ ບໍ່ຫລູຫລາ ລຽບງ່າຍ.”

ນາງເວົ້າວ່າພ້ອມກັນນັ້ນ ຍັງມີແຈ້ງການເຖິງຫົວໜ່ວຍທຸຣະກິດບໍຣິການໃນຂແນງທ່ອງທ່ຽວ ເຖິງສະມາຄົມທຸຣະກິດທ່ອງທ່ຽວລາວ ສະມາຄົມ ໂຮງແຮມ ແລະຮ້ານອາຫານ ໃນຂອບເຂດທົ່ວປະເທດ ໃຫ້ເຂັ້ມງວດໃນການ ຈັດຕັ້ງປະຕິບັດ. ໂດຍສະເພາະ ຮ້ານອາຫານ ທີ່ມັກມີຄົນ ເຂົ້າໄປກິນຫລາຍ ແມ່ນຄວນມີມາຕການເຂັ້ມງວດ, ຫາກມີການຈັດງານສັງສັນ ກໍຕ້ອງບໍ່ໃຫ້ເກີນນຶ່ງຊົ່ວໂມງ ດັ່ງທີ່ນາງກ່າວວ່າ:

”ເພາະວ່າຮ້ານອາຫານກໍບໍ່ໄດ້ປິດ ຮ້ານອາຫານກໍກຽມພ້ອມ ທີ່ດີກະໄດ້ຫັ້ນແຫຼະ ໄດ້ດ້າມຊົ່ວໂມງ ຊົ່ວໂມງນຶ່ງກະເລີກ ຄະນະກັມມະການ ໂຄວິດ ເພິ່ນຈະແຈ້ງສະຖານະການຊ່ວງໃດ ບໍ່ມີການລະບາດ ຫລື ລົດລົງເພິ່ນກະຈະແຈ້ງ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ທ່ານເວົ້າທາງການ ຢາກໃຫ້ປະຊາຊົນ ຊ່ອຍກັນຈັດຕັ້ງປະຕິບັດຕາມແຈ້ງການດັ່ງກ່າວຢ່າງເຂັ້ມງວດ ບໍ່ຄວນໄປຢູ່ບ່ອນ ທີ່ມີຄົນຫລາຍ ແລະຊຸມນຸມສັງສັນໜາແໜ້ນ ເຖິງແມ່ນວ່າ ປະເທດລາວ ຍັງກວດບໍ່ພົບຜູ້ຕິດ ເຊື້ອພຍາດ ໂຄວິດ-19 ກໍຕາມ, ຕ້ອງຊ່ອຍກັນ ປ້ອງກັນໄວ້ກ່ອນ ເພື່ອບໍ່ໃຫ້ມັນຣະບາດຢູ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.