ກິລາແຫ່ງຊາດຄັ້ງທີ 11 ຖືກເລື່ອນ

ໄມຊູລີ
2018.09.17
F-VT-Stadium ສນາມກິລາແຫ່ງຊາດ ນະຄອນຫຼວງວຽງຈັນ
Public Domain

ກະຊວງສຶກສາທິການ ແລະກິລາ ແຈ້ງການໃນມື້ ວັນທີ 14 ກັນຍາ ຜ່ານມາວ່າ ທາງການຈະເລື່ອນ ເວລາການແຂ່ງຂັນ ກິລາແຫ່ງຊາດ ຄັ້ງທີ່ 11 ຢູ່ແຂວງຊຽງຂວາງ ອອກໄປຈາກ ວັນທີ 11 ພຶສຈິກາ 2018 ໄປໃສ່ ວັນທີ່ 11 ພຶສຈິກາ ປີ 2019, ເນື່ອງຈາກ ພື້ນທີ່ຈະຈັດ ການແຂ່ງຂັນ ໄດ້ຮັບຄວາມເສັຍຫາຍ ຈາກພັຍພິບັດ ທັມມະຊາດ ຢ່າງໃຫຍ່ຫລວງ; ດັ່ງ ເຈົ້າໜ້າທີ່ ຫ້ອງການກິລາ ແຂວງຊຽງຂວາງ ທ່ານນຶ່ງ ກ່າວວ່າ:

“ແມ່ນແຫລະເພິ່ນເລື່ອນໄປ 2019 ເດືອນ 11,2019 ກໍເນື່ອງຈາກວ່າ ພັຍພິບັດ ເກີດຂື້ນທົ່ວປະເທດ ແລ້ວເຮົາກໍສຸມໃສ່ແກ້ໄຂ ຊ່ວຍເຫລືອ ຟຶ້ນຟູ ຊີວິດການເປັນຢູ່ ຂອງປະຊາຊົນນີ້ລະ ພັຍພິບັດ ແລ້ວບັດນີ້ ເສັ້ນທາງ ຄົມມະນາຄົມ ກໍເປ່ເພ ດິນເຊາະ ດິນເຈື່ອນ ທຸກທາງເນາະ ເມືອງຕໍ່ເມືອງ ບ້ານຕໍ່ບ້ານ ຍາກຫລາຍຊຸມພວກເຮົາ ກໍດາຍ.”

ທ່ານກ່າວຕຶ່ມວ່າ ສ່ວນຫາງສຽງສັງຄົມ ທີ່ວ່າ ການເລື່ອນເວລາ ຈັດງານມະຫາກັມ ກິລາ ອອກໄປເປັນຍ້ອນ ການສໍ້ຣາດບັງຫລວງ ນັ້ນບໍ່ ເປັນຄວາມຈິງ ເນື່ອງຈາກການເບີກຈ່າຍເງິນ ໃນການກໍ່ສ້າງ ແລະຈັດຕັ້ງປະຕິບັດ ວຽກງານ ອັນໃດກໍຕາມ ຕ້ອງມີຜູ້ເຊັນ ເອກສານ ຢັ້ງຢຶນ ຈາກຫລາຍຄົນ ທ່ານວ່າ:

“ອັນນີ້ບໍ່ມີແທ້ ເຣື້ອງເງິນເຣື້ອງຄໍາ ຕົວນີ້ບໍ່ມີບັນຫາ ເພາະວ່າ ມັນມີຄນະ ທີ່ຮັບຜິດຊອບກ່ອນ ທີ່ຈະໄດ້ຈ່າຍ ກໍທັມດາ ມັນມີຫຼາຍລາຍເຊັນ ເດີ ເນາະ ເພາະວ່າ ຄວາມໂປ່ງໃສ ບໍ່ໃຫ້ມັນມີເຣື້ອງ ທີ່ວ່າບໍ່ປົ່ງໃສ ຕົວນີ້ບໍ່ມີຄວາມຈິງ ເພາະວ່າເງິນເຮົາ ມັນຕ້ອງໄດ້ປຸກຣະດົມ ມີຄນະ ຮັບຜິດຊອບ ຫລາຍລາຍເຊັນ ຈະໃຊ້ຈ່າບ ອິຫຍັງກໍຍາກເນາະ ອັນນີ້ບໍ່ໄດ້ງ່າຍ.”

ສນາມກິລາເພື່ອໃຊ້ແຂ່ງຂັນກິລາແຫ່ງຊາດ ຢູ່ແຂວງຊຽຂວາງ ແມ່ນໄດ້ສ້ອງແປງເອົາ ສນາມກິລາເກົ່າ ທີ່ມີຢູ່ແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.