ຈຸດຢືນຂອງລາວເຣື້ອງທະເລ ຈີນໃຕ້

ອຸ່ນແກ້ວ ສຸກສະຫວັນ
2016.07.19
F-Lao-Flag ຈຸດຢືນ ຂອງລາວ ຕໍ່ບັນຫາຂໍ້ຂັດແຍ່ງ ຢູ່ທະເລຈີນໃຕ້
LPDR

ກ່ຽວກັບ ຈຸດຢືນ ຂອງ ສປປລາວ ຕໍ່ບັນຫາ ທະເລຈີນໃຕ້ ຫລື ທະເລ ຕາເວັນອອກ ທີ່ ເອີ້ນຕາມ ວຽດນາມ, ລາວ ຍັງຄົງເນັ້ນ ໃຫ້ ທຸກຝ່າຍ ທີ່ກ່ຽວຂ້ອງ ແກ້ໄຂບັນຫາ ດ້ວຍ ສັນຕິວິທີ. ອີງຕາມ ຣາຍງານ ຂອງຂ່າວສານ ວຽດນາມ.

ທ່ານ ບຸນແນມ ເຈືອງຫອມ ໂຄສົກ ກະຊວງ ການຕ່າງປະເທດ ໄດ້ກ່າວຕໍ່ ນັກຂ່າວ ຢູ່ ນະຄອນຫຼວງ ວຽງຈັນ ໃນວັນທີ 16 ກໍຣະກະດາ ຊຶ່ງໃນຕອນນຶ່ງ ທ່ານກ່າວວ່າ:

“ລາວ ໄດ້ຕິດຕາມ ສະພາບການ ຢູ່ທະເລ ຕາເວັນອອກ ຢ່າງໃກ້ຊິດ ເພາະ ນີ້ແມ່ນ ເຂດສຳຄັນ ແລະ ຫລໍ່ແຫລມ ທີ່ສຸດ ລາວ ຮຽກຮ້ອງໃຫ້ ປະເທດ ທີ່ກ່ຽວຂ້ອງ ໃຫ້ໃຊ້ຄວາມອົດທົນ ແລະ ປຶກສາ ຫາລືກັນ ໃນການແກ້ໄຂ ຂໍ້ຂັດແຍ່ງ ດ້ວຍ ສັນຕິວິທີ.”

ຄຳກ່າວຂອງ ທ່ານ ບຸນແນມ ເຈືອງຫອມ ມີຂຶ້ນໃນຊ້ວງ ທີ່ ຈັດຖະແຫລງຂ່າວ ຕໍ່ ສື່ມວລຊົນ ຢູ່ກະຊວງ ການຕ່າງປະເທດ ກ່ຽວກັບ ການກະຕຣຽມ ກອງປະຊຸມ ຣັຖມົນຕຼີ ການຕ່າງປະເທດ ອາຊຽນ ຄັ້ງທີ 49. ຣາຍງານ ຍັງຣະບຸ ອີກວ່າ ນີ້ແມ່ນ ຄັ້ງທຳອິດ ທີ່ ລາວ ສະແດງທັສນະ ຂອງຕົນ ກ່ຽວກັບ ບັນຫາ ທະເລ ຕາເວັນອອກ ຫລື ທະເລຈີນໃຕ້ ນັບແຕ່ ສານນາໆຊາດ ຢູ່ປະເທດ ນິເດິແລັນ ໄດ້ອອກ ຄຳຕັດສິນ ວ່າ ບໍ່ຮັບຮູ້ ການອ້າງສິດ ໃນເຂດ ທະເລຈີນໃຕ້ ຂອງຈີນ.

ກ່ຽວກັບເຣື້ອງນີ້ ນັກວິເຄາະ ໃຫ້ຄຳເຫັນວ່າ ບັນຫາ ຄວາມຂັດແຍ່ງ ທະເລຈີນໃຕ້ ຫລື ທະເລ ຕາເວັນອອກ ຈະເຄັ່ງຕຶງ ຂຶ້ນຕື່ມ ແລະ ນັກວິເຄາະ ຍັງໃຫ້ ຄຳເຫັນວ່າ ການສະແດງ ຈຸດຢືນ ຂອງລາວ ໃນຖານະ ປະທານ ອາຊຽນ ຈະບໍ່ເຮັດໃຫ້ ປະເທດ ທີ່ເປັນຄູ່ ກໍຣະນີ ຂໍ້ຂັດແຍ່ງ ຢູ່ ທະເລຈີນໃຕ້ ເສັຽໜ້າ ແລະ ເສັຽຄວາມຮູ້ສຶກ. ແຕ່ ນັກວິເຄາະ ກ່າວອີກວ່າ ໃນແງ່ຂອງ ຄວາມຈິງແລ້ວ ຄວາມສຳພັນ ຣະຫວ່າງ ລາວ-ວຽດນາມ ແກ້ຊິດ ສະໜິດແໜ້ນ ຫຼາຍກວ່າ ຈີນ ບໍ່ວ່າຈະ ດ້ານການເມືອງ ແລະ ການທະຫານ, ໃນຂນະທີ່ ລາວກັບຈີນ ສ່ວນໃຫຍ່ ຈະເປັນຄູ່ຮ່ວມ ການຄ້າ ກັນຫຼາຍກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.