ນັກຮຽນລາວໄດ້ຫຼຽນທອງແດງ

ສິດນີ
2014.05.12
f-default ນັກຮຽນລາວໄດ້ຫຼຽນທອງແດງ
RFA

 

ນັກຮຽນ ລາວ ສອງຄົນ ຜູ້ທີ່ໄດ້ ຮັບ ຫລຽນ ທອງແດງ ໃນການ ແຂ່ງຂັນ ແນວຄິດ ດ້ານ ສິ່ງ ແວດລ້ອມ ຂອງ ອົງການ OLYPIAD ດັ່ງກ່າວ ແມ່ນ ມາຈາກ ໂຮງຮຽນ EASTERN STAR ທີ່ ນະຄອນ ຫລວງ ວຽງຈັນ ນຶ່ງ ໃນນັ້ນ ແມ່ນ ທ້າວ ພຸທທະເສນ ໄຊຊນະ ອາຍຸ 14 ປີ ແລະ ທ້າວ ພູນະຄອນ ແສງສຸລີ ຮຽນຢູ່ ມັທຍົມ ຕົ້ນ ປີທີ 4.

ໂຄງການ ສີ່ງ ແວດລ້ອມ ທີ່ ທັງສອງ ໄດ້ເອົາໄປ ແຂ່ງຂັນ ໃນງານ ດັ່ງກ່າວ ແມ່ນ ການ ອະນຸຮັກ ພລັງງານ ດ້ວຍການ ໃຊ້ ກະຈົກ ແກ້ວ ໃນການ ສ້າງບ້ານ ເຮືອນ ແລະ ຕຶກ ອາຄານ ທີ່ສາມາດ ຫລຸດຜ່ອນ ພລັງງານ ໄດ້ ຢ່າງນ້ອຍ 15 ຫາ 20 ສ່ວນຮ້ອຍ ແລະ ໃນເວລາ ດຽວກັນ ກໍ່ ສາມາດ ໃຫ້ແສງ ໃນ ເຮືອນ ແລະ ອາຄານ ໄດ້ ຊື່ງ ເປັນ ຄວາມຄິດ ທີ່ ສ້າງສັນ ແລະ ດີສຳລັບ ການ ອະນຸຮັກ ພລັງງານ ໃນໂລກ ໃນ ທົສວັດ ຕໍ່ໄປ.

ໃນຈຳນວນ ນັກຮຽນ ຜູ້ທີ່ເຂົ້າ ແຂ່ງຂັນ ຈາກ ທົ່ວໂລກ ກວ່າ 300 ຄົນ ຈາກ 51 ປະເທດ ນັກຮຽນ ລາວໄດ້ ຫລຽນທອງ ແດງ ກໍຖືວ່າ ມີຄວາມ ສຳຄັນ ຢ່າງຍີ່ງ ເພາະ ເປັນ ໂຄງການ ວິທຍາສາດ ຂອງ ອົງການ ນານາ ທີ່ ໃສ່ຊື່ວ່າ OLYMPIAD ທີ່ຈັດຂື້ນ ໃນ ປະເທດ ອາເຊີບາຈອນ ໃນປີນີ້.

ໂຄງການ ດັ່ງກ່າວ ມີ ຈຸດປະສົງ ດືງດູດ ນັກຮຽນ ຣະດັບ ມັທຍົມ ໃນ ທົ່ວໂລກ ໃຫ້ຫັນມາ ສົນໃຈ ການ ອະນຸຮັກ ພລັງງານ ແລະ ປົກປ້ອງ ສີ່ງ ແວດລ້ອມ. ເປັນ ລາງວັນ ທີ່ສ້າງ ຊື່ສຽງ ໃຫ້ ປະເທດ ລາວ ຊື່ງ ເປັນ ປະເທດ ກໍາລັງ ພັທນາ ປະເທດ ນຶ່ງ ໃນໂລກ ແຕ່ມີ ຄວາມຄິດ ປະດິດ ຄິດສ້າງ ທີ່ດີ ໃນການ ປົກປ້ອງ ໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.