ສປປລ ແຫ່ງ ກົດໝາຍ

ສິດນີ
2015.12.25
f-xaysomphone ທ່ານ ໄຊສົມພອນ ພົມວິຫານ ຮອງ ປະທານ ສະພາ ແຫ່ງຊາດ ສປປ ລາວ
LNTV news

ນັກກົດໝາຍ ລາວ ຫຼາຍຄົນ ສະແດງ ຄຳຄິດເຫັນ ວ່າ ຈະເປັນ ໄປໄດ້ຍາກ ທີ່ ພັກ-ຣັຖ ຈະພັທນາ ສປປລາວ ໃຫ້ ເປັນປະເທດ ແຫ່ງ ກົດໝາຍ ແຕ່ນີ້ ເຖີງປີ 2020.

ການຕັດສິນ ຄະດີໃຫຽ່ ແຕ່ລະຄັ້ງ ໃນຣະດັບ ຂັ້ນແຂວງ ຕ້ອງຜ່ານ ການ ພິຈາຣະນາ ຂອງຄນະ ປະຈໍາ ພັກແຂວງ ທີ່ ບໍ່ແມ່ນ ເຈົ້າໜ້າທີ່ ສານ ແລະ ອັຍການ ໃນຂນະທີ່ ຕາມຫລັກການ ແລ້ວ ສານ ແລະ ອັຍການ ຈະບໍ່ຖືກ ແຊກແຂງ, ດັ່ງ ນັກກົດໝາຍ ອາວຸໂສ ລາວ ທ່ານນຶ່ງ ເວົ້າຕໍ່ ເອເຊັຽ ເສຣີ ໃນ ວັນທີ 24 ທັນວາ 2015 ນີ້ ວ່າ:

“ຄະດີ ຣາຍໃຫຍ່ໆ ຕ້ອງໄດ້ຜ່ານ ຄນະປະຈຳ ພັກແຂວງ ຜ່ານ ຄນະ ປະສານງານ ປົກປ້ອງ ກົດໝາຍ. ຄວາມເປັນ ເອກກະຣາດ ຂອງ ຜູ້ພິພັກສາ ເພິ່ນໄດ້ ກຳນົດໄວ້ ຢ່າງ ຄັກແນ່ ຢູ່ໃນ ກົດໝາຍ ສານ ກົດໝາຍ ອັຍການ ບໍ່ມີຜູ້ໃດ ຈະເຂົ້າ ແຊກແຊງ ມັນ”.

ນັກກົດໝາຍ, ທະນາຍ ຄົນອື່ນໆ ກໍເວົ້າ ໃນທຳນອງ ດຽວກັນວ່າ ຢູ່ລາວ ສານ ບໍ່ເຄີຍ ຕັດສິນ ລົງໂທດ ເຈົ້າໜ້າທີ່ ຂັ້ນສູງ ທີ່ ສໍ້ຣາສ ບັງຫລວງ ຈັກເທື່ອ, ສຸງສຸດ ກໍພຽງ ຍົກຍ້າຍໜ້າທີ່ ຕຳແໜ່ງ ເທົ່ານັ້ນ. ຜູ້ນຳລາວ ຫຼາຍຄົນ ເວົ້າຢູ່ເລື້ອຍໆ ວ່າຈະ ພຍາຍາມ ປົກຄອງ ປະເທດ ດ້ວຍ ກົດໝາຍ ໃຫ້ໄດ້. ດັ່ງທ່ານ ໄຊສົມພອນ ພົມວິຫານ ຮອງ ປະທານ ສະພາ ແຫ່ງຊາດ ໄດ້ສະເໜີ ຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ໃນອາທິດ ທີ່ແລ້ວນີ້ ວ່າ:

“ຮອດປີ 2030 ຄາດຄະເນ ວ່າ ບົດບາດ ນິຕິບັນຍັດ ປັບປຸງ ຣະບົບ ກົດໝາຍ ແລະ ນິຕິກັມ ດ້ວຍ ກົດໝາຍ ຈະຄົບຖ້ວນ ແລະ ສົມບູນ ຂື້ນ ອັນຈະສ້າງ ພື້ນຖານ ດ້ານ ນິຕິກັມ ອັນໜັກແໜ້ນ ໃຫ້ແກ່ ການຄຸ້ມຄອງ ຣັດ ດ້ວຍ ກົດໝາຍ ມີຄວາມ ເຂັ້ມງວດ ແລະ ສັກສິດ ຂື້ນ.”

ພາຍຫລັງ ຍຶດອຳນາດ ໃນປີ 1975 ພັກ ປະຊາຊົນ ປະຕິວັດ ລາວ ກໍປົກຄອງ ປະເທດ ໂດຍທີ່ບໍ່ມີ ຣັຖທັມມະນູນ ແລະ ກົດໝາຍ ໃຊ້ ມະຕິ ຄຳສັ່ງ ຂອງ ພັກ ແທນ. ແຕ່ຫລັງຈາກ ມີ ຣັຖທັມມະນູນ ອອກມາ ສະບັບ ທໍາອິດ ປີ 1991, ປີ 2009, ສປປ ລາວ ມີແຜນ ແມ່ບົດ ກ່ຽວກັບ ການພັທນາ ຣັດ ແຫ່ງ ກົດໝາຍ ແຕ່ນີ້ ໄປຮອດ ປີ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.