ທາງການວ່າຂໍ້ສອບບໍ່ຮົ່ວ
2016.10.12

ການເສັງເຂົ້າເປັນ ຣັຖກອນ ຂອງກະຊວງ ວິທຍາສາດ ແລະ ເທັກໂນໂລຈີ ທີ່ຫາກໍ ຜ່ານໄປນັ້ນ ທາງການລາວ ໝັ້ນໃຈວ່າ ເປັນໄປຢ່າງ ໂປ່ງໄສ ບໍ່ມີການ ທຸຈຣິດ ຕາມທີ່ ຫາງສຽງ ຂອງສັງຄົມ ບາງສ່ວນ, ທີ່ຍັງສົງໄສ ຢູ່ວ່າ ມັນຈະເປັນ ໄປໄດ້. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ຜູ້ບໍ່ປະສົງ ອອກຊື່ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 11 ຕຸລາ ນີ້ວ່າ:
"ຣັຖກອນ ຈະບໍ່ມີເສັ້ນສາຍ ປ້ອງກັນບໍ່ໃຫ້ມີ ແນ່ນອນ ຢູ່ແລ້ວ, ດຽວນີ້ ບໍ່ມີແລ້ວ, ເຂົາເຂັ້ມງວດ ຖ້າຂໍ້ສອບ ຮົ່ວໄຫລ ເວົ້າງ່າຍໆ ກໍຄືໃຫ້ ສອບໃໝ່ ສົມມຸດວ່າ ຂໍ້ສອບ ຮົ່ວໄຫຼ ກໍຈະມີ ກອງປະຊຸມ ແລະ ມີແຈ້ງການ ອອກມາ ໃຫ້ສອບໃໝ່ ໝົດທຸກຄົນ".
ທ່ານເວົ້າຕື່ມວ່າ ຜ່ານມາ ແມ່ນແທ້ ການສອບເສັງ ເຂົ້າເປັນ ຣັຖກອນ ມັກມີ ຂໍ້ສອບ ຮົ່ວໄຫລ ໃຊ້ເງິນຊື້ຈ້າງ ແລະ ໃຊ້ເສັ້ນສາຍ ແຕ່ມາ ຮອດ ປັດຈຸບັນ ທາງການ ໄດ້ເຂັ້ມງວດ ກ່ຽວກັບ ເຣຶ່ອງ ດັ່ງກ່າວ ຍ້ອນວ່າ ຕ້ອງການ ຜູ້ທີ່ມີ ຄວາມສາມາດ ແທ້ໆ ມາເຮັດວຽກ. ຫາກ ພົບວ່າ ມີຂໍ້ສົງໄສ ໃນເຣຶ່ອງ ທຸຈຣິດ ບໍ່ວ່າຈະເປັນ ການ ໃຊ້ເສັ້ນສາຍ, ການຊື້ຈ້າງ ກໍຈະມີ ຄນະ ກັມການ ສອບສວນ ຫາຄວາມຈິງ. ຖ້າພົບວ່າ ມີການ ທຸຈຣິດແທ້ ກໍຈະລົງໂທດ ຜູ້ກະທຳ ຄວາມຜິດ. ນອກຈາກນັ້ນ ທາງການ ອາຈກວດສອບ ຜົລການຮຽນ ຢູ່ ມະຫາ ວິທຍາລັຍ ຂອງ ຜູ້ທີ່ສອບເສັງ ຜ່ານນັ້ນ ນຳດ້ວຍ.
ແຕ່ກໍມີຫາງສຽງ ຈາກ ສັງຄົມ ຜ່ານທາງ ເຟສບຸກ ໂທລະໂຄ່ງ ເປັນຈຳນວນ ຫຼວງຫຼາຍ ທີ່ຣາຍງານ ກ່ຽວກັບ ເຣຶ່ອງ ການສອບເສັງ ເຂົ້າເປັນ ຣັຖກອນຄັ້ງນີ້ ຊຶ່ງມີທັງວ່າ ຂໍໃຫ້ມີ ຄວາມໂປ່ງໄສ ໃນການ ຄັດເລືອກ, ໃຫ້ ທາງການລາວ ເຫັນໃຈ ຜູ້ຕັ້ງໃຈຮຽນ ຢ່າເລືອກ ເອົາແຕ່ຄົນ ທີ່ມີ ນາມສະກຸນ ໃຫຍ່.