6 ປີຜ່ານໄປ ທ.ສົມບັດ ຍັງໄຮ້ ຮ່ອງຮອຍ

ໄມຊູລີ
2018.12.12
F-Sombath ຣົດຈິບ ຄູ່ໃຈຂອງທ່ານ ສົມບົດ ສົມພອນ ບໍ່ຫນ້າເຊື່ອວ່າຈະຫາຍໄປພ້ອມກັບທ່ານ ແລະ ກໍຫາບໍ່ເຫັນ ທັງຄົນທັງຣົດເປັນຄັນ
Sombath Somphone facebook page

ກອງປະຊຸມຄົບຮອບ 6 ປີ ຂອງການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາກອນ ຄົນສຳຄັນໃນລາວ ທີ່ຈັດຂຶ້ນຢູ່ ບາງກອກ ປະເທດໄທ ໃນມື້ວັນທີ 12 ທັນວາ ປີ 2018 ຣະບຸວ່າ ຍັງບໍ່ພົບຮ່ອງຮອຍຂອງ ທ່ານ ສົມບັດ ສົມພອນ ເລີຍ, ຊຶ່ງໄດ້ ສ້າງຄວາມເສັຽໃຈ ໃຫ້ແກ່ຄອບຄົວຂອງທ່ານ ມາຕຣອດ. ດັ່ງ ຍານາງ ຊຸຍເມັງ ພັລຍາ ຂອງທ່ານ ໃຫ້ສຳພາດ ຕໍ່ເອເຊັຽເສຣີ ໃນທີ່ປະຊຸມວ່າ: ສຽງ ສຳພາດ

ຍານາງ ກ່າວຕື່ມວ່າ ໃນຣະຍະ 6 ປີ ຜ່ານມາ ຍານາງແລະຄອບຄົວ ທ່ີຮ່ວມດ້ວຍຍາດພີ່ນ້ອງ ຂອງທ່ານສົມບັດ ສົມພອນ ມີຄວາມເຈັບຊ້ຳ ຫລາຍຍ້ອນບໍ່ຮູ້ວ່າ ຊະຕາກັມຂອງສາມີຂອງນາງເປັນຢ່າງໃດ ເຈົ້າຫນ້າທີ່ລາວ ກໍມີແຕ່ບອກວ່າ ຍັງສືບສວນຢູ່ ແຕ່ບໍ່ມີຂໍ້ມູນໃດໆເລີຍ, ນາງ ໃຫ້ສຳພາດຕື່ມວ່າ: ສຽງ-ສຳພາດ

ກອງປະຊຸມເທື່ອນີ້ ກໍເຫມືອນກອງປະຊຸມທີ່່ຜ່ານມາ ມີຕົວແທນຈາກອົງການຕ່າງປະເທດ ຫລາຍອົງການເຂົ້າຮ່ວມ ຮ່ວມດ້ວຍຕົວແທນ NGO ແລະກຸ່ມປົກປ້ອງ ສິດທິມະນຸດ, ກຸ່ມດ່ັງກ່າວເວົ້າວ່າ ຈະສືບຕໍ່ຊອກຫາ ທ່ານສົມບັດ ສົມພອນ ຈົນກວ່າຈະຮູ້ວ່າ ທ່ານ ສົມບັດ ເປັນຢ່າງໃດ ຈື່ງຈະສິ້ນສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.