ຜູ້ໃຊ້ສື່ສັງຄົມອອນລາຍ ຄືແວ່ນແຍງ ຂອງຜູ້ນໍາ

ອຸ່ນແກ້ວ ສຸກສະຫວັນ
2021.04.22
ຜູ້ໃຊ້ສື່ສັງຄົມອອນລາຍ ຄືແວ່ນແຍງ ຂອງຜູ້ນໍາ ປີ 2020 ມີຜູ້ໃຊ້ ສື່ສັງຄົມອອນລາຍ 3.1 ລ້ານຄົນ, ປີ 2021 ຜູ້ໃຊ້ສື່ສັງຄົມອອນລາຍ ທາງໂທຣະສັບມືຖື ມີເຖິງ 3 ລ້ານ 6 ແສນຄົນ
ນັກຂ່າວພົລເມືອງ

ໃນປີ 2021, ມີຜູ້ໃຊ້ສື່ສັງຄົມອອນລາຍ ຈາກ ໂທຣະສັບມືຖືເຖິງ 3 ລ້ານ 6 ແສນຄົນ ໃນຂນະທີ່ ປີ 2020 ມີຜູ້ໃຊ້ຈຳນວນ 3.1 ລ້ານ ຄົນ ອີງຕາມຂໍ້ມູນ ຈາກ ບໍຣິສັດ Hootshuite ຊຶ່ງ ເປັນບໍຣິສັດ ທີ່ບໍຣິຫານຂໍ້ມູນ ສື່ສັງຄົມອອນລາຍ ແລະ ຕິດຕາມຈຳນວນ ຜູ້ໃຊ້ ສື່ສັງຄົມອອນລາຍ.

ໃນຂນະທີ່ ຈຳນວນຜູ້ໃຊ້ສື່ສັງຄົມອອນລາຍ ຫລາຍຂຶ້ນເທົ່າໃດ ກໍມີຜູ້ຄົນໃຊ້ສື່ສັງຄົມອອນລາຍ ເພື່ອສະທ້ອນບັນຫາຂອງສັງຄົມລາວ ເຖິງຣັຖບານ ຫລາຍເຊັ່ນກັນ.

ຜູ້ທີ່ໃຊ້ ສື່ສັງຄົມອອນລາຍ ສະທ້ອນບັນຫາ ປະກົດການທີ່ເກີດຂຶ້ນ ເພື່ອໃຫ້ນຳໄປສູ່ ການແກ້ໄຂບັນຫາ ທີ່ເກີດຂຶ້ນ ໂດຍສະເພາະ ພຶດຕິກັມອັນບໍ່ດີ ຂອງເຈົ້າໜ້າທີ່ຣັຖ. ນັກວິຊາການ ລາວທ່ານນຶ່ງ ໄດ້ໃຫ້ສຳພາດວ່າ:

ນັກຂ່າວ: ເຮົາໃຊ້ເຟສບຸກນີ້ ເຮົາໃຊ້ເພື່ອສະທ້ອນບັນຫາ ທີ່ມັນເກີດຂຶ້ນຢູ່ບ້ານເຮົາບໍ່?

ນັກວິຊາການ: ສຳລັບຂ້າພະເຈົ້າ ນີ້ສ່ວນໃຫຍ່ຈະສະທ້ອນບັນຫາຂອງສັງຄົມ. ສ່ອງແສງຄືນ ພຶດຕິກັມອັນບໍ່ດີຂອງພະນັກງານຣັຖ ບາງຄົນ ບາງກຸ່ມ ບາງຈຳພວກ ບາງໜ່ວຍງານ. ສ່ອງແສງ ຄືການບໍ່ໄປ ບໍ່ມາໃນການປະຕິບັດວຽກງານ ໃນແຕ່ລະດ້ານ ຫລາຍ ດ້ານກະໂຫລຍໂທ້ຍ ຫລາຍດ້ານກະດີງານ.

ນັກຂ່າວ: ເປັນຫຍັງຈຶ່ງເລືອກໃຊ້ຊ່ອງທາງນີ້?

ນັກວິຊາການ: ເຟສບຸກ ມັນເປັນສື່ສັງຄົມອອນລາຍ ທີ່ນິຍົມທີ່ສຸດ ແລະກໍເປັນສື່ສັງຄົມອອນລາຍ ທີ່ໃຫ້ການບົ່ງບອກ ຫຼືວ່າຈະແດງ ອອກມາ ເປັນທີ່ເບິ່ງງ່າຍ ເຂົ້າງ່າຍ ຫລິ້ນງ່າຍ ຄັນຄື ຕິກຕອກ ສ່ວນໃຫຍ່ລະແມ່ນ ລັກສນະບັນເທີງໄປ ຂ້າພະເຈົ້າບໍ່ຈັກຫລິ້ນດອກ ຂອງໄຮ້ສາລະ. ປະເດັນບັນຫາຕ່າງໆ ເພາະວ່າ ມຸນມອງຂອງເຮົາ ທີ່ແປກຈາກຄົນອື່ນ ເຮົາຫ່ວງໄຍ ປະເທດຊາດ ຫ່ວງໄຍສັງຄົມ ຫ່ວງໄຍອະນາຄົດຂ້າງໜ້າ ຂອງປະເທດຊາດ ວ່າຈະໄປແນວໃດ.

ນັກວິຊາການລາວອີກທ່ານນຶ່ງ ກໍໃຫ້ສຳພາດວ່າ ປັດຈຸບັນນີ້ ກໍມີຜູ້ຄົນໃຊ້ສື່ສັງຄົມອອນລາຍ ຫລາຍຂຶ້ນ ເພື່ອສະທ້ອນບັນຫາຂອງ ສັງຄົມ.

ນັກວິຊາການ: ດຽວນີ້ກະມີຫລາຍໄດ໋ ຂັ້ນຊິທຽບໃສ່ເມື່ອກ່ອນເນາະ ເພິ່ນວ່າ ບໍ່ຢາກໃຫ້ສື່ສັງຄົມອອນລາຍນີ້ ບຸກທະລຸເຂົ້າທຳລາຍ ປະເທດເນາະ. ທີ່ຈິງສື່ອອນລາຍ ມັນມີປະໂຫຍດ ຫລາຍໄດ໋ ຫາກເຮົາໃຊ້ມັນບໍ່ຖືກຊື່ໆ ເຮົານຳໃຊ້ບໍ່ຖືກຊື່ໆ ຍົກຕົວຢ່າງວ່າ ເຮົາ ເອົາມານຳໃຊ້ ເລື່ອງວິທຍາສາດ ຄິດໄລ່ເບາະ ມາເບິ່ງດິນຟ້າອາກາດ ເຮົາແຈ້ງການແນວນີ້ນະ ມັນກະມີປະໂຫຍດຫລາຍ ແມ່ນບໍ່ ຫລື ວ່າແຈ້ງການທີ່ວ່າ ເຮົາຢາກໃຫ້ມັນໄປໄວນີ້ນະ ເພິ່ນບໍ່ຖ້າໃຫ້ຄົນໄປສົ່ງ ແມ່ນເບາະ ສູ່ມື້ນີ້ ເສັຽນ້ຳມັນຣົດ.

ສົ່ງໄປ ມັນກະຈາຍໄປໂລດແຫລະ ຂອງແນວນີ້ ສຳຄັນນີ້ ອັນຂໍ້ດີຂອງມັນ ອັນຂໍ້ບໍ່ດີນີ້ ຄົນມາເອົາໃຊ້ ມາຕົວະ ມາຕົ້ມກັນແມ່ນເບາະ. ມີບັນຫາຫຍັງກະແຈ້ງໄປ ຍົກຕົວຢ່າງ ຄື ອຸໂມງທາງຣົດດ່ວນ ໄຟບໍ່ແຈ້ງ ກະສເນີໄປ ສວາຍມາເຂົາກະອອກມາຖແລງຂ່າວ ລະເດ້ ແມ່ນບໍ່. ບໍ່ແມ່ນແຕ່ເຮົາ ເຂົາເອີ້ນວ່າ ມັນເປັນການຂັບເຄື່ອນສັງຄົມ ໄປໃນທາງທີ່ດີອັນນຶ່ງເດ້ ແມ່ນເບາະລະ. ເຮົາກະຢ່າຊິໄປໃຊ້ ແນວມັນ ບໍ່ເປັນປະໂຫຍດ ໄປແຊຂ່າວທີ່ມັນບໍ່ເປັນທາງການ ຫັ້ນແມ່ນບໍ່ ຫລືວ່າ ບໍ່ມີມູນຄວາມຈິງແຊໄປ ໂດຍບໍ່ຮູ້ໂຕຫັ້ນ.

ປະຊາຊົນທ່ານນຶ່ງໃຫ້ສຳພາດວ່າ ພວກເຮົາໃຊ້ສື່ສັງຄົມອອນລາຍ ເພື່ອສເນີບັນຫາທີ່ເກີດຂຶ້ນໄດ້, ແຕ່ຈະຕ້ອງບໍ່ໃຫ້ພາດພິງ ແລະ ຈະຕ້ອງບໍ່ເຈາະຈົງບຸກຄົນໃດ ບຸກຄົນນຶ່ງ.

ປະຊາຊົນ: ໄດ້ຢູ່ໃນຂອບເຂດແຕ່ວ່າ ຢ່າພາດພິງ ພາດພິງບໍ່ໄດ້ ບ້ານເຮົານະ ແຈ້ງເດັ່ນໆ ລະແມ່ນບໍ່ໄດ້ນະ. ເວົ້າອ້ອມໆແບບ ລັກສນະນິ້ມນວນນີ້ໄດ້ຢູ່. ແບບໂຈມຕີເລີຍແບບເວົ້າ ອັນນັ້ນ ອັນນີ້ ບໍ່ຖືກເດີ ບ້ານເຮົານີ້ລະແມ່ນບໍ່ໄດ້. ມັນກະມີຫລາຍແບບ ທີ່ວ່າພວກທີ່ບໍ່ຢູ່ໃນສາຍພັກສາຍຣັຖ ກະເຮັດແບບບໍ່ໃຫ້ມັນແຮງຫລາຍ.

ປະຊາຊົນອີກທ່ານນຶ່ງເວົ້າວ່າ ຜູ້ໃຊ້ສື່ສັງຄົມຫລາຍຂຶ້ນຍ້ອນວ່າ ລະບົບອິນເຕີເນັດ ກະຈາຍໄປທົ່ວປະເທດລາວ ໂດຍສະເພາະ ຢູ່ ເມືອງທີ່ຫ່າງໄກສອກຫລີກ ຍ້ອນວ່າປັດຈຸບັນ ຄົນເຂົ້າເຖິງເທັກໂນໂລຈີໄດ້ຫລາຍ.

ປະຊາຊົນ: ຄົນເຮົາມັນເຂົ້າເຖິງຫັ້ນແຫລະ ອັນທີນຶ່ງ ກະເລື່ອງ ຄົນເຮົາມີເງິນເພີ່ມຂຶ້ນເນາະ ສາມາດຊື້ໂທຣະສັບມືຖື ແລະກະ ສັນຍານອິນເຕີເນັດ ມັນຂ້ອນຂ້າງທົ່ວເຖິງ ປັດຈຸບັນ ນີ້ນະບໍ່ວ່າເຂດຫ່າງໄກ ກະເຖິງໄດ໋ ອັນນີ້ ຄືສາເຫດທີ່ເຮົາເບິ່ງເຫັນໄດ້ ງ່າຍໆເນາະ.

ນອກເໜືອຈາກສິ່ງທີ່ເຮົາເຫັນໄດ້ງ່າຍໆນີ້ເນາະ ເລື່ອງເສຖກິດຂອງຄົນດີຂຶ້ນ ສາມາດຈັບຈ່າຍ ຊື້ເທັກໂນໂລຈີ ກະຄືໂທຣະສັບ ມືຖື ແລະ ກໍສັນຍານເຄືອຂ່າຍ ແມ່ນຫຍັງຕ່າງໆ ມັນກະຄວບຄຸມໄປໄກ ໄປຮອດເຂດຊົນນະບົດ ແລ້ວອັນນຶ່ງທີ່ສຳຄັນນີ້ ຄື ເວົ້າເລື່ອງ ຄວາມໄວ.

ນັກຂ່າວ: ມັນເປັນຈັ່ງໃດຄວາມໄວ?

ປະຊາຊົນ: ແຕ່ກ່ອນນີ້ ກ່ອນທີ່ເຮົາຈະໄດ້ຂໍ້ມູນມັນກະຍາກໄດ໋ເນາະ ຕ້ອງໄດ້ສົ່ງຈົດໝາຍ ຕ້ອງໄດ້ ຄັນວ່າໂທ ມັນກະຕ້ອງໄດ້ຢູ່ ໃນເຂດທີ່ມີສັນຍານເນາະ ແຕ່ປັດຈຸບັນນີ້ ເວົ້າເລື່ອງ ອິນເຕີເນັດ ໂດຍສະເພາະ ສື່ສັງຄົມອອນລາຍນີ້ ມັນຄວບຄຸມກວ້າງໄກຫຼາຍ ມັນສາມາດທີ່ຈະເຂົາເອີ້ນວ່າ ເວົ້າກັນ ຫລືວ່າ ເຫັນພາບ.

ປະຊາຊົນອີກທ່ານນຶ່ງ ກໍເວົ້າວ່າ ປະໂຫຍດການໃຊ້ສື່ສັງຄົມອອນລາຍ ເພື່ອຮູ້ຂໍ້ມູນຈາກທົ່ວໂລກ ແລະ ພາຍໃນປະເທດ: ແຕ່ ສຳຄັນລະແມ່ນເຮົາຫລິ້ນແບບ ລະບົບອອນລາຍ ຄືໂຊຊຽວມີເດັຽ ມັນເຮັດໃຫ້ເຮົາໄດ້ທຸກຂໍ້ມູນ ທີ່ເຮົາຢາກຈະຮູ້ໃນໂລກ ຫລື ພາຍໃນເນາະ ສິ່ງທີ່ເຮົາບໍ່ຮູ້ເຮົາກະຮູ້ເດ້ເນາະ ເພາະວ່າ ເຮົາກະສາມາດເຂົ້າຄົ້ນຫາເດ້.

ນັກວິຊາການ ກ່າວຕື່ມອີກວ່າ ການໂທຫາການທາງສື່ອອນລາຍ ບໍ່ວ່າຈະເປັນ ຫວັດແອັປ, ເຟສບຸກ, ລາຍ ມີລາຄາຖືກກວ່າ ການໃຊ້ໂທຣະສັບຫາກັນ.

ນັກວິຊາການ: ປະຢັດກວ່າກັນເດ້ ຄັນໂທທາງນັ້ນ ມັນໄດ້ບຶດດຽວໄດ໋ ຄືເນັດນີ້ ຫ້ວຍໂທເປັນຊົ່ວໂມງ ສອງຊົ່ວໂມງນີ້ກະເຊົາ ມື້ແລງໂທໃໝ່ ມື້ອື່ນໂທໃໝ່ອີກ ມັນເວົ້າເລື່ອງປະຢັດ ທໍ່ນັ້ນດອກ ເຂົາຈຶ່ງຫັນມາໂທທາງເນັດ.

ນັກຂ່າວ: ມັນປະຢັດ ມັນລື່ນກັນຈັ່ງໃດນີ້?

ນັກວິຊາການ: ໂອ້ລື່ນກັນຫລາຍໄດ໋ ປະຢັດເລື່ອນກັນຫລາຍ 3 ເທົ່າປາຍ ຫາ 4 ເທົ່າ ພຸ້ນແຫລະ. ສົມມຸດວ່າ ເຮົາໃຊ້ເນັດ 10 ພັນກີບ ຄັນເຮົາໄປໂທນີ້ ມັນເສັຽຢູ່ 30 ພັນ ກີບ ເຖີງ 25 ພັນກີບ. ມີແຕ່ຄົນໂທທາງເນັດໝົດດຽວນີ້.

ຜູ້ທີ່ໃຊ້ສື່ສັງຄົມອອນລາຍ ທີ່ວິຈານບັນຫາ ຈະຖືກຕັ້ງຂໍ້ຫາວ່າ ຂາຍໜ້າຂາຍຕາ ພັກ-ຣັຖ ຫຼື ປະເທດຊາດ. ປະຊາຊົນອີກທ່ານນຶ່ງ ໄດ້ກ່າວວ່າ: ຖ້າໃຊ້ສື່ສັງຄົມອອນລາຍ ຄືບັນຫາມັນ ເພິ່ນຈະບອກວ່າ ຂາຍໜ້າຂາຍຕາພັກ-ຣັຖ ມັນເປັນຈັ່ງຊັ້ນນະ ເພາະບໍ່ຢາກໃຫ້ ຊາວໂລກນີ້ຮູ້ ວ່າເພິ່ນນີ້ຄຸ້ມຄອງໄດ້ ອັນນີ້ຄືບັນຫາມັນ, ສື່ສັງຄົມອອນລາຍ ທີ່ຄົນລາວມັກນິຍົມ ຫລິ້ນກັນກໍຄື Facebook, What App, Line, Tik Tok, ແລະ Youtube.

ເຖິງຢ່າງໃດກໍຕາມ ທີ່ຜ່ານມາເຈົ້າໜ້າທີ່ທາງການກໍ ກໍອອກມາຫ້າມ ແລະ ເຕືອນຜູ້ທີ່ໃຊ້ສື່ສັງຄົມອອນລາຍ ໃນການວິພາກວິຈາກ ພັກ-ຣັຖ ວ່າຈະຖືກລົງໂທດ ການລະບຽບກົດໝາຍ, ແລະ ຣັຖບານກໍໄດ້ອອກນິຕິກັມ ເພື່ອຄວບຄຸມການໃຊ້ສື່ສັງຄົມອອນລາຍ.

ອາຈານສອນຢູ່ທີ່ ຄະນະວິທຍາສາດສັງຄົມ ພາກວິຊາສັງຄົມສົງເຄາະ ແລະ ການພັທນາ ມະຫາວິທຍາລັຍແຫ່ງຊາດລາວ ໃຫ້ ຄວາມເຫັນຕໍ່ການນໍາໃຊ້ ສື່ສັງຄົມອອນລາຍ ວ່າ:

ບັນຫາວ່າອັນຜູ້ນໍາໃຊ້ ໃຊ້ຖືກຕ້ອງບໍ່ ຫລື ບໍ່ຖືກໃຊ້ໄປທາງທີ່ດີ ທາງທີ່ບໍ່ດີ, ທາງທີ່ດີສື່ອອນລາຍເຂົ້າມາ ສະດວກສະບາຍຈ່າຍເງິນ ຢູ່ນີ້ ຄ່ານໍ້າ ຄ່າໄຟ ບໍ່ຈຳເປັນຕ້ອງໄປຮອດ ຫ້ອງການ ກົດຈ່າຍເລີຍກໍໄດ້. ແຈ້ງການໄປໃຫ້ຄຣູອາຈານ ຈັ່ງຊີ້ກໍໃຊ້ What App ກໍຮູ້ກັນໄວຂຶ້ນ ບໍ່ຈຳເປັນຕ້ອງໃຊ້ເວລາ ມາຮວມກັນ, ທາງບໍ່ດີເຮັດ ໃຫ້ສັງຄົມແຕກຕື່ນ ບາງເທື່ອ ເປັນນັ້ນເປັນນີ້ ຕິດພຍາດນັ້ນ ພຍາດນີ້ ຫລືວ່າເວົ້າເກີນຂອບເຂດ ເວົ້າເກີນຄວາມເປັນຈິງ ກໍຖືກຈັບ ກໍມີບັນຫາເພາະວ່າ ຣະບຽບກົດໝາຽ ມັນກໍມີຢູ່ແລ້ວເດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.