ຣັຖບານລາວບໍ່ຈິງໃຈເຣື້ອງ ທ່ານ ສົມບັດ
2015.12.15
ສປປລາວ ທີ່ ປົກຄອງ ດ້ວຍຣະບອບ ຄອມມິວນິສ ສະແດງ ໃຫ້ເຫັນວ່າ: “ບໍ່ມີ ເຈດຈຳນົງ ທາງການເມືອງ“ ທີ່ ຈະແກ້ໄຂ ບັນຫາ ການ ລັກພາຕົວ ແບບລຶກລັບ ນັກເຄື່ອນໄຫວ ທາງສັງຄົມ ຜູ້ໂດດເດັ່ນ ຂອງລາວ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ດ້ານ ສິດທິມະນຸດ ຂອງ ສະຫະ ປະຊາຊາດ ໃນ ມື້ ວັນຈັນ ໃນໂອກາດ ວັນຄົບຮອບ 3 ປີ ທີ່ ທ່ານ ສົມບັດ ສົມພອນ ຖືກ ລັກພາຕົວໄປ ຈາກ ປ້ອມຍາມ ຕຳຣວດ ກາງ ນະຄອນຫຼວງ ວຽງຈັນ ໃນ ວັນທີ 15 ທັນວາ 2012.
ເຈົ້າໜ້າທີ່ ສະພາ ສິດທິມະນຸດ ສະຫະ ປະຊາຊາດ ແລະ ຄນະ ກັມການ ນັກກົດໝາຍ ສາກົນ ເວົ້າວ່າ ຕຳຣວດ ຢູ່ ປະເທສລາວ ປະຕິເສດ ທີ່ ຈະເບິ່ງ ວີດີໂອ ໃໝ່ ກ່ຽວກັບ ການ ລັກພາຕົວ ທ່ານ ສົມບັດ ສົມພອນ ຜູ້ນຳພາ ພາກ ປະຊາສັງຄົມ ທີ່ເຮັດວຽກ ເພື່ອ ສົ່ງເສີມ ການພັທນາ ແບບ ຍືນຍົງ ສຳລັບ ຄົນທຸກຍາກ ຢູ່ຕາມ ຊົນນະບົດ ຂອງລາວ.
ທ່ານ Laurent Meillan ເຈົ້າໜ້າທີ່ ສຳນັກງານ ສະຫະ ປະຊາຊາດ ຂອງ ຂ້າຫລວງໃຫຍ່ ເພື່ອ ສິດທິມະນຸດ ກ່າວວ່າ ການລັກພາຕົວ ທີ່ວ່ານັ້ນ ໄດ້ສ້າງ “ວັທນະທັມ ຂອງ ຄວາມຢ້ານກົວ" ໃນກຸ່ມ ພະນັກງານ ຂອງອົງການ ຈັດຕັ້ງ ທີ່ ບໍ່ຂຶ້ນກັບ ຣັຖບາລ ຢູ່ ສປປລາວ ຊຶ່ງ ເປັນປະເທສ ນຶ່ງ ທີ່ ທຸກຍາກ ທີ່ສຸດ ຢູ່ ເອເຊັຽ ຕາເວັນອອກ ສ່ຽງໃຕ້.
ເມື່ອເດືອນ ມົກກະຣາ ຜ່ານມາ ສປປລາວ ໄດ້ຮັບ ການປະເມີນ ກ່ຽວກັບ ປະຫວັດ ດ້ານ ສິດທິມະນຸດ ແລະ ໄດ້ຍອມຮັບ ຄຳແນະນຳ ຈຳນວນ ນຶ່ງ ຂອງ ສະພາ ສິດທິມະນຸດ ສະຫະປະຊາດ ທີ່ ຮວມທັງ ໄດ້ຮຽກຮ້ອງ ໃຫ້ ທາງການລາວ ສືບສວນ ສອບສວນ ແບບ ໂປ່ງໃສ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ທີ່ ສາກົນ ມີຄວາມ ເປັນຫ່ວງນຳ.
ຕໍ່ຄຳເຫັນ ດັ່ງກ່າວ ກະຊວງ ການ ຕ່າງປະເທສ ສປປລາວ ບໍ່ໃຫ້ ຄຳຕອບ ແກ່ ອົງການ ຂ່າວ ຣອຍເຕີ ທີ່ ຂໍຮ້ອງ ຂນະທີ່ ອົງການ ສິດທິມະນຸດ Human Rights Watch ເວົ້າວ່າ ປະຫັວດການ ຣະເມີດ ສິດທິ ມະນຸດ ຂອງ ສປປລາວ ຮຸນແຮງຂຶ້ນ ນັບຕັ້ງແຕ່ ທ່ານ ສົມບັດ ສົມພອນ ຫາຍສາບສູນ ໄປ.