ດໍາຣັດໃໝ່ກ່ຽວກັບອົງການ ທາງ ສັງຄົມ ຄວນ ຍົກເລີກ

ສິດນີ
2017.11.22
f-fidh ສະຫະພັນສາກົນ ເພື່ອ ສິດທິມະນຸດ ຫລື FIDH
Public Domain/FIDH

ບັນດາຜູ້ໃຫ້ການຊ່ວຍເຫລືອສາກົລ ຮຽກຮ້ອງໃຫ້ຣັຖບານ ສປປລາວ ຍົກເລີກດໍາຣັດໃໝ່ ທີ່ຈໍາກັດອົງການຈັດຕັ້ງ ທາງສັງຄົມ ຢ່າງໜັກນັ້ນ. ດໍາຣັດໃໝ່ ຊຶ່ງນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ລົງນາມເມື່ອ ເດືອນ ຕຸລາ 2017 ແລະມີຜົລບັງຄັບໃຊ້ ໃນມື້ວັນທີ 15 ພຶສຈິກາ ປີນີ້ ເປັນດໍາຣັຖ ແທນສະບັບເກົ່າ ທີ່ປະຕິບັດກັນມາແຕ່ປີ 2009 ຕໍ່ທຸກອົງການ ທາງສັງຄົມໃນລາວ ທີ່ຮູ້ກັນໂດຍທົ່ວໄປວ່າ ອົງການບໍ່ຫາ ຜົລກໍາໄຣ. ຕາມຖແລງການຮ່ວມຂອງອົງການ ສິດທິມະນຸດ ສາກົລ FIDH ແລະ ຂະບວນການລາວ ເພື່ອ ສິດທິມະນຸດ LMHR.

ທ່ານ Andrea Giorgetta ຜູ້ອໍານວຍການ FIDH ປະຈໍາເຂດເອເຊັຽກ່າວຕໍ່ RFA ໃນວັນທີ 22 ພຶສຈິກາ 2017 ຊຶ່ງເປັນມື້ເລີ່ມເປີດ ກອງປະຊຸມ ໂຕະມົນ ຂອງທາງການລາວ ຮ່ວມກັບຄູ່ຮ່ວມພັທນາ ແລະຜູ້ໃຫ້ການຊ່ວຍເຫລືອ ທີ່ເມືອງປາກເຊ ແຂວງ ຈໍາປາສັກ ນັ້ນວ່າ:

"yeah the new decree is put a straight jacket on civil society basically introduce additional restriction in already oppressive environment ທ່ານວ່າ “ດໍາຣັຖໃໝ່ ເປັນຄືເສື້ອຄຸມ ອົງການພາກປະຊາຊົນ ຊຶ່ງເພີ່ມຂໍ້ຈໍາກັດ ທີ່ຢູ່ໃນສະພາບ ແວດລ້ອມ ຖືກກົດດັນໜີບຮັດຢູ່ແລ້ວ ແລະຈະເຮັດໃຫ້ ການຈັດຕັ້ງອົງການທ້ອງຖິ່ນ ແລະການດໍາເນີນງານຕ່າງໆ ຍາກຂຶ້ນ."

ທ່ານ Andrea ກ່າວຍໍ້າຕື່ມວ່າ:

" Aid agencies and international donors should be very concerned at the end of the day they will rely on local partners implement activities and if they will have conducted ທ່ານວ່າ “ບັນດາອົງການ ແລະຜູ້ໃຫ້ການ ຊ່ວຍເຫຼືອ ສາກົລ ຄວນວິຕົກກັງວົນ ເນື່ອງຈາກວ່າສຸດທ້າຍ ພວກເພິ່ນກໍຈະອາສັຍ ຄູ່ຮ່ວມພັທນາທ້ອງຖິ່ນ ຊ່ວຍດໍາເນີນງານ ແລະຖ້າຢາກໃຫ້ ໂຄງການ ຍືນຍາວ ມີປະສິດທິພາບນັ້ນ ພວກເພິ່ນກໍຈະຕ້ອງ ມີສະພາບເງື່ອນໄຂ ທີ່ອໍານວຍໃຫ້ ອົງການທ້ອງຖິ່ນ ສາມາດດໍາເນີນງານ ໄດ້ຢ່າງມີອິສຣະ ປາສຈາກການຈໍາກັດ ແລະການເຂົ້າຫຍູ້ງກ່ຽວ ຈາກ ທາງຣັຖບານ.”

ໃນຖແລງການຮ່ວມຂອງອົງການ FIDH ແລະ LMHR ທີ່ອອກເມື່ອວັນທີ 21 ພຶສຈິກາ 2017 ນັ້ນຍັງໄດ້ ຮຽກຮ້ອງໃຫ້ບັນດາ ຄູ່ຮ່ວມ ພັທນາຂອງລາວ ສະແດງຄວາມເປັນຫ່ວງ ຕໍ່ການລົ້ມເຫລວ ຂອງຣັຖບານລາວ ໃນການສືບສວນສອບສວນ ກໍຣະນີ ການບັງຄັບໃຫ້ ຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ ຜູ້ນໍາພາກປະຊາສັງຄົມ ທີ່ດີເດັ່ນຂອງລາວ ແລະເຜີຍເຖິງຊະຕາກັມ ຫລືບ່ອນຢູ່ຂອງທ່ານ ນໍາດ້ວຍ.

FIDH ແລະ LMHR ຍັງສະແດງອອກເຖິງຄວາມກັງວົນ ຢ່າງຍິ່ງໃນຫລາຍມາຕຣາ ຂອງກົດໝາຍກ່ຽວກັບ ອົງການ ຫລື ສະມາຄົມ ທີ່ບໍ່ສອດຄ່ອງກັບ ມາຕຖານສາກົລ ໃນເສຣີພາບ ການສະແດງ ຄວາມຄິດເຫັນ ແລະກ່ຽວກັບສະມາຄົມ ຫລືອົງການ. ເປັນຕົ້ນມາຕຣາ 7 ຊຶ່ງບົ່ງບອກວ່າ ທາງການສາມາດໃຊ້ ຫລັກການທີ່ມີຄໍາເວົ້າຄຸມເຄືອ ເປັນພື້ນຖານ ສໍາລັບສະກັດກັ້ນ ການສ້າງຕັ້ງສະມາຄົມ ຫລືອົງການ ຕ່າງໆຂຶ້ນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.