ຣັຖບານລາວຕັ້ງກັມການ ສອບສວນ ເຂື່ອນແຕກ

ຈໍາປາທອງ
2018.08.09
F-bounthong ກອງປະຊຸມຣັຖບານ ສມັຍວິສາມັນ ໄດ້ໄຂຂຶ້ນໃນວັນທີ 6 ຫາ 7 ສິງຫາ 2018 ຢູ່ ສຳນັກງານນາຍົກຣັຖມົນຕຣີ ຊຶ່ງໄດ້ແຕ່ງຕັ້ງ ທ່ານ ບຸນທອງ ຈິດມະນີ ເປັນຫົວຫນ້າຄນະ ສືບສວນ-ສອບສວນ ເຫດເຂື່ອນແຕກ
Screen captured : https://www.facebook.com/ThonglounSISOULITH/photos/rpp.900160450095095/1661847633926369/?type=3&theater

ຣັຖບາລ ສປປລາວ ແຕ່ງຕັ້ງຄນະກັມການສອບສວນ ຫາສາເຫດ ທີ່ເຮັດໃຫ້ເຂື່ອນເຊປຽນ-ເຊນໍ້ານ້ອຍເເຕກ ອັນສົ່ງຜົລກະທົບຢ່າງຮ້າຍແຮງ ຕໍ່ປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ຫຼາຍພັນຄົນແລະຊັພສິນຢ່າງຫຼວງຫຼາຍ ໂດຍແມ່ນ ທ່ານ ບຸນທອງ ຈິດມະນີ ຮອງນາຍົກ ຣັຖມົນຕຣີ, ປະທານກວດກາ ສູນກາງພັກ ປະຊາຊົນປະຕິວັດລາວ ເປັນຫົວໜ້າ.

ເຈົ້າໜ້າທີ່ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ກ່າວກ່ຽວກັບເຣຶ່ອງນີ້ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ສິງຫານີ້່ວ່າ:

"ຄນະກັມການທີ່ແຕ່ງຕັ້ງຂຶ້ນມາ ຍ້ອນຄວາມໂປ່ງໃສເນາະ ກໍຄືຈະມີການກວດໂຄງການໃຫ້ ທ່ານ ບຸນທອງ ເປັນຜູ້ດູແລ ກວດສອບທັງໝົດ ວ່າເຫດການມັນເກີດຂຶ້ນແນວໃດເນາະ ເປັນຫຍັງມັນຈຶ່ງເກີດຂຶ້ນ ແລ້ວແມ່ນໃຜມີສ່ວນຮູ້ສ່ວນເຫັນ ກັບຄວາມຜິດພາດເຫດການ ນີ້ບໍ່ ອິຫຍັງ ປະມານນີ້ຫັ້ນນະ ຍ້ອນຕາມທີ່ໄປລົມກັບຊາວບ້ານ ຊາວບ້ານບາງຄົນນໍ ກໍບອກວ່າ ພວກພະນັກງານຢູ່ເຂື່ອນຫັ້ນນະຮູ້ແລ້ວວ່າ ເຂື່ອນມັນຈະ ແຕກນໍ ກໍເລີຍພາກັນໜີ ຂະເຈົ້າໜີໄປກ່ອນ ກ່ອນມັນຈະເກີດເຫດຫັ້ນນະ ກໍຄືຈະມີການກວດສອບແລ້ວ ຈະສລຸບຄວາມເປັນຈິງອອກມາອີກ ເທື່ອນຶ່ງ."

ນາງກ່າວຕື່ມວ່າ ການກວດສອບບັນຫາດັ່ງກ່າວ ຈະເລີ້ມປະຕິບັດງານນັບແຕ່ມື້ທີ່ນໍ້າບົກລົງ, ຄນະກັມການດັ່ງກ່າວ ປະກອບດ້ວຍເຈົ້າໜ້າທີ່ ກະຊວງພລັງງານແລະບໍ່ແຮ່ ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ກະຊວງວິທຍາສາດ ແລະເທັກໂນໂລຈີ ແລະຈະມີຜູ້ຕາງໜ້າ ຈາກຣັຖບາລເກົາຫລີໃຕ້ ແລະໄທ ຊຶ່ງເປັນຣັຖບາລຂອງ ບໍຣິສັດລົງທຶນສ້າງເຂື່ອນ ແລະທັງຈະມີນັກວິຊາການ ດ້ານເທັກນິກຈາກອົງການ ຈັດຕັ້ງສາກົນ ເຂົ້າຮ່ວມພິສູດນໍາດ້ວຍ.

ການກວດສອບນັ້ນ ນາງເວົ້າວ່າຈະກວດກາໂຄງສ້າງເຂື່ອນຢ່າງລະອຽດທຸກຈຸດ ເພື່ອໃຫ້ຮູ້ວ່າສາເຫດເຂື່ອນແຕກນັ້ນ ເປັນຍ້ອນຫຍັງກັນແທ້, ຈະກວດສອບເຣຶ່ອງການແຈ້ງເຕືອນ ກ່ອນເຂື່ອນຈະແຕກນັ້ນ.

ເວົ້າເຖິງການກວດກາເຂື່ຶອນ ນາງບອກວ່າປັດຈຸບັນ ຣັຖບາລໃຫ້ພາກສ່ວນທີ່ກຽ່ວຂ້ອງ ກວດກາມາຕຖານໂຄງສ້າງເຂື່ອນທຸກເຂື່ອນໃນລາວ ທັງທີ່ກໍາລັງກໍ່ສ້າງ ແລະກໍ່ສ້າງແລ້ວ ແລະບໍ່ອະນຸມັດ ໃຫ້ໂຄງການສ້າງເຂື່ອນໃໝ່ຊົ່ວຄາວ ດັ່ງທີ່ນາງກ່າວວ່າ:

"ເຫດການນີ້ເກີດຂຶ້ນແລ້ວ ທ່ານນາຍົກແຈ້ງວ່າ ຈະມີການກວດສອບ ທຸກເຂື່ອນ ໃນປະເທສລາວ ກໍຄືຢຸດບໍ່ເອົາໂຄງການໃໝ່ມາ ແຕ່ວ່າມີ ການກວດສອບໂຄງການນຶ່ງໂຄງການ ທີ່ກໍາລັງກໍ່ສ້າງ ; 2-ແມ່ນໂຄງການທີ່ເຊັນສັນຍາແລ້ວ ແຕ່ບໍ່ທັນສ້າງກໍຄື ຈະມີການກວດສອບ ໂຄງການທັງໝົດ ແຕ່ວ່າໂຄງການໃໝ່ທີ່ສເນີມານີ້ນະ ຫວ່າງນີ້ເພິ່ນຈະບໍ່ຮັບເອົາ ຈະກວດສອບຕົວທີ່ມີຢູ່ກ່ອນນີ້."

ການແຕ່ງຕັ້ງຄນະກັມການສອບສວນ ຫາສາເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ແລະແຈ້ງການໃຫ້ກວດກາຄືນ ທຸກເຂື່ອນໃນລາວນີ້ ໄດ້ປະກາດຢູ່ໃນກອງປະຊຸມຣັຖບາລ ປະຈໍາເດືອນສິງຫາ 2018 ໃນອາທິດນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ເປັນປະທານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.