ລາວ ຕັ້ງຄະນະສິ້ງຊອມ ສື່ສັງຄົມ ອອນລາຍ

ສິດນີ
2021.05.26
ລາວ ຕັ້ງຄະນະສິ້ງຊອມ ສື່ສັງຄົມ ອອນລາຍ ທາງການລາວ ແຕ່ງຕັ້ງໜ່ວຍງານ ຮັບຜິດຊອບ ຕິດຕາມຜູ້ໃຊ້ ສື່ສັງຄົມອອນລາຍ ທັງພາຍໃນ ແລະ ຕ່າງປະເທດ ທີ່ ໂຄສະນາ ໃສ່ຮ້າຍ ປ້າຍສີ ພັກ-ຣັດ
ນັກຂ່າວພົລເມືອງ

ກະຊວງປ້ອງກັນຄວາມສງົບ ໄດ້ອອກແຈ້ງການ ແຕ່ງຕັ້ງຄະນະຮັບຜິດຊອບ ຕິດຕາມຜູ້ໃຊ້ສື່ສັງຄົມອອນລາຍ ທີ່ບໍ່ຖືກຕ້ອງຂອງ ກຸ່ມຄົນບໍ່ດີ ທັງພາຍໃນ ແລະ ຢູ່ຕ່າງປະເທດ ທີ່ ໂຄສະນາໃສ່ຮ້າຍປ້າຍສີ ພັກ-ຣັດ ແລະ ຣະບອບການເມືອງໃນລາວ ໃຫ້ ຫຼຸດໜ້ອຍລົງ ຊຶ່ງຄະນະດັ່ງກ່າວ ມີຫນ້າທີ່ຕິດຕາມກວດກາ ຂ່າວສານທີ່ກຸ່ມຄົນບໍ່ດິ ແຊຣ ສະແດງຄວາມເຫັນ ຖ່າຍຮູບ ວິດີໂອ, ເວົ້າ, ຫລື ໂຄສະນາຕ່າງໆ ທີ່ບໍ່ມີມູນຄວາມຈິງ ແລະ ໃຫ້ຣາຍງານຕໍ່ຂັ້ນເທິງຮັບຮູ້, ດັ່ງເຈົ້າຫນ້າທີ່ກ່ຽວຂ້ອງ ທ່ານນຶ່ງກ່າວວ່າ.

“ປກສ ມີຕຳຣວດເນາະ ແມ່ນຫຍັງມີຫມົດແຫຼະ ພວກຄະນະກັມມະການ ຊອກຫາວິທີແກ້ເນາະ ແຈ້ງການແມ່ນຫຍັງອອກໄປກະເຮັດ ຂໍ້ແນະນຳ ເຮັດມາຕການແນະນຳ ພວກເຮົາ ສ້າງມາຕການລົງໂທດ ຫມາຍຄວາມວ່າ ເອີ້ນມາຕັກເຕືອນເນາະ ຄັ້ງທີນຶ່ງ ຄັ້ງທີສອງ ຊິເວົ້າເຣື້ອງປັບໃຫມ ຫລື ໃຊ້ມາຕການເຂົ້າຄຸກ ເຂົ້າຕະລາງ.”

ໃນຂນະດຽວກັນ ຊາວລາວ ຜູ້ທີ່ໃຊ້ສື່ສັງຄົມອອນລາຍ ຫຼາຍຄົນທັງຮູ້ສຶກເຫັນດີ ແລະກົງວົນ ຜູ້ທີ່ຮູ້ສຶກເຫັນດີກໍເວົ້າວ່າ ການແຕ່ງຕັ້ງ ຄະນະຕິດຕາມ ກວດສອບສື່ສັງຄົມອອນລາຍ ເປັນການດີ ເພາະຈະເຮັດໃຫ້ສັງຄົມໃນລາວ ບໍ່ມີຄວາມແຕກຕື່ນ ຈາກ ຂ່າວປອມ ແລະ ຂ່າວທີ່ບໍ່ມີຄວາມຈິງ, ດັ່ງຊາວລາວທ່ານນືຶ່ງເວົ້າວ່າ:

“ເຫັນດີ ເຫັນດີ ທີ່ສຸດເລີຍ ສົມມຸດວ່າ ເຮົາສ້າງເຣື້້ອງສ້າງລາວມາແລ້ວເນາະ ມັນກະບໍ່ຈົບບໍ່ງາມຫັ້ນນ່າ ກະເຫັນດີນຳໂຕນີ້ມັນກະ ຕ້ອງໄດ້ເຂົ້າໃຈອີກເທື່ອນຶ່ງເດ້.”

ຊາວລາວອີກທ່ານນຶ່ງ ກໍເຫັນດີນຳການແຕ່ງຕັ້ງຄະນະດັ່ງກ່າວ ຍ້ອນຈະເຮັດໃຫ້ສື່ສັງຄົມອອນລາຍໃນລາວ ເປັນຣະບຽບຫຼາຍຂຶ້ນ ຖ້າຫາກຜູ້ໃດປ່ອຍຂ່າວ ທີ່ບໍ່ມີມູນຄວາມຈິງ ຫລື ຂ່າວປອມກໍຈະຖືກດຳເນີນຄະດີ ຕາມກົດຫມາຍ.

“ກະຄັນວ່າມັນຂ້ອນຂ້າງ ບໍ່ຖືກຕ້ອງ ມັນກະຜິດ ມັນມີກົດຫມາຍ ມີກົດຣະບຽບ ມີຜູ້ອັນນັ້ນຕິດຕາມຢູ່ໂຕນີ້ນ່າ ສຳລັບໂຕເອງ ຂ້ອຍ ກະເຫັນດີ.”

ແຕ່ເຖິງຢ່າງໃດກໍຕາມ ຍັງມີຄົນລາວຫຼາຍຄົນ ມີຄວາມກັງວົນເຣື້ອງຄວາມປອດພັຍ ແລະ ເສຣິພາບໃນການໃຊ້ສື່ສັງຄົມອອນລາຍ ຖ້າມີການຕິດຕາມຄວບຄຸມ. ດັ່ງຄົນລາວນາງນຶ່ງ ເວົ້າວ່່າ:

“ຢ້ານໂອ; ກະເບິ່ງຢູ່ ເຣື້ອງຂ່າວຈິງ ຂ່າວປອມ ມັນກໍ່ເຣື້ອງໃດ ຫນ້ອຍຫນັກ ຫນ້ອຍຫນາ ກະບໍ່ແຊຣ ດອກ ບໍ່ຄ່ອຍແຊຣ ບໍ່ຄ່ອຍ ຫຍັງດອກ ມີແຕ່ເບິ່ງຜ່ານໆ.”

ຄົນງານອີກນາງນຶ່ງເວົ້າວ່າ ສາເຫດທີ່ພາກສ່ວນກ່ຽວຂ້ອງ ໄດ້ແຕ່ງຕັ້ງຄະນະດັ່ງກ່າວຂຶ້ນ ເປັນຍ້ອນວ່າມີບຸກຄົນ ທີ່ເຄີຍລົງຂ່າວ ຜ່ານສື່ສັງຄົມອອນລາຍ ບໍ່ສອດຄ່ອງກັບນະໂຍບາຍ ພັກ-ຣັດ ຈຶ່ງມີການຕິດຕາມ ແລະ ຕອບໂຕ້ຈາກທາງການ.

“ຜ່ານມາອາດມີບາງບຸກຄົນ ບາງກຸ່ມກ້ອນເນາະ ຂະເຈົ້າອາດຣາຍງານບໍ່ຖືກຕາມເປົ້າຫມາຍ ຫັ້ນນ່າ ແລ້ວບາດນີ້ແຕ່ງຕັ້ງລົງເອງ ຣະບອບການເມືອງໃດ ມັນກະມີຫມົດຫັ້ນແຫຼະ ຣະບອບການເມືອງຂອງລາວ ມັນຕ້ອງໄດ້ຜ່ານ ເປັນຂັ້ນຕອນກັນໄປ.”

ອິງຕາມຣາຍງານ ຂອງຫນັງສືພິມວຽງຈັນທາຍ ໃນມື້ວັນທີ 24 ພຶສພາ ປີ 2021 ຣະບຸວ່າ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໄດ້ສັ່ງການໄປຍັງ ຜແນກຖແລງຂ່າວ ໃນແຂວງຕ່າງໆ ທົ່ວປະເທດໃຫ້ຮິບໂຮມຂໍ້ມູນ ກ່ຽວກັບຜູ້ທີ່ເປັນເຈົ້າຂອງເພຈ ໃນສື່ສັງຄົມອອນລາຍ ເວັບໄຊ ແລະ ເຟສບຸກ ໃຫ້ມາລົງທະບຽນ ເພື່່ອ ສະກັດກັ້ນຂໍ້່ມນູຂ່າວສານ ທີ່ບໍ່ມີມູນຄວາມຈິງ ຫລື ຂ່າວ ປອມ ຖ້າບໍ່ປະຕິບັດ ຈະມີຄວາມຜິດຕາມກົດຫມາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.