ຊາວບ້ານຢຶບທີ່ຖືກຂັງ ມີນຶ່ງຄົນ ຖືກປ່ອຍ
2018.03.12

ກໍຣະນີຊາວບ້ານຢຶບ 14 ຄົນ ທີ່ຖືກເຈົ້າໜ້າທີ່ ທາງການແຂວງເຊກອງ ຈັບຕົວ ໃນວັນທີ 14 ກໍຣະກະດາ ປີ 2017 ທີ່ຜ່ານມາ ເລື້ອງຂໍ້ ຂັດແຍ່ງ ທີ່ດິນ.
ຄວາມຄືບໜ້າກ່ຽວກັບເລື້ອງນີ້ກໍຄື ເຈົ້າໜ້າທີ່ທາງການ ແຂວງເຊກອງ ໄດ້ປ່ອຍຕົວຊາວ ບ້ານຄົນນຶ່ງຄື ທ້າວ ວິຫາ ໃນວັນທີ 16 ກຸມພາ ທີ່ຜ່ານມາ, ແຕ່ຊາວບ້ານອີກ 12 ຄົນ ຍັງຄົງບໍ່ໄດ້ຮັບການປ່ອຍຕົວ ຊຶ່ງໃນນັ້ນມີ 3 ຄົນ ອາຍຸບໍ່ເຖີງ 18 ປີ. ອີງຕາມ ການຢືນຢັນ ຈາກ ຊາວບ້ານ.
ຊາວບ້ານຢືບ ຜູ້ທີ່ີບໍ່ປະສົງອອກຊື່ແລະສຽງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 12 ມີນາ ວ່າ ການປ່ອຍຕົວ ທ້າວ ວິຫານ ໄດ້ມີຂຶ້ນ ຫຼັງຈາກ ທີ່ເກີດກໍຣະນີ ທ້າວ ສົມສະຫວັນ ອາຍຸປະມານ 30 ປີ ໄດ້ເສັຍຊີວິດຢູ່ໃນຄຸກ ໃນວັນທີ 29 ມົກກະຣາ ປີ 2018.
ໃນການເສັຍຊີວິດຄັ້ງນີ້, ເຈົ້າໜ້າທີ່ຕໍາຣວດ ເວົ້າຕໍ່ຍາດພີ່ນ້ອງຂອງ ທ້າວ ສົມສະຫວັນ ຜູ້ເສັຍຊີວິດ ວ່າເປັນການຂ້າຕົວຕາຍ, ໃນຂນະທີ່ ຍາດພີ່ນ້ອງຜູ້ເສັຍຊີວິດ ຍັງບໍ່ເຊື່ອວ່າ ລາວຈະຂ້າຕົວຕາຍ ຍ້ອນວ່າ ເຂົາເຈົ້າເຫັນຮອຍຊໍ້າ ຕາມຕົນໂຕ ຂອງລາວ. ຍາດພີ່ນ້ອງຂອງ ທ້າວ ສົມສະຫວັນ ໄດ້ກ່າວອີກວ່າ: ທາງການແຂວງເຊກອງ ໄດ້ມອບເງິນໃຫ້ເຂົາເຈົ້າ ຈໍານວນ 13 ລ້ານກີບ ເພື່ອມາຈັດງານສົບຂ ອງລາວ.
ຊາວບ້ານຢືບຜູ້ນີ້ ໄດ້ກ່າວອີກວ່າ: ປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ມາປະຈໍາຢູ່ບ້ານຢືບ ແລະຫ້າມບໍ່ໃຫ້ຊາວບ້ານເວົ້າເລື້ອງ ບັນຫາທີ່ດິນ ແລະ ການເສັຍຊີວິດຂອງ ທ້າວ ສົມສະຫວັນ ກັບບຸກ ຄົນພາຍນອກ ຢ່າງເດັດຂາດ.
ນອກຈາກ ທ້າວ ວິຫານ ທີ່ຖືກປ່ອຍຕົວ ແລະ ທ້າວ ສົມສະຫວັນ ທີ່ໄດ້ເສັຍຊີວິດ ໄປແລ້ວ, ປັດຈຸບັນ ຍັງເຫລຶືອຊາວບ້ານ ອີກ 12 ຄົນ ທີ່ຍັງຕິດຄຸກຢູ່ ຄື: 1. ທ້າວ ສຸວັນ, 2. ທ້າວ ວິຄໍາ, 3. ທ້າວ ບຸນແລງ, 4. ທ້າວ ບຸນປົກ, 5.ບຸນສົດ, 6. ທ້າວ ບຸນເຕັ້ຍ, 7. ທ້າວ ບຸນທຽນ, 8. ທ້າວ ໂປະ, 9. ທ້າວ ໄນ, 10. ທ້າວ ສົນ ອາຍຸ 17 ປີ, 11. ທ້າວ ນາກ ອາຍຸ 13 ປີ, 12. ນາງ ນີ ອາຍຸ 15 ປີ.
ເພື່ອຖາມຄວາມຄືບໜ້າເພີ້ມເຕີມ ກ່ຽວກັບເລື້ອງນີ້, ໃນວັນທີ 12 ມີນາ ເອເຊັຍເສຣີ ໄດ້ໂທຫາຫົວໜ້າອົງການ ອັຍການສູງສຸດ ແລະ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ແຕ່ບໍ່ມີ ທ່ານໃດຮັບໂທຣະສັບ.
ອີງຕາມຂໍ້ມູນຈາກຊາວບ້ານ, ຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ ກັບ ບໍຣິສັດ ຢາງພາຣາ ຂອງວຽດນາມ ທີ່ຊື່ວ່າ LVF ໄດ້ເກີດຂຶ້ນ ນັບແຕ່ປີ 2006 ຍ້ອນວ່າ ບໍຣິສັດ ບຸກເບີກເນື້ອທີ່ດິນ ໄປກວມເອົາເນື້ອທີ່ດິນ 121 ເຮັກຕາ ຂອງຊາວບ້ານ 55 ຄອບຄົວ ໃນຂນະທີ່ ທາງການເມືອງ ແລະ ແຂວງ ອະນຸມັດ ໄດ້ອະນຸມັດ ໃຫ້ບໍຣິສັດສຳປະທານ ພຽງແຕ່ 42 ເຮັກຕາ ເທົ່ານັ້ນ.