ກອງປະຊຸມໂຕະມົນທີ່ວຽງຈັນ ເລີ້ມແລ້ວ


2013.11.18
F-default ກອງປະຊຸມໂຕະມົນທີ່ວຽງຈັນ ເລີ້ມແລ້ວ
RFA

 

ກອງປະຊຸມໂຕະມົນ ທີ່ຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ ທີ່ບໍ່ອະນຸຍາດໃຫ້ ພາກສ່ວນເອກກະຊົນ ອົງການພັທນາ ທີ່ບໍ່ສັງກັດຣັຖບານ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ບໍ່ຫວັງ ຜົນກຳໄຣ ເຂົ້າຮ່ວມວາງສະແດງ ຜົນງານ ຂອງຕົນ, ມີແຕ່ພາກສ່ວນ ຂະແໜງການຕ່າງໆທີ່ຣັຖບານ ຄັດ ເລືອກມາ ເທົ່ານັ້ນ ໄດ້ເຂົ້າຮ່ວມວາງສະແດງ.

ກອງປະຊຸມໂຕະມົນປະຈຳປີຄັ້ງທີ 11 ໄດ້ເລີ້ມຂຶ້ນໃນວັນທີ 18 ພຶສຈິກາ ແລະຈະດໍາເນີນຕໍ່ໄປຮອດວັນທີ 19 ພຶສຈິກາ ໂດຍມີຜູ້ເຂົ້າຮ່ວມ ປະມານ 200 ຄົນ. ພິທີໄດ້ເປີດຢ່າງເປັນທາງການ ໃນຕອນເຊົ້າເວລາ 10 ໂມງ ໂດຍທ່ານ ທອງລຸນ ສີສຸລິດ ຣັຖມົນຕຼີກະຊວງການຕ່າງ ປະເທສ. ໃນພິທີດັ່ງກ່າວ ແມ່ນມີ ການວາງສະແດງ ຜົນສຳເຣັດຂອງຂະແໜງການຕ່າງໆ ທີ່ໄດ້ຮັບການຊ່ວຍເຫຼືອຈາກສາກົນ ແລະຄູ່ຮ່ວມ ພັທນາ ຈາກນາໆຊາດ. ການວາງສະແດງ ແມ່ນເລົ່າເຖິງຜົນງານ ໃນການເຄື່ອນໄຫວ ໂຄງການຕ່າງໆໃນປີທີ່ຜ່ານມາ. ດັ່ງເຈົ້າໜ້າທີ່ລາວ ທ່ານນຶ່ງ ທີ່ເຂົ້າຮ່ວມ ກອງປະຊຸມໂຕະມົນ ຜູ້ຂໍສະຫງວນຊື່ ເວົ້າຕອນໜຶ່ງວ່າ: ຟັງສຽງ.

ກອງປະຊຸມໂຕະມົນຄັ້ງນີ້ ທາງການລາວ ໄດ້ວາງກໍາລັງຮັກສາຄວາມປອດໄພ ຢ່າງແໜ້ນໜາ ແລະມີການຕຣຽມພ້ອມ ມາຕັ້ງແຕ່ຣະຍະກະ ຕຣຽມ ໂດຽມີເຈົ້າທີ່ ຕຳຫຼວດເຝົ້າຮັກສາ ຫຼາຽຮ້ອຽຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.