ໃນ ວັນສຸກ ວັນທີ 14 ພຶສຈິກາ ທາງ ການລາວ ຈະຈັດ ກອງປະ ຊຸມ ໂຕະມົນ ປະຈຳປີ ຂຶ້ນ ຊື່ງ ເປັນ ກອງປະຊຸມ ການ ພັທນາ ຣະດັບສູງ ຂອງຊາດ ໂດຍມີ ເຈົ້າຫນ້າ ທີ່ ທາງການ ລາວ ນັກ ວິຊາການ ຈາກ ຫນ່ວຍງານ ແລະ ອົງການ ນາໆຊາດ ເຂົ້າຮ່ວມ ຮວມທັງ ບັນດາ ຣັຖມົນຕຣີ ຮອງ ຣັຖມົນຕຣີ ທູຕານຸທູດ ເຈົ້າຫນ້າ ທີ່ ຈາກ ອົງການ ຈັດຕັ້ງ ທີ່ບໍ່ຂຶ້ນ ກັບ ຣັຖບານ ໃນລາວ ແລະ ອົງການ ຈັດຕັ້ງ ທາງ ສັງຄົມ. ກອງປະຊຸມ ໂຕະມົນ ເທື່ອນີ້ ຈະ ຈັດ ທີ່ ໂຮງແຮມ ດອນຈັນ ພາເຫລສ ເປັນ ປະທານ ໂດຍ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ການ ຕ່າງປະເທດ. ເຈົ້າຫນ້າທີ່ ກະຊວງ ແຜນການ ແລະ ການ ລົງທຶນ ກ່າວຕໍ່ ນັກຂ່າວ ວ່າ:
ເພີ່ນຊີ່ຈັດ ວັນທີ 14 ນີ້ເດ ຢູ່ດອນຈັນ ທ່ານ ຮອງນາຍົກ ຣັຖມົນຕຣີ ຊີ່ມາເປັນ ປະທານ ກ່າວເປີດ ພິທີ ລະກະ ຣັຖມົນຕຣີ ເຮົາຊີ່ ເປັນ ປະທານ ກອງປະຊມຸ ມື້ນັ້ນ ເລີຍ".
ກອງປະຊຸມ ດັ່ງກ່າວ ຈະ ດຳເນີນໄປ ຫມົດມື້ ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງ ແຜນການ ແລະ ການລົງທຶນ ແລະ ຍານາງ Kaarina Immonen ເຈົ້າຫນ້າທີ່ ຈາກ ອົງການ ຊ່ອຍເຫລືອ ສະຫະ ປະຊາຊາດ ຫລື UNDP ຈະເປັນ ປະທານ ກອງປະຊຸມ ຮ່ວມກັນ. ບັນຫາ ທີ່ຈະ ຫາລືກັນ ໃນ ກອງປະຊຸມ ເທື່ອນີ້ ກໍມີ 3 ບັນຫາ ຫລັກ ຄື:
ນຶ່ງ- ຈະທົບທວນ ຄວາມ ຄືບຫນ້າ ແລະ ສີ່ງທ້າທາຍ ໃນການ ປະຕິບັດ ແຜນ ພັທນາ ແຫ່ງຊາດ ຂອງ ສົກປີ 2013-14 ແລະ ວາງແຜນ ທິດທາງ ຂອງ ສົກປີ 2014-15.
ສອງ- ທົບທວນ ຄວາມ ຄືບຫນ້າ ໃນການ ຜັນຂຍາຍ ຜົລຂອງ ກອງປະຊຸມ ໂຕະມົນ ຄັ້ງທີ 11 ໃນປີ 2013 ຜ່ານມາ.
ສາມ- ຣາຍງານ ຄວາມ ຄືບຫນ້າ ໃນການ ຕຣຽມການ ແຜນ ພັທນາ ເສຖກິດ ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8 ທີ່ຈະ ນຳພາ ປະເທດ ຊາດ ໃຫ້ ຫລຸດພົ້ນ ອອກຈາກ ຖານະ ປະເທດ ດ້ອຍ ພັທນາ ໃນປີ 2020 ແລະ ການວາງ ຍຸທສາດ ການພັທນາ ຣະຍະຍາວ ໃນປີ 2025 ຮ່ວມດ້ວຍ ວິໄສທັສ ສຳລັບ ປີ 2030.