ລາວນອກຮ່ວມປະທ້ວງຣັຖບານ ລາວ

ຈໍາປາທອງ
2016.02.15
F-Choummaly ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ແຫ່ງ ສປປ ລາວ
Screen captured from LNTV News

ມີການຊຸມນຸມ ປະທ້ວງ ທາງການລາວ ເພື່ອ ສິດທິມະນຸດ ແລະ ປະຊາທິປະຕັຍ ຂອງ ຫຼາຍອົງການ ຈັດຕັ້ງ ແລະ ຊຸມຊົນ ຊາວລາວ ເປັນຈຳນວນ ຫຼວງຫຼາຍ ຢູ່ ສະຫະຣັຖ ອະເມຣິກາ ໃນວັນທີ 15 ກຸມພາ ນີ້.

ການຊຸມນຸມ ປະທ້ວງ ຄັ້ງໃຫຍ່ ນີ້ ມີທັງຕອນເຊົ້າ ແລະ ຕອນບ່າຍ, ໃນຕອນເຊົ້າ ແມ່ນ ອົງການ ລາວເປັນລາວ ຍຸກໃໝ່ ເປັນ ຜູ້ນຳພາ, ຕອນບ່າຍ ແມ່ນ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ເປັນຜູ້ຈັດ, ຈະມີ ຜູ້ເຂົ້າຮ່ວມ ຈາກພາກສ່ວນ ຕ່າງໆ, ເຊັ່ນ ຈາກ ຣັຖ ໂຣດໄອແລັນ ແລະ ຣັຖ ເວີຈິເນັຍ.

ພຣະອາຈານ ສຸລະສິດ ກຸຫລາບດາຣາ ຢູ່ວັດພຸດໂທວາດ ເມືອງ ສມິດຟຽລ ຣັຖ ໂຣດໄອແລັນ ກ່າວ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນ ທີ 12 ກຸມພາ, ເຖິງ ຈຸດປະສົງ ຂອງ ການຈະໄປຮ່ວມ ການຊຸມນຸມ ປະທ້ວງ ນັ້ນວ່າ:

"ອາຕມາ ຈະໄປຮ່ວມ ຊຸມນຸມປະທ້ວງ ຢູ່ທີ່ ຄາລີຟໍເນັຍ ໄປເບິ່ງ ສະພາບການ ແລະ ກະໄປເພື່ອແນະ ໃນການປະທ້ວງ ເພື່ອໃຫ້ມັນ ເປັນໄປຕາມຫຼັກ ປະຊາທິປະຕັຍ ເປັນໄປຕາມ ຫຼັກ ທັມມະທິປະຕັຍ ມັນເປັນ ການປະທ້ວງ ຮຽກຮ້ອງ ໃຫ້ມີການ ປ່ຽນແປງ ນັບຖື ສິດ ປະຊາທິປະຕັຍ ຂອງ ປະາຊົນ ລາວ ນັບຖືສິດທິ ຂອງມະນຸດ ຢ່າງເຕັມເມັດ ເຕັມໜ່ວຍ".

ຊຸມຊົນ ຊາວລາວ ຢູ່ ນອກປະເທສ ບໍ່ເຫັນດີ ນໍາການ ປົກຄອງ ປະເທສ ດ້ວຍຣະບົບ ອາຍາສິດ ແລະ ບໍ່ເຫັນພ້ອມ ນໍາການ ປົກຄອງ ແບບ ຜະເດັດການ ຢູ່ ສປປລາວ. ຍານາງ ແພງສີ ສຸວັນນະວົງ ຈາກເມືອງ ສະປ໊ອດຊິເວເນັຍ ຣັຖ ເວີຈີເນັຍ ຜູ້ທີ່ຈະໄປ ເຂົ້າຮ່ວມ ການຊຸມນຸມ ປະທ້ວງ ຄັ້ງນີ້ ກໍກ່າວເຖິງ ການໄປ ເຂົ້າຮ່ວມ ນັ້ນວ່າ:

"ກ່ອນຊິໄດ້ ຕັດສິນໃຈ ໄປຮ່ວມ ຊຸມນຸມປະທ້ວງ ຄັ້ງນີ້ ກໍເຫັນ ຄວາມສໍາຄັນ ທີ່ສຸດ ຂອງ ປວງຊົນ ຊາວລາວເຮົາ ທີ່ວ່າໄປ ຮຽກຮ້ອງ ສິດທິ ມະນຸດ ສິດ ເສຣີພາບ ມາໃຫ້ ປວງຊົນ ຊາວລາວເຮົາ ຢູ່ທາງໃນ ປະເທສ ທີ່ຖືກກົດຂີ່ ຂົ່ມເຫັງ ຈາກ ຣັຖບາລ ພັກດຽວ ອັນນີ້ ແລະ ຂ້າພະເຈົ້າ ເອງ ກໍອອກມາ ຈາກ ປະເທສ ດ້ວຍຄວາມ ຍາກລໍາບາກ ມີຫຼານ ກໍຖືກ ເຂົາຂ້າຕາຍ ມີອ້າຍເຂີຍ ກະຖືກຂ້າຕາຍ ມີອາວ ກະຖືກຂ້າຕາຍ".

ຍານາງ ແພງສີ ຕັ້ງໃຈວ່າ ຈະຕໍ່ສູ້ ເພື່ອ ປະຊາທິປະຕັຍ ໃຫ້ ປວງຊົນ ຊາວລາວ ແລະ ພວກລູກຫຼານ ຢູ່ພາຍ ໃນປະເທສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.