ທາງການລາວຣາຍງານ ສປຊ ການພັທນາ ແບບຍືນຍົງ
2018.08.01

ໃນມື້ວັນທີ 17 ກໍຣະກະດາ ທີ່ຜ່ານມາ ທ່ານ ສະເຫລີມໄຊ ກົມມະສິດ ຣັຖມົນຕຣີກະຊວງການຕ່າງປະເທດລາວ ໄດ້ຕາງໜ້າໃຫ້ຣັຖບານ ສປປລາວ ສເນີບົດຣາຍງານແບບສມັກໃຈ ໃນກອງປະຊຸມເວທີ ການເມືອງຣະດັບສູງ ຂອງອົງການສະຫະປະຊາຊາດ ກ່ຽວກັບການພັທນາ ແບບຍືນຍົງ ທີ່ ສໍານັກງານໃຫຍ່ ໃນນະຄອນ New York, ສະຫະຣັຖອະເມຣິກາ.
ໃນນັ້ນ ທ່ານໄດ້ເວົ້າເຖິງການຈັດຕັ້ງປະຕິບັດ ຕາມເປົ້າໝາຍການພັທນາແບບຍືນຍົງ 2030:
"The Lao government has always attached great; ທ່ານກ່າວວ່າຣັຖບານລາວ ໃຫ້ຄວາມສໍາຄັນຫລາຍ ຕໍ່ການຈັດຕັ້ງ ປະຕິບັດ ເປົ້າໝາຍ ການພັທນາແບບຍືນຍົງ ຢ່າງມີປະສິດທິພາບ ແລະເຕັມສ່ວນ. ນັບຕັ້ງແຕ່ໄດ້ຮັບຮອງ ເອົາວາຣະການພັທນາແບບຍືນຍົງ 2030 ເປັນຕົ້ນມາ, ຣັຖບານລາວ ສະແດງໃຫັເຫັນ ເຖິງຄວາມຕັ້ງໃຈ ທາງການເມືອງຕໍ່ການບັນລຸວາຣະ ດັ່ງກ່າວຕລອດມາ."
ທ່ານກ່າວຕື່ມວ່າ ການພັທນາແບບຍືນຍົງ ທັງ 17 ເປົ້າໝາຍທີ່ອົງການສະຫະປະຊາຊາດ ໄດ້ກໍານົດອອກມາ, ຣັຖບານລາວໄດ້ຫັນເປົ້າໝາຍ ນັ້ນເຂົ້າໃນແຜນພັທນາ ເສຖກິດ-ສັງຄົມ 5 ປີ ຂອງຕົນ ເພື່ອໃຫ້ສາມາດ ຈັດຕັ້ງປະຕິບັດໄດ້ແລະ ປະກົົດຜົລເປັນຈິງ ໂດຍຍຶດຖືຫລັກການ ຂອງການມີສ່ວນຮ່ວມ ຂອງທຸກພາກສ່ວນ, ມີຄວາມໂປ່ງໄສ ແລະ “ຈະບໍ່ປະໃຜໄວ້ທາງຫລັງ”.
ຢ່າງໃດກໍຕາມເຈົ້າໜ້າທີ່ສະຫະປະຊາຊາດ ທ່ານນຶ່ງຜູ້ຂໍສງວນຊື່ ທີ່ໄດ້ເຂົ້າຮ່ວມ ສັງເກດການໃນການຣາຍງານ ຂອງຜູ້ຕາງໜ້າຣັຖບານລາວ ໄດ້ກ່າວຕໍ່ RFA ໃນມື້ວັນທີ 19 ກໍຣະກະດາ ນີ້ວ່າ ກ່ຽວກັບບົດຣາຍງານແບບສມັກໃຈ ຂອງຣັຖບານລາວ:
"They start presentation saying… ທ່ານກ່າວວ່າ ຣັຖບານລາວ ເວົ້າວ່າພວກເພິ່ນ ເປັນປະເທດດຽວ ທີ່ໄດ້ຫັນເປົ້າໝາຍ ການພັທນາ ທີ່ຍືນຍົງ ສູ່ການຈັດຕັ້ງປະຕິບັດ ພາຍໃນປະເທດ ໃນຂັ້ນທ້ອງຖິ່ນ ແລະພວກເພິ່ນກໍອ້າງວ່າ ໄດ້ເຮັດແບບໃຫ້ທຸດຄົນ ໄດ້ເຂົ້າຮ່ວມ. ພວກເພິ່ນວ່າທຸກຢ່າງ ແມ່ນເຂົ້າທີ່ເຂົ້າທາງແລ້ວ. ແຕ່ຄໍາຖາມກໍຄືວ່າ ຖ້າວ່າພວກເພິ່ນ ເປັນປະເທດທໍາອິດ ເປັນຫຍັງພວກເພິ່ນບໍ່ເປີດ ໂອກາດໃຫ້ທຸກພາກສ່ວນ ມີສ່ວນຮ່ວມ ແລະພະຍາຍາມ ດຶງເອົາອົງການຈັດຕັ້ງ ພາກປະຊາສັງຄົມ ຂັ້ນທ້ອງຖິ່ນ ແລະອົງການທີ່ບໍ່ຂຶ້ນກັບ ຣັຖບານມາເຂົ້າສູ່ກົລໄກ ການຈັດຕັ້ງປະຕິບັດ ແລະການທົບທວນ ແລະຕິດຕາມ."
ພາຍຫລັງຣາຍງານແລ້ວ ທ່ານ ສະເຫບີມໄຊ ໄດ້ຕອບຄໍາຖາມຂອງຜູ້ແທນ ຈາກອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານ ວ່າຣັຖບານລາວ ໄດ້ມີເວທີໃຫ້ອົງການ ຈັດຕັ້ງ ພາກປະຊາສັງຄົມໃນລວ ສົນທະນາບັນຫາຕ່າງໆ ແລະພວກເຂົາເຈົ້າ ກໍມີຂໍ້ສເນີຕ່າງໆຜ່ານກອງປະຊຸມ ໂຕະມົນໃນທຸກໆປີ ເພື່ອຮັບປະກັນໃຫ້ທຸກພາກສ່ວນ ມີສ່ວນຮ່ວມໃນການຈັດຕັ້ງ ປະຕິບັດ ເປົ້າໝາຍການພັທນາ ແບບຍືນຍົງນັ້ນ.