ທາງການລາວອອກ ຣັຖບັນຍັດ ເລຂທີ 001/ປປທ
2021.06.23

ທາງການລາວ ອອກຣັຖບັນຍັດ ເລກທີ 001/ປປທ ການດຳເນີນຄະດີປົກຄອງ ກ່ຽວກັບບັນຫາ ການປົກຄອງ ຫຼື ທາງບໍຣິຫານ ຄວາມໝາຍວ່າ ຣັຖບັນຍັດສະບັບໃໝ່ນີ້ ອະນຸຍາດໃຫ້ ສິດ ປະຊາຊົນ ສາມາດຟ້ອງອົງການ ຈັດຕັ້ງຣັຖ, ພະນັກງານ-ຣັຖກອນ, ອົງການຈັດຕ້ັງທີ່ ກະທໍາຄວາມຜິດ ຫຼື ກໍໃຫ້ເກີດຄວາມເສັຽຫາຍໄດ້.
ກ່ຽວກັບເຣື່ອງນີ້ຊາວລາວຜູ້ນຶ່ງ ໃນເມືອງສນາມໄຊ ແຂວງອັດຕະປື ທີ່ເປັນຜູ້ປະສົບພັຍ ເຂື່ອນແຕກ ເມື່ອປີ 2018 ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 23 ມິຖຸນາ ວ່າເປັນເຣື່ອງທີ່ດີຫຼາຍ ຖ້າວ່າທາງການລາວ ສາມາດປະຕິບັດໄດ້ຕາມນິຕິກັມ ເຊິ່ງ ໃນທາງປະຕິບັດ ໂຕຈິງ ອາດເປັນໄປໄດ້ຍາກ ເນື່ອງຈາກຍັງເອື້ອຜົລປໂຍດ ໃຫ້ກັນຢູ່.
"ຈິດໃຈຂອງ ພໍ່-ແມ່ປະຊາຊົນນີ້ ໂອ້ຍ ກາຢາກໄປຫາພວກເຈົ້າຂອງ ເຂື່ອນໄຟຟ້າຫັ້ນແລ້ວ ຢາກຮ້ອງຟ້ອງເພິ່ນຫັ້ນແລ້ວ ເພາະວ່າ ທາງເຈົ້າເມືອງເຈົ້າແຂວງ ວ່າທາງເຈົ້າເມືອງ ເຈົ້າແຂວງ ເປັນທີ່ປຶກສາເອງ, ໂອ້ຍ ຄັນເພິ່ນເອື້ອອຳນວຍ ເປີດທາງໃຫ້ພໍ່ແມ່ປະຊາຊົນ ຫັ້ນສ່ຳນີ້ ແລ້ວແລ້ວ."
ຊາວບ້ານຜູ້ນີ້ກ່າວຕື່ມວ່າ ຕອນທີ່ເກີດເຫດການເຂື່ອນແຕກ ເມື່ອປີ 2018 ນັ້ນຊາວບ້ານ ທີ່ໄດ້ຮັບຜົລກະທົບ ກໍຕ້ອງການຮ້ອງຟ້ອງ ຕໍ່ຣັຖບານລາວ ແລະ ບໍຣິສັດເຈົ້າຂອງໂຄງການ ເຂື່ອນໄຟຟ້າ ເພື່ອຮຽກຮ້ອງຄ່າເສັຽຫາຍ ແລະ ຄວາມເປັນທັມ ທີ່ສົມເຫດສົມຜົລ. ແຕ່ທາງການແຂວງ ຫຼື ເຈົ້າໜ້າທີ່ທ້ອງຖິ່ນ ກາບໍ່ໄດ້ອຳນວຍຄວາມສະດວກ ແລະ ສນັບສນູນໃຫ້ ຊາວບ້ານ ໃນການຮ້ອງຟ້ອງ ແຕ່ຢ່າງໃດ.
ຊາວບ້ານທ່ານນຶ່ງ ໃນເມືອງໄຊຍະບູລີ ແຂວງໄຊຍະບູລີ ທີ່ສູນເສັຽດິນ ເຮັດກະສິກັມ ໃຫ້ກັບໂຄງການ ກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ເມື່ອຊາວບ້ານ ສູນເສັຽດິນ ສູນເສັຽເຮືອນ ຫຼື ຊັບສິນໃດນຶ່ງແລ້ວ ບໍ່ໄດ້ຮັບການຊົດເຊີຍ ທີ່ ສົມເຫດສົມຜົລ ຊາວບ້ານກາຄວນຈະມີສິດ ໃນການຮ້ອງຟ້ອງ ຮຽກຄ່າເສັຽຫາຍ ແລະ ຄວາມເປັນທັມ ຕາມຫຼັກການ.
ແຕ່ໃນທາງພາກ ປະຕິບັດໂຕຈິງ ມັນຂ້ອນຂ້າງຫຍຸ້ງຍາກ ແລະ ອາດຈະເຮັດໃຫ້ຊາວບ້ານ ເສັຽເງິນເສັຽຄຳ ເພື່ອຈ້າງທະນາຍຄວາມ, ຄ່າດຳເນິນການເອກສານຕ່າງໆ ໜັກໄປກ່ວານັ້ນ ຖ້າພະນັກງານ-ຣັຖກອນ ມີອຳນາດຫຼາຍ ແລະ ບໍ່ອຳນວຍຄວາມສະດວກ ໃຫ້ ຊາວບ້ານ ຍິ່ງເຮັດໃຫ້ຊາວບ້ານອັບປໂຍດ.
"ບໍຣິສັດນັ້ນໂກງເຮົາ ແຕ່ວ່າບໍ່ຢາກຊົດເຊີຍເຮົາ ທີ່ຂອງເຮົາເສັຽຫາຍຫັ້ນນ່າ, ເອີຢາກຍາກແດ່ຕ້ອງໄດ້ໃຊ້ເງິນແນ່ ເອີ; ຄັນເຈົ້າໜ້າທີ່ ລາວ ບໍ່ຊ່ອຍເຮົາກາຄືຊິໄດ້ ຄືກັນຫັ້ນແລ້ວ.
ຊາວລາວອີກທ່ານນຶ່ງ ໃນເມືອງປາກຊ່ອງ ແຂວງຈຳປາສັກ ທີ່ເຄີຍສູນເສັຽດິນ ການກະສິກັມໃຫ້ກັບ ໂຄງການປູກກາເຟ ຂອງທາງ ການລາວ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າຖ້າ ພະນັກງານ-ຣັຖກອນ ຄົນໃດກໍຕາມທີ່ຣະເມີດກົດໝາຽ ກໍຄວນຈະໄດ້ຮັບບົດລົງ ໂທດຢ່າງເໝາະສົມ ແລະ ບໍ່ຄວນຫຼີກເວັ້ນ ເພາະເຫັນວ່າ ເປັນຜູ້ມີອຳນາດ ຫຼືລູກຫຼານຂອງຄົນລວຍ ຍິ່ງຕ້ອງເປັນແບບຢ່າງ ໃຫ້ ກັບສັງຄົມໃນການຮັກສາ ກົດໝາຽ.
"ທັມມະດາແລ້ວເຮີຍຜູ້ໃດແຕະຕ້ອງ ດ້ານກົດໝາຽກາມີໂທດຫັ້ນແຫຼະ ບໍ່ແມ່ນຊິເຮັດແຕ່ປະຊາຊົນໃດ ເຣື່ອງຣະບົບພະນັກງານກາຄື ກັນຫັ້ນແຫຼະ ພະນັກງານລະຫຼີກເວັ້ນ ມັນບໍ່ໄດ້ ຫຼີກບໍ່ໄດ້."
ຂນະທີ່ນັກວິຊາການ ຈາກສະຖາບັນຄົ້ນຄວ້າກົດໝາຽ ກະຊວງຍຸຕິທັມ ທ່ານນຶ່ງ ບໍ່ປະສົງອອກຊື່ ແລະຕຳແຫນ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຣັຖບັນຍັດ ສະບັບໃໝ່ນີ້ ໃຫ້ ສິດປະຊາຊົນ ຮ້ອງຟ້ອງພະນັກງານ-ຣັຖກອນ ຫຼື ໂຄງການ, ທຸຣະກິຈທີ່ອົງການ ຈັດຕັ້ງຣັຖ ກ່ຽວຂ້ອງເຊິ່ງ ຄວບຄຸມທັງຄະດີອາຍາ ແລະຄະດີແພ່ງທີ່ປະຊາຊົນເຫັນວ່າ ບໍ່ໂປ່ງໄສບໍ່ເປັນທັມ ຫຼືມີການສໍ້ຣາດບັງຫຼວງ ເກີດຂຶ້ນແທ້ໆ ແລະ ຕ້ອງການໃຫ້ພາກສ່ວນ ທີ່ກ່ຽວຂ້ອງກວດສອບ ຂໍ້ເທັດຈິງ.
ແນວໃດກໍຕາມ ຣັຖບັນຍັດ ສະບັບໃໝ່ນີ້ ຍັງບໍ່ເຄີຍນຳໄປປະຕິບັດ ໃຊ້ໂຕຈິງເຮັດໃຫ້ ບໍ່ສາມາດເວົ້າໄດ້ວ່າ ປະສິດທິພາບໃນທາງ ປະຕິບັດຈະມີຜົລ ອອກມາແນວໃດ.
"ມັນຂຶ້ນກັບຂອບເຂດ ທີ່ເຮົາຈະຮ້ອງຟ້ອງ ໄປມີທັງຄະດີປົດຄອງ, ຄະດີແພ່ງ, ອາຍາ, ໂຕນີ້ກາບໍ່ຮູ້ວ່າໃນພາກປະຕິບັດມັນສິ ຫຍຸ້ງຍາກ ພວກເຮົາກາຍັງບໍ່ທັນໄດ້ເຄສ ທີ່ໃຫ້ລອງ ປະຕິບັດເທື່ອ ແຕ່ເຮົາສຶກສາ ທາງດ້ານນິຕິກັມ."
ທາງດ້ານເຈົ້າໜ້າທີ່ກະຊວງ ຍຸຕິທັມ ທ່ານນຶ່ງບໍ່ປະສົງອອກຊື່ ແລະຕຳແຫນ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ຣັຖບັນຍັດສະບັບ ໃໝ່ນີ້ປຽບດັ່ງວ່າເປັນເຄື່ອງມື ແລະສິດອຳນາດ ໃຫ້ແກ່ຄະນະສານປົກຄອງ ເນື່ອງຈາກປະເທດລາວ ບໍ່ມີອົງການສານປົກຄອງເທື່ອ ເຮັດໃຫ້ການຟ້ອງຮ້ອງ ພະນັກງານ-ຣັຖກອນ ຫຼື ອົງການຈັດຕັ້ງ ທີ່ກ່ຽວຂ້ອງກັບຣັຖບານ ສາມາດດຳເນີນໄດ້ ນັບແຕ່ມີຣັຖບັນຍັດ ນີ້ເປັນຕົ້ນໄປ.
ພາຍຫຼັງ ຣັຖບັນຍັດສະບັບນີ້ປະກາດໃຊ້ ຢ່າງເປັນທາງການ ຖ້າປະຊາຊົນເຫັນວ່າ ການກະທໍາໃດນຶ່ງ ຂອງພະນັກງານ-ຣັຖກອນ ຫຼື ໂຄງການໃດນຶ່ງ ສ້າງຄວາມເສັຽຫາຍ ຫຼື ປະຕິບັດ ເງື່ອນໄຂຕ່າງໆ ບໍ່ເປັນທັມ ກໍສາມາດຟ້ອງຮ້ອງ ໃຫ້ມີການກວດສອບ ແລະ ຮຽກຄ່າເສັຽຫາຍໄດ້ ຕາມກົດໝາຽກຳນົດ. ໂດຍສ່ວນໂຕກໍເຫັນວ່າ ເປັນຣັຖບັນຍັດ ທີ່ດີຫຼາຍຖ້າສາມາດ ປະຕິບັດໄດ້ຕາມ ຣະບຽບການ.
"ຢູ່ລາວຍັງບໍ່ມີສານປົກຄອງ ໂດຍຕົງນ່າ ໝາຍວ່າເຂົາໃຫ້ຄວາມເປັນທັມ ແກ່ປະຊາຊົນ ມີຫ້ອງການໃດຫ້ອງການນຶ່ງ ຫາກເອົາປຽບ ປະຊາຊົນເນາະ ສົມມຸດຫ້ອງການໄຟຟ້າ ຂອງ ເມືອງໃດເມືອງນຶ່ງ ວ່າຊັ້ນສ່າ ທີ່ວ່າເຮັດບໍ່ຖືກຕ້ອງເນາະ ເກັບຄ່າໄຟສູງບໍ່ຫັ້ນນ່າ ປະຊາຊົນສາມາດ ຮ້ອງຟ້ອງໜ່ວຍງານ ນັ້ນສົມມຸດວ່າມັນເຂົ້າຂ່າຍໂຕ ຮຽກຮັບສີນບົນບໍ່ຫັ້ນນ່າ ຈະເຂົ້າຂ່າຍກົດໝາຽປະມວນກົດ ໝາຽອາຍາເຂົາຈະເບິ່ງເຫດການ ຂອງມັນວ່າເຫດການ ເປັນແນວໃດຫັ້ນ."
ການອອກຣັຖບັນຍັດ ວ່າດ້ວຍການດຳເນີນ ຄະດີປົກຄອງ ໃນປະເທດລາວ ສະບັບນີ້ ມີຈຸດປະສົງເພື່ອສ້າງຄວາມຍຸຕິທັມ ແລະ ປົກປັກຮັກສາ ຣະບອບການເມືອງ, ການປົກຄອງ, ເສຖກິຈ-ສັງຄົມ, ປົກປ້ອງສິດ ແລະຜົລປໂຍດອັນຊອບທັມ ຂອງພົລເມືອງລາວ.
ແນວໃດກໍຕາມຣັຖບັນຍັດ ສະບັບດັ່ງກ່າວໄດ້ກຳນົດ ຂອບເຂດການພິຈາຣະນາ ຄຳຮ້ອງຟ້ອງ ຣະບຸວ່າຄະນະສານປົກຄອງ ຕ້ອງນຳ ເອົາຄຳຮ້ອງຟ້ອງຂອງຄູ່ກໍຣະນີ ຫຼື ບຸກຄົນມາ ພິຈາຣະນາ, ບັນຫາໃດທີ່ ຄູ່ກໍຣະນີ ຫຼື ບຸກຄົນທີ່ສາມບໍ່ສາມາດ ຮ້ອງຟ້ອງຄະດີສານ ປົກຄອງ ຈະນຳມາພິຈາຣະນາ, ບັນຫາໃດທີ່ຄູ່ກໍຣະນີ ຫຼື ບຸກຄົນ ທີ່ສາມ ບໍ່ສາມາດຮ້ອງຟ້ອງ ຄະດີສານປົກຄອງ ຈະນຳມາ ພິຈາຣະນາ ຕັດສິນ ໃຫ້ບໍ່ໄດ້ເວັ້ນເສັຽແຕ່ຄະດີ ທີ່ພົວພັນກັບຜົລປໂຍດ ຂອງສາທາຣະນະ ໂດຍຄະນະສານປົກຄອງ ມີສິດອຳນາດ ພິຈາຣະນາຕັດສິນ ຄະດີ ຕາມແຕ່ລະປະເພດ ເປັນຕົ້ນວ່າ.
1. ການອອກ, ການໂຈະ ຫຼື ການຍົກເລີກຂໍ້ຕົກລົງ, ຄຳສັ່ງ ຫຼື ໃບອະນຸຍາດ ກ່ຽວກັບການ ຜລິດ, ທຸຣະກິຈ, ກິຈການອື່ນ ແລະ ການຄຸ້ມຄອງ ທີ່ດິນທີ່ບໍ່ຖືກຕ້ອງ.
2. ການລົງວິນັຍ ຫຼື ໃຫ້ອອກຈາກຣັຖການ ທີ່ບໍ່ຖືກຕ້ອງ.
3. ການຍົກເລີກ ຫຼື ການສັບປ່ຽນໜ້າທີ່ ແລະ ບ່ອນປະຈຳການ ທີ່ບໍ່ຖືກຕ້ອງ.
4. ການເມີນເສີຍ ຫຼື ການຊັກຊ້າແກ່ຍາວໂດຍບໍ່ມີເຫດຜົລ ໃນການປະຕິບັດໜ້າທີ່ ຂອງ ພະນັກງານ-ຣັຖກອນ ເຊິ່ງສ້າງຄວາມ ເສັຽຫາຍ ໃຫ້ແກ່ຣັຖ ແລະ ພົລເມືອງ.
5. ການກະທໍາຂອງ ພະນັກງານ-ຣັຖກອນ ກ່ຽວກັບການປັບໃໝ, ການເກັບພາສີ, ການເກັບອາກອນ, ຄ່າທໍານຽມ, ຄ່າບໍຣິການ, ພັນທະອື່ນໆ ຍຶດຊັບສິ່ງຂອງ ແລະ ການນຳເຂົ້າ ຊັບສິນສິ່ງຂອງຜູ້ອື່ນ ທີ່ບໍ່ຖືກຕ້ອງຕາມກົດໝາຽ.