ໂຮງຮຽນເອກກະຊົນລາວ ຮັບນັກຮຽນ ໜ້ອຍລົງ


2013.10.09
F-Lao-German ໂຮງຮຽນວິຊາຊີພການຊ່າງ ລາວ-ເຢັຽຣະມັນ ໄດ້ຮັບອຸປກອນເຄື່ອງມື ປະກອບການຮຽນການສອນ ຈາກຣັຖບານເຢັຽຣະມັນ ທີ່ມີມູລຄ່າກວ່າ 1.1 ລ້ານຢູໂຣ
Screen captured from LNTV News YouTube video published on June 27, 2013

 

ໂຮງຮຽນເອກກະຊົນຢູ່ລາວ ຮັບເອົານັກຮຽນໜ້ອຍລົງ ເພື່ອປະຕິບັດຕາມນະໂຍບາຍ ຂອງຣັຖບານທີ່ຢາກໃຫ້ຮັບເອົານັກຮຽນວິຊາຊີພຫລາຍ ຂື້ນ. ດັ່ງເຈົ້າໜ້າທີ່ ກະຊວງສຶກສາແລະກິລາ ທ່ານນຶ່ງກ່າວວ່າ:

“ເຣື່ອງບໍຣິຫານ ທຸຣະກິດການເງິນ ການທະນາຄານມັນລົ້ນຕລາດແລ້ວດຽວນີ້ຕ້ອງຍຸຕິເພື່ອປັບປຸງທັງໝົດ ເພື່ອສົ່ງເສີມວິຊາຊີພທີ່ ຣັຖບານ ຕ້ອງການນີ້ ອຸດສາຫະກັມ ກິຈກັມປ່າໄມ້ ພວກໄອທີ ເທັກໂນໂລຈິ ອັນນີ້ເພິ່ນຕ້ອງການ ຢາກໃຫ້ ສົ່ງເສີມບັນດາ ສະຖາບັນ ການສຶກສາ ເອກກະຊົນ ໃຫ້ຫັນເຫໄປໃສ່ ສູດປະເພດນີ້ ສະຖາບັນໃດ ປະເມີນກັນກ່ອນ ພິສູດໄດ້ແລ້ວວ່າມີຂໍ້ມູນຄວາມຈິງແລ້ວ ກໍຜ່ານເກະມາຕຖານ ໃດນຶ່ງແລ້ວ ກະຊວງສຶກສາຈະອະນຸມັດ.”

ທ່ານ ໄຊຄໍາ ວົງຄຳສອນ ຜູ້ອໍານວຍການວິທຍາໄລໄຊພັທນາ ຊຶ່ງເປັນໂຮງຮຽນເອກກະຊົນແຫ່ງນຶ່ງໃນນະຄອນຫລວງວຽງຈັນ ກ່າວກັບໜັງສື ພິມວຽງຈັນທາມສ໌ ເມື່ອບໍ່ດົນຜ່ານມາວ່າ ແຕ່ກ່ອນ ວິທຍາໄລໄຊພັທນາ ຮັບນັກສຶກສາ ຫລາຍເຖິງ 1,000 ຄົນຕໍ່ປີ ແຕ່ປີນີ້ຮັບພຽງແຕ່ 200 ຄົນ. ເຊັ່ນດຽວກັນ ດຣ. ສົມເພັດ ຣັດຕະນະສິນ ປະທານສະມາຄົມວິທຍາໄລເອກກະຊົນ ແລະຜູ້ອຳນວຍການວິທຍາໄລຣັດຕະນະ ບໍຣິຫານ ທຸຣະກິດກໍກ່າວວ່າ ປີນີ້ໂຮງຮຽນເອກກະຊົນຮັບນັກຮຽນ ໜ້ອຍລົງ ເພາະຕ້ອງຮັບເອົານັກຮຽນ ທີ່ຈະສຶກສາຕໍ່ໃນວິຊາຊີພ ຫລາຍຂື້ນຕາມຄໍາ ແນະນໍາຂອງຣັຖບານ.

ໃນເດືອນກ່ອນຣັຖບານລາວສັ່ງໃຫ້ສະຖາບັນການສຶກສາເອກກະຊົນທຸກແຫ່ງໃນທົ່ວປະເທດ ຢຸດສອນນັກສຶກສາຊັ້ນສູງນັບແຕ່ ຊັ້ນປຣິນຍາຕຣີ ຂື້ນໄປເພາະໂຮງຮຽນເອກກະຊົນສ່ວນຫຼາຍສອນວິຊາທຸຣະກິຈການເງິນທີ່ຣັຖບານ ບໍ່ຕ້ອງການແລະສິ່ງທີ່ສຳຄັນການສອນກໍຂາດດຄຸນນະພາບ ບໍ່ໄດ້ມາຕຖານ. ປັດຈຸບັນ ເສຖກິດຂອງລາວກໍາລັງຂຍາຍຕົວ ແຕ່ຂາດເຂີນຄົນງານ ໂດຍສະເພາະຄົນງານທີ່ມີຄວາມ ຮູ້ຄວາມສາມາດ ແລະ ຄວາມຊໍານິຊໍານານໃນວິຊາຊີພຕ່າງໆ ເຊັ່ນຊ່າງປູນຊີເມັນ ຊ່າງໄມ້ແລະຊ່າງໄຟຟ້າດັ່ງນີ້ເປັນຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.