ນາຍົກລາວຄວນແກ້ໄຂເຣື້ອງ ທ.ສົມບັດ

ມະນີຈັນ
2016.07.18
F-Brad-Adams ທ່ານ Brad Adams ຜຸູ້ອໍານວຍການ ອົງການ ສິ້ງຊອມ ສິດທິມະນຸດ Human Rights Watch ປະຈໍາ ພາກພື້ນເອເຊັຽ
Courtesy of HRW

ທ່ານ ທອງລູນ ສີສຸລິດ ນາຍົກ ຣັຖມົນຕຣີ ລາວ ຄວນເປີດເຜີຍ ກ່ຽວກັບ ຊະຕາກັມ ຂອງ ທ່ານສົມບັດ ສົມພອນ ທີ່ ຖືກບັງຄັບ ໃຫ້ ຫາຍສາບສູນໄປ ນັບແຕ່ເດືອນ ທັນວາ ປີ 2012 ເປັນຕົ້ນມາ ນັ້ນ. ທ່ານ Brad Adams ຜຸູ້ອໍານວຍການ ອົງການ ສິ້ງຊອມ ສິດທິມະນຸດ Human Rights Watch ປະຈໍາພາກພື້ນ ເອເຊັຽ ເວົ້າວ່າ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ ເປັນການ ທົດສອບ ທີ່ສໍາຄັນ ສໍາລັບ ຣັຖບານໃໝ່ ຂອງ ນາຍົກ ທອງລຸນ ສີສຸລິດ.

ນາຍົກ ທອງລຸນ ຄວນຍຸຕິ ຄວາມມິດງຽບ ຂອງ ທາງການລາວ ກ່ຽວກັບ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ ແລະ ຊີ້ແຈງວ່າ ມີຫຍັງ ເກີດຂຶ້ນ ກັບ ທ່ານ ແທນທີ່ ຈະ ພຍາຍາມ ບ່າຍບ່ຽງ ການຕິຕຽນ ແລະ ຄວາມກັງວົນ ຂອງ ສາກົລ ໄປທາງອື່ນ.

ນັບແຕ່ເຂົ້າ ຮັບຕໍາແໜ່ງ ມາແຕ່ວັນທີ 20 ເດືອນ ເມສາ 2016 ນາຍົກ ຣັຖມົນຕຣີ ທອງລຸນ ຍັງມິດງຽບ ເຣື່ອງ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຊຶ່ງ ເປັນນຶ່ງໃນ ກໍຣະນີ ສິດທິມະນຸດ ທີ່ ຮ້າຍແຮງ ທີ່ສຸດ ຂອງລາວ ໃນຫຼາຍປີ ຫລັງໆມານີ້ ຊຶ່ງ ການສືບສວນ ສອບສວນ ຢ່່າງ ເປັນທາງການ ບໍ່ມີຄວາມ ຄືບໜ້າ ແລະ ກໍບໍ່ສາມາດ ຊີ້ແຈງແບບ ໜ້າເຊື່ອຖືໄດ້ ກ່ຽວກັບ ຊະຕາກັມ ຫລື ບ່ອນຢູ່ ຂອງ ທ່ານ.

ທ່ານ ສົມບັດ ສົມພອນ ອາຍຸ 60 ປີ ເປັນບຸກຄົນ ທີ່ມີຊື່ສຽງ ຂອງລາວ, ທ່ານເປັນຜູ້ ກໍ່ຕັ້ງ ແລະ ເປັນອະດີດ ຜູ້ອໍານວຍການ ສູນອົບຮົມ ຮ່ວມພັທນາ ໄດ້ ຮັບຣາງວັນ Ramon Magsaysay ປີ 2005. ຮູບພາບ ຈາກກ້ອງ ວົງຈອນປິດ ບົ່ງບອກວ່າ ຕໍາຣວດ ໄດ້ຢຸດຣົດ ຂອງ ທ່ານ ໃນເວລາ 6 ໂມງແລງ ຂອງ ວັນທີ 15 ທັນວາ 2012 ແລະ ກໍມີຄົນ ເອົາຕົວທ່ານ ເຂົ້າໄປ ໃນປ້ອມຍາມ ຕໍາຣວດ ແຄມຖນົນ ທີ່ ທ່ານທ່ຽວໄປມາ ໃນແຕ່ລະມື້ ຊຶ່ງ ເປັນບ່ອນ ທີ່ເຫັນ ທ່ານ ເປັນຄັ້ງສຸດທ້າຍ ນັ້ນ.

ທ່ານ Brad Adams ເວົ້າວ່າ ຣັຖບານລາວ ຄວນເຂົ້າໃຈວ່າ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ ຈະບໍ່ ຈືດຈາງໄປ. ຣັຖບານ ຂອງ ປະເທດ ທີ່ ໃຫ້ການ ຊ່ວຍເຫຼືອ ແລະ ອົງການ ຈັດຕັ້ງຕ່າງໆ ຈະຍົກ ຄວາມກັງວົນ ກ່ຽວກັບ ນັກເຂື່ອນໄຫວ ທີ່ສູງສົ່ງ ຜູ້ນີ້ໄວ້ ຈົນກວ່າ ຣັຖບານລາວ ຈະໃຫ້ຄໍາຕອບ ທີ່ແຈ່ມແຈ້ງ ກ່ຽວກັບ ຊະຕາກັມ ຂອງ ທ່ານ ສົມບັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.