ປະທານປະເທດລາວກ່າວຢູ່ ສປຊ

ສິດນີ
2015.09.28
F-Choummaly ປະທານ ປະເທດ ລາວ ທ່ານ ຈູມມະລີ ໄຊຍະສອນ ຂຶ້ນກ່າວ ຕໍ່ ກອງປະຊຸມ ສຸດຍອດ ການພັທນາ ທີ່ ຍືນຍົງ ສະຫະປະຊາຊາດ
Screen captured from Lao NEWS on LNTV video

ໃນ ວັນເສົາ ວັນທີ 26 ກັນຍາ 2015 ປະທານ ປະເທດ ລາວ ທ່ານ ຈູມມະລີ ໄຊຍະສອນ ໄດ້ ຂຶ້ນກ່າວ ຕໍ່ ກອງປະຊຸມ ສຸດຍອດ ການ ພັທນາ ທີ່ ຍືນຍົງ ສະຫະ ປະຊາຊາດ ຕໍ່ຫນ້າ ບັນດາ ປະເທດ ສະມາຊິກ 193 ປະເທດ ເຂົ້າຮ່ວມ ຊຶ່ງເປັນ ເທື່ອ ທຳອິດ ທີ່ ປະທານ ປະເທດ ລາວ ຂຶ້ນກ່າວ ຢູ່ໃນ ເວທີ ດັ່ງກ່າວ ດ້ວຍການ ຍອມຮັບ ວ່າ, ສປປລາວ ສາມາດ ບັນລຸ ເປົ້າໝາຍ ສະຫັດສວັດ ໄດ້ ໃນບາງ ຂແນງ ການພັທນາ.

ທ່ານໄດ້ ຣາຍງານ ຄວາມ ຄືບຫນ້າ ໃນການ ບັນລຸ ເປົ້າໝາຍ ສະຫັດສວັດ ອົງການ ສະຫະ ປະຊາຊາດ, ທັງໄດ້ ຣາຍງານ ໃນຫຼາຍ ບັນຫາ ຂອງການ ປະຕິບັດ ງານ ໃນ ຣະຍະ 15 ປີ ຜ່ານມາ, ໃນນັ້ນ ຮ່ວມດ້ວຍ ການ ຫລຸດຜ່ອນ ສະພາບ ຄວາມ ທຸກຍາກ ໃນລາວ, ສຸຂພາບ ເດັກນ້ອຍ ແລະ ການ ເສັຽຊີວິດ ຂອງ ແມ່ຍິງ ໃນຍາມ ຖືພາ ແລະ ຄອດລູກ ແລະ ບັນຫາ ອື່ນໆ. ດັ່ງ ທ່ານ ກ່າວ ໃນ ຕອນນຶ່ງ ວ່າ:

"ສຳລັບ ສປປລາວ ແລ້ວ ຕລອດ ລະຍະ ທີ່ ຜ່ານມາ ພວກຂະເຈົ້າ ໄດ້ ເຊື່ອມ ສານເຂົ້າກັບ ການ ພັທນາ ສະຫັດສວັດ ດ້ານການ ພັທນາ ເສຖກິດ ສັງຄົມ ຂອງຊາດ, ໂດຍ ສະເພາະ ໃນ ລະຍະ 5 ປີ ທີ່ຜ່ານມາ ນີ້ ສປປລາວ ໄດ້ຈັດຕັ້ງ ປະຕິບັດ ແຜນ ພັທນາ 5 ປີ ຣະຫວ່າງ ປີ 2011 ຫາ 2015 ໃກ້ ຈະສຳເຣັດ ແລ້ວ".

ສຳລັບ ການ ຫລຸດຜ່ອນ ບັນຫາ ຄວາມ ທຸກຍາກ ໃນລາວ ນັ້ນ, ທ່ານວ່າ ໃນການ ປະຕິບັດ ງານ ໃນ ລະຍະ 15 ປີ ຜ່ານມາ ສປປລາວ ສາມາດ ບັນລຸ ເປົ້າໝາຍ ຫລຸດຜ່ອນ ຄວາມ ທຸກຍາກ ໃນລາວ ໄດ້ ຫຼາຍ ເປີເຊັນ ໃນ ສົກປີ 2011 ຫາ 2013 ແລະ ຈະໃຫ້ ຫລຸດລົງ ຫຼາຍ ກວ່ານີ້ ໃນປີ 2015 ທ່ານ ກ່າວ ເພີ້ມວ່າ:

"ໃນຂົງເຂດ ສັງຄົມ ຂແນງ ການ ສຶກສາ ກໍໄດ້ ປັບປຸງ ໃຫ້ ດີຂຶ້ນ ການເຂົ້າຮຽນ ຊັ້ນ ປະຖົມ ໄດ້ ບັນລຸ ເປົ້າຫມາຍ 98.5%, ໃນ ປີ 2014 ຈາກ 80% ໃນ ປີ 2005 ແລະ ໃນ ປີ 2015 ສປປລາວ ໄດ້ປະກາດ ເປົ້າໝາຍ ຈົບ ການສຶກສາ ຊັ້ນ ປະຖົມ ບຳຣຸງ ໃນ ທົ່ວ ປະເທດ".

ນອກຈາກ ນັ້ນ ທ່ານວ່າ ສປປລາວ ຍັງໄດ້ ເປີດກວ້າງ ທາງ ດ້ານ ເສຖກິດ ແລະ ສັງຄົມ ໃນລາວ ຫຼາຍຂຶ້ນ, ດ້ວຍການ ຮັກສາ ການເຕີບໂຕ ຂອງ ເສຖກິດ ໃຫ້ ຢູ່ໃນ ຣະດັບ 8% ຕໍ່ ປີ. ທາງດ້ານ ສັງຄົມ ອັດຕຣາ ການເຂົ້າ ໂຮງຮຽນ ຂອງ ເດັກນ້ອຍ ນັກຮຽນ ຊັ້ນ ປະຖົມ ເພີ້ມຂຶ້ນ ເປັນ 89.5% ໃນປີ 2014 ຖ້າ ທຽບໃສ່ 84% ໃນ ປີ 2005.

ສຳລັບ ການ ບໍຣິການ ດ້ານ ສາທາຣະນະສຸຂ ຣັຖບານ ລາວ ກໍໄດ້ ສ້າງ ໂຮງຫມໍ ສຸຂສາລາ ແລະ ກະຈາຍ ການ ບໍຣິການ ດ້ານ ສາທາຣະນະສຸຂ ໄປຢ່າງ ກວ້າງຂວາງ ໃນທົ່ວ ປະເທດ ແລະ ສປປລາວ ມີ ເປົ້າໝາຍ ຫລຸດພົ້ນ ຈາກການ ເປັນ ປະເທດ ດ້ອຍ ພັທນາ ໃຫ້ໄດ້ ໃນ ປີ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.