ນັກໂທດການເມືອງໃນລາວ ຖືວ່າ ໂທດໜັກ

ສຸພັດຕາ
2018.12.07
ທ່ານ ບຸນທັນ ທໍາມະວົງ(ຂວາ) ທີ່ຖືກທາງການລາວ ຕັດສິນຈໍາຄຸກ ໃນຖານໃສ່ຮ້າຍປ້າຍສີ ພັກ-ຣັດ ແລະ ໄດ້ຕົກເປັນນັກໂທດການເມືອງ (ທ່ານ ບຸນທັນ ຖ່າຍຮູປກັບ ລູກສາວທັງສອງ)
RFA/Bounthanh Thammavong

ອະດີດເຈົ້າໜ້າທີ່ທາງການລາວ ທ່ານນຶ່ງກ່າວວ່ານັກໂທດໃນລາວ ທີ່ຖືກຂັງຄຸກຍ້ອນຂໍ້ຫາຄວາມຜິດທາງການເມືອງ ເຊັ່ນການໃສ່ຮ້າຍປ້າຍສີ ພັກ-ຣັຖ ຜ່ານທາງສື່ສັງຄົມອອນລາຍ ຈະບໍ່ມີສິດໄດ້ຮັບການອະພັຍໂທດ ຢ່າງເດັດຂາດ ເຖິງແມ່ນວ່າ ຈະປະພຶດຕົວດີ ໃນຣະຫວ່າງທີ່ ຖືກຂັງຄຸກກໍຕາມ ຍ້ອນຄວາມຜິດໃນຂໍ້ຫານີ້ ຖືວ່າຮ້າຍແຮງ ແລະຕໍ່ຕ້ານການນຳ ຂອງພັກ-ຣັຖ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 7 ທັນວາ ນີ້ວ່າ:

“ກໍ່ແນ່ນອນເຂົາກະຫ້າມ ຫ້າມເວົ້າແນວທີ່ບໍ່ມີຄວາມຈິງນີ້ ເຂົາຫ້າມ ມີຈິງນີ້ກະບໍ່ເປັນຫຍັງ ຢູ່ທາງເຟສບຸກເປັນຂ່່າວທີ່ບໍ່ໄດ້ກັ່ນກອງ ເວົ້າດ້ວຍ ອັທຍາສັຍຂອງຕົວເອງ ກະບໍ່ມີຄວາມຈິງ ຫາເລື້ອງເພາະວ່າ ມັນເປັນຂ່າວເຈົ້າເວົ້າຂ້ອຍເວົ້າຊືື່ໆ.”

ທ່ານກ່າວຕື່ມວ່າ ໃນຣະຫວ່າງກອງປະຊຸມສມັຍສາມັນ ໃນແຕ່ລະຄັ້ງ ກອງປະຊຸມຈະເປີດໂອກາດໃຫ້ ປະຊາຊົນຂຽນຈົດໝາຍ ຫຼືໂທຣະສັບ ໄປລົມກ່ຽວກັບບັນຫາຕ່າງໆ ຊຶ່ງຖ້າຫາກປະຊາຊົນຜູ້ໃດ ຢາກສະແດງຄວາມຄິດເຫັນ ທາງດ້ານການເມືອງ ກໍສາມາດໂທຣະສັບໄປລົມໄດ້ ໂດຍຖືວ່າບໍ່ມີຄວາມຜິດ, ແຕ່ຫ້າມບໍ່ໃຫ້າວິຈານ ພັກ-ຣັຖ ຜ່ານສື່ອອນລາຍ ຫຼືເວົ້າໃນສະຖານທີ່ສາທາຣະນະ.

ປັດຈຸບັນ ນັກໂທດຄະດີການເມືອງໃນລາວ ຫຼັກໆກໍມີ ທ້າວບຸນທັນ ທັມມະວົງ ຊາວລາວ ສັນຊາດ ໂປແລນ ທີ່ຖືກຂັງຄຸກເປັນເວລາ 4 ປີ 9 ເດືອນ ໃນຂໍ້ຫາ ວິຈານຣັຖບານຜ່ານສື່ອອນລາຍ ຊຶ່ງຖືກສານຕັດສິນຕັ້ງແຕ່ວັນທີ 15 ກັນຍາ 2015.

ແຕ່ຢູ່ກອງປະຊຸມ ວ່າດ້ວຍສິດທິພົລເມືອງ ແລະສິດທິິທາງການເມືອງ ຂອງສະຫະປະຊາຊາດ ໃນວັນທີ 11-12 ກໍຣະກະດາ ທີ່ຜ່ານມາ, ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນ ທິສັນຍາ ແລະກົດໝາຍ ກະຊວງການຕ່າງປະເທດ ໄດ້ກ່າວວ່າ ທ່ານ ບຸນທັນ ທັມມະວົງ ໄດ້ຖືກ ລົດໂທດ ໃຫ້ 1 ປີ.

ແລະ ນອກຈາກນີ້ ຄົນງານລາວ 3 ຄົນ ຊຶ່ງຖືກຈັບ ໃນຂໍ້ຫາໃສ່ຮ້າຍປ້າຍສີ ພັກຣັຖ ໄດ້ແກ່ ທ້າວສຸການ ໃຈທັດ ຖືກຂັງຄຸກ 16 ປີ, ທ້າວສົມພອນ ພິມມະສອນ ຖືກຂັງຄຸກ 20 ປີ ແລະ ນາງຫຼອດຄຳ ທັມມະວົງ ຖືກຂັງຄຸກ 20 ປີ.

ຢ່າງໃດກໍຕາມ ເຖິງແມ່ນວ່າກຸ່ມໝູ່ເພື່ອນ ຂອງຄົນງານລາວທັງສາມຄົນດັ່ງກ່າວ ເຄີຍຍື່ນໜັງສື ຕໍ່ໜ້າສະຖານທູດ ສປປລາວ ປະຈຳ ບາງກອກ ປະເທດໄທ ເພື່ອຮຽກຮ້ອງໃຫ້ທາງການລາວ ປ່ອຍຕົວຄົນງານລາວທັງສາມຄົນກໍຕາມ ເພາະບໍ່ໄດ້ເປັນ ຄວາມຜິດ ຮ້າຍແຮງ ແຕ່ກໍບໍ່ມີສິ່ງໃດເກີດຂຶ້ນ.

ໃນວັນທີ 30 ພຶສຈິກາ ຜ່ານມານີ້ ກົມຕຳຣວດ ຄຸມຂັງດັດສ້າງ ກະຊວງປ້ອງກັນຄວາມສງົບ ໄດ້ຈັດພິທີໃຫ້ອະພັຍໂທດ ແກ່ນັກໂທດ ຜູ້ທີ່ມີຄວາມປະພຶດດີ ຈຳນວນ 1,711 ຄົນ ເນື່ອງໃນໂອກາດສລອງວັນຊາດ ທີ່ 2 ທັນວາ, ໃນຈຳນວນດັ່ງກ່າວ ມີນັກໂທດຄະດີ ຢາເສພຕິດ 1,285 ຄົນ, ຄະດີທົ່ວໄປ 85 ຄົນ ແລະນັກໂທດທີ່ຖືກປ່ອຍຕົວ ໃຫ້ເປັນອິສຣະ ທັງໝົດ 347 ຄົນ, ແຕ່ບໍ່ມີນັກໂທດ ຄະດີການເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.