ລາວຈະເຊື່ອມຕໍ່ຈີນສູ່ອາຊຽນ

ສົມເນ
2014.12.15
F-image2 ສປປລາວ ຄືຈຸດເຊື່ອມຕໍ່ ຈີນ ຫາ ອາຊຽນ
RFA

 

ເຈົ້າໜ້າທີ່ ຣະດັບ ສູງ ຂອງລາວ ໃຫ້ ສັມພາດ ແກ່ ນັກ ຂ່າວຈີນ ນອກ ກອງປະຊຸມ ເວທີ ການພັທນາ ອາຊຽນ ທີ່ ຮົງກົງ ວ່າ ລາວ ໄດ້ເພີ້ມ ການຮ່ວມມື ກັບ ສປຈີນ ຫຼາຍຂື້ນ ຊຶ່ງ ຈະນໍາ ປໂຍດ ສູ່ ບໍ່ພຽງແຕ່ ສປປລາວ, ແຕ່ຈະມີ ຜົນປໂຍດ ຕໍ່ ພູມີພາກ ຂອງ ກຸ່ມ ອາຊຽນ. ຕາມຣາຍງານ ອົງການ ຂ່າວ ຊິນຫົວ ທີ່ ສັມພາດ ທ່ານ ຣັດຕະນະມະນີ ຂຸນນິວົງ ຮອງ ຣັຖມົນຕຣີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຂອງລາວ.

ທ່ານ ຣັຕະນະມະນີ ກ່າວວ່າ ບໍ່ມີ ປະເທດໃດ ທີ່ ສາມາດ ພັທນາ ໂດຍຕົນເອງ ໄດ້ແຕ່ພຽງ ຜູ້ດຽວ. ສໍາລັບ ການຮ່ວມມື ກັບຈີນນັ້ນ ທ່ານ ໄດ້ເນັ້ນເຖິງ ຄວາມຄືບໜ້າ ທາງດ້ານ ຂົນສົ່ງ ໂດຍເວົ້າວ່າ ໄດ້ມີການ ວາງແຜນ ສ້າງ ທາງຣົດໄຟ ຮ່ວມກັນ ຫຼາຍເສັ້ນ ຮ່ວມ ທັງ ເສັ້ນທາງ ຣົດໄຟ ລາວ-ຈີນ ທີ່ ມີຄວາມຍາວ 400 ກວ່າ ກິ ໂລແມັດ ຊຶ່ງ ເປັນສ່ວນນຶ່ງ ຂອງ ໂຄງການ ເສັ້ນທາງ ເຊື່ອມຕໍ່ ທາງຣົດໄຟ ສິງຄະໂປ ຫາ ຂຸນໝິງ.

ສໍາລັບ ໂຄງການ ເສັ້ນທາງຣົດໄຟ ລາວ-ຈີນ ນັ້ນ, ທ່ານວ່າ ສອງປະເທດ ໄດ້ ລົງນາມ ສັນຍາ ເອກສານ ບັນທຶກ ຄວາມເຂົ້າໃຈ ກັນ ເມື່ອ ປີ 2010. ທັງສອງ ປະເທດ ໄດ້ດໍາເນີນ ການສໍາຣວດ ແລະ ສຶກສາ ຄວາມ ເປັນໄປໄດ້ ເປັນທີ່ ຮຽບຮ້ອຍ ແລ້ວ, ການອອກແບບ ໂດຍຣະອຽດ ກໍ ສໍາເຣັດ ແລ້ວ. ປັດຈຸບັນ ທັງສອງຝ່າຍ ກໍາລັງ ເຈຣະຈາ ແມ່ບົດ ການລົງທຶນ.

ສໍາລັບ ການຮ່ວມມື ກັບ ອາຊຽນ ນັ້ນ ສປປລາວ ແລະ ພະມ້າ ກໍາລັງ ສ້າງຂົວ ຂ້າມ ນໍ້າຂອງ ຊຶ່ງຄາດວ່າ ຈະເປີດໃຊ້ ພາຍໃນ ປີ 2015. ນອກນັ້ນ ລາວ ໄດ້ ລົງນາມ ສັນຍາ ຮ່ວມກັບ ຈີນ ພະມ້າ ປະເທດໄທ ກ່ຽວກັບ ການເດີນເຮືອ ຕາມ ແມ່ນໍ້າຂອງ.

ທ່ານ ຣັດຕະນະມິນີ ກ່າວເນັ້ນວ່າ ການຮ່ວມມື ກັບຈີນ ຈະຊ່ວຍໃຫ້ ຄົນຈີນ ເຂົ້າໄປ ສປປລາວ ຫຼາຍຂຶ້ນ ໂດຍສະເພາະ ໃນດ້ານ ການ ທ່ອງທ່ຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.