ການຮ້ອງທຸກ ຂອງປະຊາຊົນ ຍັງບໍ່ໄດ້ຮັບການແກ້ໄຂ
2018.12.18
ປະຊາຊົນ ທ່ານນຶ່ງ ເວົ້າວ່າ ທີ່ຜ່ານມາ ຣະບົບການຮ້ອງທຸກ ຂອງປະຊາຊົນ ຍັງບໍ່ຖືກແກ້ໄຂ ຢ່າງແທ້ຈິງ ເພາະເຈົ້າໜ້າທີ່ ບໍ່ເອົາໃຈໃສ່ ຕໍ່ບັນຫາຕ່າງໆ ໂຕຢ່າງ ທີ່ຜ່ານມາ ປະຊາຊົນ ເຄີຍຂຽນຄໍາຮ້ອງທຸກ ໄປຍັງຂັ້ນປົກຄອງ ແຕ່ກໍບໍ່ໄດ້ ຮັບການຊ່ອຍເຫຼືອ, ນອກຈາກນັ້ນແລ້ວ ຍັງພົບວ່າ ເຈົ້າໜ້າທີ່ ປົກຄອງ ເລືອກການປະຕິບັດ, ດັ່ງທ່ານກ່າວວ່າ:
"ທີ່ຜ່ານມານີ້ ມີເນາະ ແຜນການຮ້ອງທຸກ ກໍມີແຫລະ ໄດ້ເຮັດໃບຄໍາຮ້ອງ ແລະສົ່ງໃຫ້ເພິ່ນ ແລະ ຕົວຢ່າງ ກໍຄື ໄດ້ເຮັດໃບຄໍາຮ້ອງ ຂໍສເນີ ເອົາວັດສະດຸ ມາເຮັດ ກໍ່ສ້າງສະໂມສອນ ຂອງລວມຫັ້ນແຫລະ ແຕ່ສຸດທ້າຍ ເພິ່ນກໍບໍ່ຊ່ອຍ ບໍ່ເຮັດອິຫຍັງຫັ້ນແຫລະ ເພິ່ນວ່າບໍ່ສາມາດ ຊ່ອຍວ່າຊັ້ນ ຈີ່ງວ່າ ອັນນີ້ ມັນເປັນແນວນັ້ນ ເພາະເປັນບ້ານຊົນເຜົ່າບໍ ພາກຣັຖ ຈິ່ງບໍ່ເອົາໃຈໃສ່ຫັ້ນນະ.”
ທ່ານວ່າ ການຮ້ອງທຸກ ຂອງປະຊາຊົນທົ່ວໄປ ເປັນຕົ້ນ: ເຣື່ອງການ ຈັດສັນອາຊີບຄົງທີ່, ການສົ່ງເສີມສຸຂພາບ, ແລະ ສ້າງຫລັກປະກັນ ເຣື້ອງອາຫານ ໃຫ້ແກ່ຊຸມຊົນ ທີ່ຢູ່ຫ່າງໄກ ກໍບໍ່ຄ່ອຍ ໄດ້ຮັບການຊ່ອຍເຫຼືອ ຢ່າງເຕັມທີ່ ຈາກຂັ້ນແຂວງ ແລະ ເມືອງ, ມີພຽງແຕ່ ການຊ່ວຍເຫຼືອ ຈາກອົງການ ຕ່າງປະເທດເທົ່ານັ້ນ ແລະ ຖ້າແມ່ນເຣື່ອງ ຮ້ອງທຸກ ຕໍ່ຂະບວນການ ຍຸຕິທັມແລ້ວ ຍິ່ງເພິ່ງພາບໍ່ໄດ້ເລີຍ, ດັ່ງປະຊາຊົນ ອີກທ່ານນຶ່ງ ເວົ້າວ່າ:
“ກໍບໍໄດ້ຄິດແນວໃດ ເຮົາມັນບໍ່ມີສິດ ມີສຽງດອກຕົວນັ້ນ ມີແຕ່ວ່າປ່ອຍໄປ ຕາມທັມມະຊາດ ເຂົາເຮັດແນວໃດ ກໍເຮັດໄປ ເຮົາຫາກິນ ຫາຢາກກໍກິນໄປ ເຮົາຮັກສາໂຕເອງກໍຢູ່ໄປ ຢູ່ນໍາລູກ ນໍາເມັຍແລ້ວໄປ.”
ກ່ຽວກັບ ບັນຫານີ້, ຄໍາເວົ້າຂອງ ທ່ານ ສຸກຄໍາເພັດ ເຮືອງບຸດສີ, ຮອງປະທານ ອົງການກວດກາຣັຖບານ ໃນກອງປະຊຸມ ວຽກງານ ກວດກາ ແລະແກ້ໄຂ ຄໍາຮ້ອງທຸກ ຂອງປະຊາຊົນ ເມື່ອຕົ້ນເດືອນ ທັນວາ ຜ່ານມາ, ເວົ້າວ່າ ເຈົ້າໜ້າທີ່ກ່ຽວຂ້ອງ ກໍາລັງຄົ້ນຄວ້າ ແລະ ປືກສາຫາຣື ເພື່ອແກ້ໄຂກົນໄກ ການຮ້ອງທຸກ ຂອງປະຊາຊົນ ເປັນຕົ້ນ ຊອກຫາແນວທາງ ປະຕິບັດ ທີ່ດີທີ່ສຸດ ແລະ ຊອກຫາວິທີການ ແກ້ໄຂບັນຫາ ຄໍາຮ້ອງທຸກ ຂອງປະຊາຊົນ ຢ່າງແທ້ຈິງ.
ແລະນອກຈາກນີ້ ທາງການ ກໍຍັງຕຽມແກ້ໄຂ ຊ່ອງທາງ ໃນການຮ້ອງຟ້ອງ ແລະ ກວດກາ ເຈົ້າໜ້າທີ່ ຂະບວນການຍຸຕິທັມນໍາ ໂດຍຈະເຣີ້ມ ເປີດຮັບຈົດໝາຍ ຮ້ອງຮຽນໂດຍກົງ ຈາກປະຊາຊົນ ແຕ່ມີເງື່ອນໄຂຢູ່ວ່າ ຈົດໝາຍ ຂອງປະຊາຊົນ ທຸກສບັບ ທີ່ຮ້ອງຮຽນມານັ້ນ ຈະຕ້ອງ ເປີດເຜີຍຊື່ຈິງ ແລະ ລົງລາຍເຊັນ ຂອງຕົນດ້ວຍ.