ຜູ້ນໍາໃໝ່ນະໂຍບາຍເກົ່າ
2016.01.27
ອົງການ ສິ້ງຊອມ ສິດທິມະນຸດ (HRW) ເຊື່ອວ່າ ກັມມະການ ສູນກາງພັກ ປະຊາຊົນ ປະຕິວັດ ລາວ ຊຸດໃຫມ່ ຈະ ດຳເນີນ ນະໂຍບາຍ ເກົ່າຂອງພັກ ຈະບໍ່ມີ ການແກ້ໄຂ ປັບປຸງ ບັນຫາ ສິດທິ ມະນຸດ ໃນລາວ. ທ່ານ Phil Robertson ຮອງ ຜູ້ ອຳນວຍການ ອົງການ ສິ້ງຊອມ ສິດທິມະນຸດ ເຂຕເອເຊັຍ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 22 ມົກກະຣາ ນີ້ວ່າ:
“ຄິດວ່າ ບໍ່ໄດ້ມີ ການປ່ຽນແປງ ອິຫຍັງຫຼາຍ ຜູ້ນຳລຸ້ນເກົ່າ ແລະ ລຸ້ນໃຫມ່ ບໍ່ຢາກດຳເນີນ ການປົກປ້ອງ ບັນຫາ ສິດທິມະນຸດ. ທີ່ຜ່ານມາ ບໍ່ເຫັນມີ ຝ່າຍໃດ ພູດເຣື້ອງ ທ່ານ ສົມບັດ ສົມພອນ ເຣື້ອງ ອິສຣະ ໃນການນຳໃຊ້ ເວັບໄຊ, ເປັນການ ປ່ຽນແປງ ຜູ້ຖື ອຳນາດຊື່ໆ ບໍ່ມີຫຍັງ ຫຼາຍກວ່ານັ້ນ”.
ທາງດ້ານ ນັກ ວິຊາການໄທ ທີ່ ສຶກສາ ວິຈັຍ ກ່ຽວກັບ ປະເທດລາວ ຜູ້ ບໍ່ປະສົງ ອອກຊື່ ແລະ ອອກສຽງ ກ່າວຕໍ່ ເອເຊັຽ ເສຣີ ໃນ ມື້ ດຽວກັນ ວ່າ ຜົນການເລືອກຕັ້ງ ກັມມະການ ສູນກາງພັກ ເທື່ອນີ້ ເປັນໄປຕາມ ຄາດການ. ເຖິງແມ່ນວ່າ ຈະມີຄົນ ລຸ້ນໃຫມ່ ເຂົ້າມາເປັນ ກັມມະການ ສູນກາງພັກ ຫຼາຍຂຶ້ນ ແຕ່ເບິ່ງຈາກ ນາມສະກຸນ ກໍຮູ້ວ່າ ເປັນລູກຫຼານ ຂອງຄນະ ກັມມະການ ຊຸດກ່ອນໆ ທີ່ ເວົ້າໄດ້ວ່າ ຍັງມີການ ສືບທອດ ອຳນາດ ຢູ່ຄືເກົ່າ.
ສໍາຫຼັບ 4 ທ່ານ ທີ່ບໍ່ຖືກ ເລືອກເປັນ ກັມມະການ ສູນກາງພັກ ຄັ້ງນີ້ ໄດ້ແກ່ ທ່ານ ຈູມມາລີ ໄຊຍະສອນ, ທ່ານທອງສິງ ທຳມະວົງ, ທ່ານ ສົມສະຫວາດ ເລັ່ງສະວັດ ແລະ ທ່ານ ອາຊາງ ລາວລີ ຍ້ອນວ່າ ມີທ່າອ່ຽງ ໄປ ທາງຈີນ ຫຼາຍເກີນໄປ ນັ້ນກໍຫນ້າ ກັງວົນ ຢູ່ວ່າ ໂຄງການ ຮ່ວມມືຕ່າງໆ ທີ່ ຣັຖບານ ລາວແລະຈີນ ດຳເນີນການ ຢູ່ນັ້ນ ຈະມີຜົນ ກະທົບຫຼືບໍ່, ເປັນຕົ້ນ ໂຄງການ ດາວທຽມ Lao Sat-1 ທີ່ ສຳຄັນ ແມ່ນ ໂຄງການ ທາງຣົດໄຟ ລາວ-ຈີນ ທີ່ຫາກໍ່ ເຣີ້ມຕົ້ນ, ຊຶ່ງແມ່ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ເປັນຜູ້ ຮັບຜິດຊອບ ໃນໂຄງການ, ຈຶ່ງ ຕ້ອງຕິດຕາມ ເບິ່ງວ່າ ຣັຖບານຈີນ ຈະມີທ່າທີ ແນວໃດ ຕໍ່ການປ່ຽນແປງ ໃນພັກ ປະຊາຊົນ ປະຕິວັດລາວ ຄັ້ງນີ້.