ສະພາແຫ່ງຊາດປິດ ປະຊຸມ ສໄມວິສາມັນ
2021.08.11

ກອງປະຊຸມສໄມວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ສປປລາວ ຊຸດທີ 9 ຊຶ່ງແມ່ນ ທ່ານ ໄຊສົມພອນ ພົມວິຫານ ກັມມະການ ກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານ ສະພາແຫ່ງຊາດ ເປັນປະທານ ທີ່ໄດ້ເປີດຂຶ້ນໃນມື້ວັນທີ 5 ສິງຫາ 2021 ນັ້ນ ໄດ້ປິດລົງແລ້ວໃນຕອນແລງ ຂອງມື້ວັນທີ 10 ສິງຫາ ນີ້. ໃນນັ້ນມີສະມາຊິກ ສະພາແຫ່ງຊາດ 164 ຄົນ ແລະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຂອງພັກ, ປະທານປະເທດ, ທ່ານ ພັນຄໍາ ວິພາວັນ ກັມມະການກົມການເມືອງ ສູນກາງພັກ, ນາຍົກຣັຖມົນຕຣີ ເຂົ້າຮວ່ມ.
ຍານາງ ປິ່ງຄຳ ລາຊະສິມມາ ກັມມະການຄະນະປະຈຳ, ເລຂາທິການສະພາແຫ່ງຊາດ ໄດ້ຖແລງຂ່າວຕໍ່ສື່ມວນຊົນໃນຕອນແລງ ຂອງມື້ວັນທີ 10 ສິງຫາ 2021 ທີ່ຫໍສະພາແຫ່ງຊາດ ກ່ຽວກັບຜົລສໍາເຣັດ ຂອງກອງປະຊຸມ ທີ່ໄດ້ດຳເນີນມາເປັນເວລາ 5 ມື້ ຊຶ່ງ ກອງປະຊຸມ ໄດ້ຮັບຮອງເອົາມະຕິຕ່າງໆ ເປັນຕົ້ນທີ່ພົວພັນ ກັບຄວາມຫຍຸ້ງຍາກ ທາງດ້ານເສຖກິດ-ການເງິນ, ດ້ານຢາເສບຕິດ ແລະການປັບປຸງກົດໝາຍ ຊຶ່ງຍານາງກ່າວໃນຕອນນຶ່ງວ່າ:
”ນຶ່ງ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາວາຣະແຫ່ງຊາດວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສຖກິດ-ການເງິນ ສອງມະຕິ ຂອງກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາຣະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ; ສາມມະຕິ ຂອງກອງປະຊຸມ ສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາ ການປັບປຸງ ບາງມາດຕຣາ ຂອງ ກົດໝາຍ.”
ກົດໝາຍສະບັບປັບປຸງ ທີ່ກ່ຽວຂ້ອງກັບວາຣະແຫ່ງຊາດ ທີ່ວ່ານັ້ນ ມີ 5 ສະບັບ ຊຶ່ງກອງປະຊຸມສະພາຮັບຮອງເອົາ ຄືກົດໝາຍ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນຣາຍໄດ້, ກົດໝາຍ ວ່າດ້ວຍອາກອນຊົມໃຊ້ ແລະ ກົດໝາຍວ່າດ້ວຍຢາເສບຕິດ.
ຍານາງ ປິ່ງຄຳ ລາຊະສິມມາ ກ່າວຕື່ມອີກວ່າ ນອກຈາກນີ້ຍັງໄດ້ຮັບຟັງ ການຣາຍງານກ່ຽວກັບ ສະພາບການແຜ່ຣະບາດ ແລະ ມາຕການແກ້ໄຂຜົລກະທົບ ຈາກການແຜ່ຣະບາດ ຂອງໂຄວິດ-19.
ພ້ອມກັນນັ້ນ ກອງປະຊຸມຍັງໄດ້ຮັບຮອງເອົາມະຕິ ຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງຄະນະມິຕພາບກັບຕ່າງ ປະເທດນໍາດ້ວຍ.
ເວົ້າເຖິງຄວາມຫຍຸ້ງຍາກ ທາງດ້ານເສຖກິດ-ການເງິນ ຂອງ ສປປລາວ ເປັນຕົ້ນເຣື່ອງເສຖກິດ ມະຫາພາກ ທ່ານ ພັນຄໍາ ວິພາວັນ ກ່າວໃນກອງປະຊຸມ ສະພາແຫ່ງຊາດ ເທື່ຶອນີ້ວ່າ ເບົາບາງ ທີ່ສຸດ, ຄັງສະສົມ ກໍບໍ່ມີ:
”ເສຖກິດ ມະຫາພາກ ຂອງພວກເຮົາເບົາບາງທີ່ສຸດ ຄັງສະສົມກໍບໍ່ມີ ມີກໍໜ້ອຍ ຖ້າຢາກໃຫ້ເສຖກິດ ມະຫາພາກເຂັ້ມແຂງ ໝັ້ນທ່ຽງ ຕ້ອງມີ ຄັງສະສົມ ເອົາມາແຕ່ໃສຄັງສະສົມນີ້ ອັນຕົ້ນຕໍກໍເອົາມາຈາກ ສອງອັນ ອັນສໍາຄັນທີ່ສຸດກໍແມ່ນ ເອົາມາຈາກການຜລິດ ທຸຣະກິດ ນັບທັງທຸຣະກິດຂອງຣັຖ ນັບທັງວິສາຫະກິດ ຂອງຣັຖ ຂອງ ເອກກະຊົນທັງໝົດ ມັນຕ້ອງ ອອກມານີ້ ເຮົາໄດ້ນໍາພາສີ ອາກອນ ໄດ້ນໍານັ້ນນໍານີ້.”
ໃນກອງປະຊຸມ ສະພາແຫ່ງຊາດ ໄດ້ມີການສະເໜີໃຫ້ 11 ພາກສ່ວນ ຮວມທັງຍົກຣັຖມົນຕຣີ, ຣັຖມົນຕຣີກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງອຸດສາຫະກັມ-ການຄ້າ, ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ແຮງງານ ແລະ ສວັດດິການສັງຄົມ, ກະຊວງ ສາທາລະນະສຸຂ, ກະຊວງປ້ອງກັນ ຄວາມສງົບ ຊີ້ແຈງກ່ຽວກັບ ບັນຫາຕ່າງໆ ທີ່ ສະມາຊິກສະພາແຫ່ງຊາດ ຊັກຖາມ.
ແລະໃນໂອກາດການມາຢ້ຽມຢາມ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ຕາມການເຊື້ອເຊີນ ຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ, ໃນຕອນເຊົ້າວັນທີ 10 ສິງຫາ 2021 ນີ້, ທ່ານ ຫງວຽນ ຊວນ ຟຸກ, ກັມມະການກົມການເມືອງ ສູນກາງພັກ ຄອມມິວນິສ ວຽດນາມ, ປະທານປະເທດ ວຽດນາມ ມາສະພາແຫ່ງຊາດ ແລະໄດ້ກ່າວຄໍາປາໄສ ຕໍ່ກອງປະຊຸມວິສາມັນ ເທື່ອທີ 1 ຂອງ ສະພາແຫ່ງຊາດ ສປປລາວ ຊຶ່ງ ໃນນັ້ນທ່ານ ໄດ້ເວົ້າເຖິງ ພາລະກິດ ໃນການສ້າງປະເທດ ວຽດນາມ ແລະ ລາວ ຕາມທິດສັງຄົມນິຍົມ. ທ່ານ ແລະ ທ່ານ ທອງລຸນ ສີສຸລິດ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ ແລະ ມອບ-ຮັບຫໍສະພາແຫ່ງຊາດ ຫຼັງໃໝ່ ທີ່ວຽດນາມເປັນຜູ້ສ້າງໃຫ້ ແລະໄດ້ມອບຫລຽນໄຊ ໃຫ້ 3 ກົມກອງຂອງ ຝ່າຍວຽດນາມ ແລະ ໃຫ້ບຸກຄົນ ຂອງຝ່າຍລາວ 3 ຄົນ.
ໃນພິທີດັ່ງກ່າວ ທ່ານ ທອງລຸນ ໄດ້ຢືນຢັນວ່າຈະພ້ອມກັນປົກປັກຮັກສາ ຫໍສະພາແຫ່ງນີ້ໃຫ້ ຄົງຢູ່ຄູ່ກັບພຣະທາດຫລວງ ທີ່ເປັນ ສະຖານທີ່ ສັກກາຣະບູຊາ ຂອງປະຊາຊົນລາວ ຕລອດໄປ.ໃນໄລຍະດຳເນີນ ກອງປະຊຸມສໄມວິສາມັນ ເທື່ອທີ 1 ຂອງ ສະພາ ແຫ່ງຊາດ ສປປລາວ ຊຸດທີ 9 ນີ້ ມີປະຊາຊົນສົ່ງຄຳຄິດເຫັນ ຜ່ານໂທຣະສັບສາຍດ່ວນ 156 150 ປາຍສາຍ ທີ່ພົວພັນເຖິງ ຜົລກະທົບ ອັນບໍ່ດີ ໃນການຄຸ້ມຄອງ ບໍຣິຫານຣັຖ, ການພັທນາ ເສຖກິດ-ສັງຄົມ ແລະ ການພັທນາ ທີ່ມີຜົນກະທົບ ຕໍ່ສັງຄົມ ແລະ ສິ່ງແວດລ້ອມ.