ທາງການລາວຢ້ຽມເພື່ອນບ້ານ

ຈໍາປາທອງ
2015.10.15
F-Daovong ທ່ານ ດາວົງ ພອນແກ້ວ ເອກອະທິບໍດີ ກະຊວງ ພລັງງານ ແລະ ບໍແຮ່
RFA

ຫລັງຈາກ ໄປ ຊີ້ແຈງ ໃຫ້ ຣັຖບາລ ກຳພູຊາ ຮູ້ ກ່ຽວກັບ ການທີ່ ຈະ ສ້າງເຂື່ອນ ໄຟຟ້າ ດອນສະໂຮງ ຢູ່ ແມ່ນ້ຳຂອງ ຕອນ ໃຕ້ສຸດ ຂອງ ປະເທສ ລາວ ເມື່ອ ອາທິດ ຜ່ານມາ ແລ້ວ, ຣັຖບານ ລາວ ກໍມີແຜນ ທີ່ຈະໄປ ຊີ້ແຈງ ໃຫ້ ຣັຖບາລ ວຽດນາມ ແລະ ຣັຖບານ ໄທ ຊາບ ຕື່ມອີກ, ແຕ່ ຍັງບໍ່ຮູ້ ວ່າ ເມື່ອໃດ ກັນແທ້, ຍັງລໍຖ້າ ຄຳຕອບຮັບ ຈາກ ສອງ ປະທສ ນັ້ນ ກ່ອນ. ຕາມການ ເປີດເຜີຍ ຂອງ ທ່ານ ດາວົງ ພອນແກ້ວ ຫົວໜ້າ ກົມ ຂອງ ກະຊວງ ພລັງງານ ແລະ ບໍ່ແຮ່, ໃນ ວັນທີ 14 ຕຸລາ 2015 ນີ້:

“ຄິດວ່າມີໆ ກໍເວົ້າມາ ຫຼາຍຮອບ ແລ້ວ ບໍ່ແມ່ນ ເຣື່ອງໃໝ່ ບໍ່ໄດ້ ອະທິບາຍ ກໍມີແຕ່ ໄປແຈ້ງ ໃຫ້ ຮັບຊາບ ວ່າ ພວກເຮົາ ຈະ ມີການ ກໍ່ສ້າງ ແລ້ວ ເທົ່ານັ້ນ ເພາະວ່າ ໂດຍ ມາຣະຍາດ ແລ້ວ ເຮົາຕ້ອງໄດ້ ໄປແຈ້ງ ວ່າເຮົາ ຊິເລີ່ມ ແລ້ວເດີ ອີ້ຫຍັງ ຕ່າງໆ ນັ້ນແຫລະ”.

ໜັງສືພິມ ກຳພູຊາ ຣາຍງານ ວ່າ, ຫລັງຈາກ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ສປປລາວ ໄປ ກຳພູຊາ ເພື່ອຊີ້ແຈງ ກ່ຽວກັບ ເຣຶ່ອງ ການ ກໍ່ສ້າງ ເຂື່ອນ ດອນສະໂຮງ ນັ້ນ ແລ້ວ, ທາງການ ກຳພູຊາ ຮຽກຮ້ອງ ໃຫ້ ຣັຖບາລ ລາວ ສຶກສາ ຜົລກະທົບ ຕໍ່ ສິ່ງແວດລ້ອມ ຕື່ມອີກ ເປັນຕົ້ນ ເຣຶ່ອງ ຄຸນນະພາບ ນ້ຳ ແລະ ການເຄື່ອນຍ້າຍ ຂຶ້ນລ່ອງ ຂອງ ປາ.

ແຕ່ ເຖິງຢ່າງໃດ ທ່ານ ດາວວົງ ກໍ ກ່າວຕໍ່ ເອເຊັຽ ເສຣີ ທາງ ໂທຣະສັບ ເຖິງການ ຊີ້ແຈງ ຂອງ ຝ່າຍລາວ ແລະ ທັສນະ ຂອງ ກຳພູຊາ ຕໍ່ບັນຫາ ທີ່ວ່າ ນັ້ນ ວ່າ:

“ພວກເຮົາ ພິຈາຣະນາ ແລ້ວ ພວກເຮົາ ອະທິບາຍ ໃຫ້ທາງ ກັມປູເຈັຽ ໄດ້ຮັບຊາບ ເຣື່ອງແລ້ວ".

ທ່ານກ່າວ ອີກວ່າ ຈະບໍ່ມີ ການໂຈະ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ແລະ ຢືນຢັນ ວ່າ ຈະສ້າງ ເຂື່ອນ ນັ້ນ ໃນເດືອນ ພຶສຈິກາ ນີ້ ຕາມທີ່ໄດ້ ປະກາດ ໄວ້ຍ້ອນ ທາງ ສະພາ ແຫ່ງຊາດ ໄດ້ ອະນຸມັດ ໃຫ້ ແລ້ວ.

ແຕ່ມີຜູ້ ໃຫ້ ທັສນະ ວ່າ ການທີ່ ທາງການ ສປປລາວ ໄປຊີ້ແຈງ ໃຫ້ ປະເທສ ເພື່ອນບ້ານ ຮູ້ ກ່ຽວກັບ ການທີ່ຈະ ສ້າງ ເຂື່ອນ ດອນສະໂຮງ ນັ້ນ ບໍ່ມີ ຄວາມໝາຍ ຫຍັງ, ສຳລັບ ຄຳສເນີ ຂອງ ປະເທສ ເພື່ອບ້ານ ທີ່ໃຫ້ ທາງການ ລາວ ສຶກສາ ເຣຶ່ອງ ຜົລກະທົບ ທີ່ ອາຈ ເກີດຂຶ້ນ ຢ່າງ ຄົບຖ້ວນ ຮອບ ດ້ານ, ຖ້າຫາກ ເຂື່ອນນັ້ນ ຖືກສ້າງ ຂຶ້ນ ແລະ ທາງການ ລາວ ຖືເບົາ ໃນຄຳ ຮຽກຮ້ອງ ຂອງ ອົງການ ປົກປ້ອງ ສິ່ງແວດລ້ອມ ແລະ ຊຸມຊົນ ໃນ ປະເທສ ເຂດ ລຸ່ມ ແມ່ນ້ຳຂອງ ທີ່ ກັງວົນ ນຳ ຜົລກະທົນ ຢ່າງ ຮຸນແຮງ ທີ່ ຈະເກີດຂຶ້ນ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.