ທາງການມີປະຊຸມກັບພາກ ສັງຄົມ

ມະນີຈັນ
2016.05.27
F-meeting ກອງປະຊຸມ ຣະຫວ່າງ 3 ກະຊວງ ແລະ ອົງການຈັດຕັ້ງ ທາງສັງຄົມ 8 ແຂວງພາກເໜືອ ທີ່ແຂວງຫຼວງພຣະບາງ
RFA/LX

ກະຊວງປ້ອງກັນຄວາມສງົບ ກະຊວງ ການຕ່າງປະເທດ ແລະ ກະຊວງພາຍໃນ ຂອງລາວ ຈັດກອງປະຊຸມ ພົບປະ ກັບອົງການ ຈັດຕັ້ງ ທາງສັງຄົມ 8 ແຂວງ ພາກເໜືອ ທີ່ ແຂວງຫຼວງພຣະບາງ ເມື່ອ ວັນທີ 24-25 ພຶສພາ 2016 ຖ້າມກາງ ທີ່ ອົງການ ຈັດຕັ້ງ ທາງສັງຄົມ ໃນລາວ ມີຄວາມກັງວົນ ວ່າພວກຕົນ ຈະນັບມື້ ຖືກຈຳກັດ ຮັດແຄບ ເຂົ້າ.

ຕົວແທນ ອົງການຈັດຕັ້ງ ທາງສັງຄົມ ໃນ ແຂວງພາກເໜືອ ທີ່ເຂົ້າຮ່ວມ ກອງປະຊຸມ ນັ້ນ ກ່າວຕໍ່ RFA ໃນວັນທີ 26 ພຶສພາ ນີ້ວ່າ ຈຸດປະສົງ ຂອງ ກອງປະຊຸມ ໃນຄັ້ງນີ້ ກໍ່ແມ່ນ ເພື່ອແລກປ່ຽນ ຄວາມຄິດເຫັນ ແລະ ແບ່ງປັນ ປະສົພການ ຂອງອົງການ ຈັດຕັ້ງ ທາງສັງຄົມ ທີ່ ໄດ້ປະຕິບັດ ໃນລະຍະ ຜ່ານມາ ເພື່ອນຳສເນີ ຂໍ້ຫຍຸ້ງຍາກ ແລະ ຣາຍງານ ບັນຫາຕ່າງໆ ຕໍ່ກະຊວງ ດັ່ງກ່າວ ພ້ອມທັງ ປຶກສາຫາລື ບັນຫາຕ່າງໆ ນໍາດ້ວຍ:

"ເປັນການພົບປະ ຣະຫວ່າງ ພາກຣັຖ ກັບພາກ ອົງການ ຈັດຕັ້ງ ທາງສັງຄົມເນາະ ລະກະ ແລກປ່ຽນ ຄຳຄິດເຫັນ ຂອງແຕ່ລະ ໜ່ວຍງານ, ແຕ່ລະ ສະມາຄົມ, ແຕ່ລະ ມູລນິທິ ທີ່ໄດ້ຮັບ ການຊ່ວຍເຫຼືອ. ພາກສ່ວນໃດ ມີບັນຫາ ອັນໃດຜ່ານ ມາເນາະ, ອັນໃດ ຫຍຸ້ງຍາກເນາະ ທີ່ວ່າພົວພັນ ກັບພາກຣັຖ ລະກະພາກສ່ວນ ກ່ຽວຂ້ອງ ກະ ໃຫ້ນຳ ມາສເນີ ຫັ້ນນ່າ".

ທ່ານກ່າວ ຕື່ມວ່າ, ບັນຫາເດັ່ນ ທີ່ໄດ້ ສົນທະນາ ກັນ ກໍ່ແມ່ນ ການປະຕິບັດ ຣະບຽບ ການຄຸ້ມຄອງ ອົງການ ຈັດຕັ້ງ ທາງສັງຄົມ ແລະ ໃນສາຍຕາ ຂອງ ທາງການລາວ ທີ່ມີຕໍ່ ອົງການ ຈັດຕັ້ງ ທາງສັງຄົມ ໃນລາວ ຊຶ່ງ ທາງການ ມັກຈະຣະແວງ ສົງໄສ ໃນ ຈຸດປະສົງ ຂອງ ຜູ້ໃຫ້ທຶນ ເພາະ ຜູ້ໃຫ້ທຶນ ສ່ວນໃຫ່ຽ ບໍ່ຢາກ ໃຫ້ທຶນ ແກ່ອົງການ ຜ່ານຣັຖບານ ທີ່ມີຂັ້ນຕອນ ຫຍຸ້ງຍາກ ແລະ ແກ່ຍາວ:

"ປະຈຸບັນນີ້ ກະຮູ້ວ່າ ຜູ້ໃຫ້ທຶນ ເນາະ, ປະເທດ ຜູ້ໃຫ້ທຶນ ເພິ່ນ ກະປະກາດ ຢ່າງຊັດເຈນ ແລ້ວວ່າ ເພິ່ນຈະໃຫ້ທຶນ ໂດຍກົງ ໂດຍຜ່ານ ລົງມາຍັງທາງ ສະມາຄົມ ຫັ້ນນ່າ ຫຼືວ່າ ມູນນິທິ ຕ່າງໆຫັ້ນນ່າ. ອັນນີ້ ກະເປັນ ບາດກ້າວນຶ່ງ, ແຕ່ວ່າ ເພິ່ນກະເປັນຫ່ວງ ເປັນໄຍ ເນາະ ກັບທາງ ຜູ້ໃຫ້ທຶນ ເພິ່ນກະຄ້າຍໆ ກັບວ່າ ຜູ້ໃຫ້ທຶນນີ້ ອາຈມີ ຈຸດປະສົງ ອື່ນບໍ່? ຫັ້ນນ່າ".

ໃນຂນະ ດຽວກັນ RFA ກໍ່ມີໂອກາດ ສຳພາດ ເຈົ້າໜ້າທີ່ ກະຊວງພາຍໃນ ທ່ານນຶ່ງ ທີ່ ຂໍສງວນຊື່ ວ່າ ມັນມີຄວາມ ຈຳເປັນ ທີ່ຕ້ອງມີ ຣະບຽບການ ທີ່ ເຄັ່ງຄັດ ໃນການ ຄຸ້ມຄອງ ອົງການ ຈັດຕັ້ງ ທາງສັງຄົມ ໃນ ທົ່ວປະເທດ ເພື່ອໃຫ້ ທຸກຝ່າຍ ເຄື່ອນໄຫວ ວຽກງານ ໄປ ຕາມຣະບຽບ ກົດໝາຍ:

"ໃນອະນາຄົດ ສົມມຸດວ່າ ຜູ້ໃຫ້ທຶນ ໃຫ້ເງິນ ສະມາຄົມແລ້ວ ເອົາເງິນໃຫ້ ສະມາຄົມ, ສະມາຄົມ ໜີເລີຍ ຊີ້ເດ ບໍ່ມີໃຜ ຮັບຜິດຊອບໃດ໋ ຄັນບໍ່ກຳນົດ ຫັ້ນນ່າ. ອັນທີ 1 ກະຄ້ຳປະກັນວ່າ ເງິນ ທີ່ຜູ້ໃຫ້ທຶນ ໃຫ້ມາ ຈະຖືກນຳໃຊ້ ກັບ ວັດຖຸປະສົງ. ອັນທີ 2 ກະຄື ຜູ້ທີ່ຮັບເງິນ ໄປກະຕ້ອງ ນຳໃຊ້ເງິນ ໃຫ້ມີ ປະສິດທິຜົນ ແລະ ກວດສອບໄດ້ ຫຼືວ່າ ນຳໃຊ້ ເງິນ ໃຫ້ມັນ ຖືກຕ້ອງ. ອັນນີ້ມັນກະເປັນ ຂະບວນການ ນຳໃຊ້ເງິນ ທົ່ວໄປຢູ່ແລ້ວ ເນາະ".

ກ່ອນໜ້ານີ້ ອົງການ ຈັດຕັ້ງສາກົນ ແລະ ອົງການ ຈັດຕັ້ງ ທາງສັງຄົມ ໃນລາວ ກໍ່ມີຄວາມ ເປັນຫ່ວງວ່າ ຣະບຽບການ ຕ່າງໆ ຂອງ ທາງການລາວ ທີ່ຫຍຸ້ງຍາກ ຫລາຍ ຂັ້ນຕອນ ແລະແກ່ຍາວ ອາຈເຮັດໃຫ້ ການພັທນາ ໃນຫຼາຍດ້ານ ຊັກຊ້າ ແລະ ຖ່ວງດຶງ ການຂຍາຍ ຄຸນນະພາບ ຂອງ ສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.