ທາງການເຂັ້ມງວດເຟສບຸກ ຜູ້ ຜິດກົດ
2015.10.14
ເຈົ້າຫນ້າທີ່ ກະຊວງ ຮັກສາ ຄວາມສງົບ ລາວ ທ່ານນຶ່ງ ກ່າວວ່າ, ຣັຖບານ ລາວ ຈຳເປັນຕ້ອງ ລົງໂທດ ຜູ້ໃຊ້ ສື່ສັງຄົມ ອອນລາຍ, ທີ່ ສະແດງ ຄວາມເຫັນ ໃນເຣື້ອງ ການເມືອງ ຕໍ່ຕ້ານ ພັກ-ຣັດ, ລົງຮູບ ໂປ້, ໃຊ້ ພາສາ, ບໍ່ສຸພາບ ເພາະເປັນ ການຣະເມີດ ກົດຫມາຍ, ຈື່ງໄດ້ ເຂັ້ມງວດ ນໍາ ເຟສບຸກ ຂອງກຸ່ມ ດັ່ງກ່າວ. ດັ່ງ ທ່ານ ກ່າວວ່າ:
"ຫ້າມແລ້ວ ຕົວນັ້ນ ກ່ຽວກັບ ການເມືອງ ການລົງ ເຟສບຸກ ກໍຕ້ອງ ຢູ່ ໃນ ຂອບເຂດ ປະຊາຊົນ ຈຳນວນ ນື່ງ ກໍເຂົ້າໃຈ ຮັບຮູ້ ແລະ ປະຕີບັດ ຈຳນວນ ນຶ່ງ ກະບໍ່ຮູ້ ແລະ ອີກ ຈຳນວນນື່ງ ແມ່ນກຸ່ມ ບໍ່ຫວັງດີ ຕໍ່ ປະເທດຊາດ ບ້ານເມືອງ ຂອງ ພວກເຮົາ ກໍຕ້ອງ ອີງໃສ່ ຣະບຽບ ກົດຫມາຍ".
ໃນຂນະ ດຽວກັນ ເຈົ້າຫນ້າທີ່ ຣັດວິສາຫະກິດ ໂທຣະຄົມ ມະນາຄົມ ລາວ, ຊຶ່ງ ເປັນຜູ້ ບໍຣິການ ເຄື່ອຂ່າຍ ອິນເຕີແນັດ ໃນລາວ ກໍເວົ້າ ແບບດຽວກັນ ວ່າ ຖ້າຫາກ ປະຊາຊົນ ສະແດງ ຄວາມຄິດ ຄວາມເຫັນ ບໍ່ດີຕໍ່ ພັກ-ຣັຖ ກໍຈະຖືກ ຫນ່ວຍງານ ຄວາມ ຫມັ້ນຄົງ ເອີ້ນ ໄປອົບຮົມ ທາງ ບໍຣິສັດ ບໍ່ມີສິດ ບລ໊ອກ ເວັບໄຊ ຈະຕ້ອງ ເປັນ ຄຳສັ່ງ ຈາກ ທາງການ:
"ຢູ່ ລາວ ນີ້ ຖ້າຜູ້ໃດ ໃຊ້ ບໍ່ຖືກ ກົດຫມາຍ ເຂົາຈະຮ້ອງ ໄປ ອົບຮົມ ເລີຍ ຣັຖບານ ຈະ ເປັນ ຄົນຮ້ອງ ບໍ່ແມ່ນເຮົາ ເປັນຜູ້ ບລ໊ອກ ຕ້ອງແມ່ນ ຜູ້ໃຫຍ່ ເປັນຄົນ ສັ່ງ ການມາ ເພິ່ນ ຈະຮ້ອງຂໍ ຕ່າງຫາກ ມັນບໍ່ຄື ປະເທດ ອື່ນ".
ສຳລັບ ການໃຊ້ Single Gateway ຫລື ການຮ່ວມ ຊ່ອງທາງ ຈະຣະຈອນ ອິນເຕີເນັດ ປະຕູດຽວ ທີ່ ຈີນ ໃຊ້ ນັ້ນ ສປປລາວ ຍັງບໍ່ທັນ ໃຊ້ ເທື່ອ. ຜູ້ທີ່ ເຟສບຸກ ເຄີຍຖືກ ກວດກາ ເຂັ້ມງວດ ມາແລ້ວ ເວົ້າວ່າ:
"ຫ້າມ ບໍ່ໃຫ້ ປະຊາຊົນ ຕໍ່ຕ້ານ ເພິ່ນ ຈັ່ງຊັ້ນ ຈັ່ງຊີ້ ມັນບໍ່ແມ່ນ ຕໍ່ຕ້ານ ໃຫ້ເພິ່ນ ປ່ຽນແປງ ການປົກຄອງ ພຽງຂໍໃຫ້ ມີການ ກວດສອບ ທີ່ດີຂື້ນ ກວ່ານີ້ ອັນນີ້ ຂ້າຣາຊການ ກໍກິນ ຕັ້ງແຕ່ ຂັ້ນບ້ານ ຫາ ຂັ້ນເທິງ ຢາກ ຮ້ອງຫາ ຄວາມ ເປັນທັມ ຣັຖທັມມະນູນ ກໍມີ ແຕ່ວ່າ ໃຫ້ຜູ້ມີ ອຳນາດ ຫລື ຜູ້ຂຽນ ໃຊ້ ປະຊາຊົນ ຕ້ອງ ນຳໃຊ້ ອັນນີ້ ເຮົາຊິເວົ້າ ຫຍັງ ກໍຫາວ່າ ຂາຍຊາດ ແລ້ວ ຜູ້ທີ່ ຂາຍຊາດກິນ ຢູ່ ທຸກມື້ນີ້ ມັນ ແມ່ນຜູ້ໃດ".
ຄົນລາວ ທ່ານນີ້ ໃຫ້ ການ ຢືນຢັນ ວ່າ ຈະໃຊ້ ສື່ອອນລາຍ ສະແດງ ຄວາມເຫັນ ຕໍ່ໄປ ເພາະ ຖ້າຖືກ ປິດ ຫລື ກີດກັ້ນ ກໍ ເປີດຄືນ ໃຫມ່. ການໃຊ້ ເຟສບຸກ ເປັນ ທີ່ ນິຍົມ ໃນລາວ ເຖີງແມ່ນວ່າ ທາງການ ລາວ ຈະ ຄວບຄຸມ ຢ່າງ ເຂັ້ມງວດ ກໍຕາມ.