ຊາວລາວຂໍໃຫ້ຜູ້ນໍາ ຊຸດໃໝ່ ແກ້ບັນຫາປາກທ້ອງ
2021.03.09

ປະຊາຊົນລາວຫວັງຈາກ ຣັຖບານລາວຊຸດໃໝ່ ໃນການແກ້ໄຂບັນຫາຊີວິດການເປັນຢູ່ ມາເປັນອັນດັບຕົ້ນໆ. ປັຈຈຸບັນທັງຣາຄາ ອາຫານການກິນ, ນໍ້າມັນ, ໄຟຟ້າ ຕ່າງກໍຂື້ນຣາຄາ.
ໃນຂນະທີ່ຜົລກະທົບ ຂອງໂຄວິດ-19 ມາຊໍ້າຕື່ມເຮັດໃຫ້ການຄ້າຂາຍຫງຽບເຫງົາ , ຄົນຫວ່າງງານກໍເພີ່ມຂຶ້ນ ແລະບັນຫາສັງຄົມ ທັງການຂັດແຍ່ງທີ່ດິນ ແລະຢາເສບຕິດ ກໍບໍ່ມີທ່າທີ ວ່າຈະຫຼຸດລົງ. ດັ່ງຊາວເມືອງທ່າແຂກ ແຂວງຄຳມ່ວນ ໄດ້ໃຫ້ຄຳເຫັນຕໍ່ເອເຊັຽ ເສຣີ ເມື່ອວັນທີ 09 ມິນາ ວ່າ:
"ແມ່ນຫຍັງກະຂຶ້ນ ແມ່ນຫຍັງກະແພງ, ຢູ່ຫຼາຍຄົນແຕ່ວ່າລາຍຮັບນ້ອຍຫັ້ນນ່າ ຢາກໃຫ້ເພີ່ນປັບເຄື່ອງຂອງໃຊ້ ຕລາດແມ່ນຫຍັງ ໃຫ້ລົງປົກກະຕິ. ຄືວ່າແຫຼະເຄື່ອງມາແຕ່ໄທຍກະມາ ບໍ່ໄດ້ແມ່ນຫຍັງກະສວຍໂອກາດຂຶ້ນ."
ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ ໃນເຂດມະຫາວິທຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ສເນີໃຫ້ຣັຖບານຕິດຕັ້ງໄຟເຍືອງທາງ ໃນບໍຣິເວນເຂດມະຫາວິທຍາໄລ ເພາະເປັນຈຸດທີ່ມີ ນັກສຶກສາທຽວຫຼາຍ ທາງມືດ ເຊິ່ງຜ່ານມາກໍເກີດອຸບັດຕິເຫດຫຼາຍ.
"ຢາກໃຫ້ມີຫົນທາງ ໃຫ້ມັນແຈ້ງຂຶ້ນຕື່ມ. ອັນນີ້ມັນມືດທຶບໆເນາະ, ອາສັຍແຕ່ຮ້ານເຮົາ ເຮົາກະເປັ່ງເຕັມທີ່ແລ້ວໄຟກະດາຍ, ຄ່າໄຟ ມັນກະຫຼາຍຄືວ່າແຫຼະ ຄັນຣັຖບານຊ່ອຍມັນກະດີ ຄືກັນ ຄັນຮ້ານເຮົາມື້ໃດປິດ ກະມືດໝົດທີບ."
ປະຊາຊົນຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງໄດ້ສເນີເຖິງບັນຫາ ການອອກໃບຕາດິນ. ຜ່ານມາປະຊາຊົນສ່ວນຫຼາຍຍັງບໍ່ມີ ໃບຕາດິນຂອບທອງ. ໃນນະຄອນຫຼວງວຽງຈັນ ກໍເຊັ່ນກັນຫຼາຍຄອບຄົວ ໄດ້ແຕ່ໃບສິດນໍາໃຊ້.
"ມາດຽວນີ້ ປະຊາຊົນສ່ວນຫຼາຍ ບໍ່ທັນໄດ້ໃບຕາດິນຂອບທອງສ່ວນຫຼາຍ ແລ້ວກະບາງບ່ອນ ອັນນ່າຢູ່ນະຄອນຫຼວງກະຄືກັນ ຢາກໃຫ້ຍົກບັນຫາໂຕນີ້ແຫຼະ ຢາກໃຫ້ເພິ່ນ ສະສາງ."
ໃນຂນະທີ່ນັກວິຊາການ ວິເຄາະເຖິງການເລືອກຕັ້ງ ນາຍົກຣັຖມົນຕຣີ. ວ່າ ທ່ານ ສອນໄຊ ສີພັນດອນ ແລະ ທ່ານ ພັນຄຳ ວິພາວັນ ເປັນຜູ້ທີ່ຄາດວ່າ ຈະໄດ້ຖືກສເນີເຂົ້າເລືອກຕັ້ງ. ດັ່ງວິຊາການດ້ານ ເສຖສາດ ຈາກມະຫາວິທຍາໄລ ແຫ່ງຊາດ ໄດ້ໃຫ້ຄຳເຫັນວ່າ:
"ໂອກາດຜູ້ ທີ 2 ທ່ານ ພັນຄຳ ວິພາວັນ ຄືຊິສູງກວ່າ, ທ່ານ ສອນໄຊ ສີພັນດອນ, ວ່າມີບາງອັນທີ່ແບບ ບໍ່ຄັກປານໃດ ບໍ່ຄັກບໍ່ແນ່ ຖ້າທຽບໃສ່ ຜູ້ທີ 2 ມີ ບາຣະມີກວ່າ ຜູ້ທີ 2 ບໍ່ຄ່ອຍມີ ບັນຫາເຣື່ອງກ່ຽວກັບ ເສຖກິຈ ຜູ້ທີ 1 ຍັງບັນຫາເກົ່າໆ ຄ້າງຢູ່ ໜ້າຈະແມ່ນຜູ້ທີ 2 ຫຼາຍກວ່າ."
ນັກວິຊາການໄທຍ ເຫັນວ່າຣັຖບານລາວ ຊຸດໃໝ່ ຈະຍັງສືບຕໍ່ຄວາມສັມພັນ ທັງໃນດ້ານເສຖກິຈ-ສັງຄົມ ແລະການເມືອງຢ່າງແໜ້ນ ແຟ້ນໂດຍສະເພາະແມ່ນເຣື່ອງ ການຄ້າ-ການລົງທຶນ ຣະຫວ່າງລາວ-ໄທຍ ທີ່ມີອັດຕຣາຂຍາຍໂຕທຸກປີ. ດັ່ງເຈົ້າໜ້າທີ່ກົມສົ່ງເສີມ ການຄ້າຣະຫວ່າງປະເທດ ຫຼື DITP ກະຊວງການຄ້າ ປະເທດໄທຍ ໄດ້ກ່າວວ່າ.
"ຖ້າເບິ່ງໃນພາບລວມແລ້ວ ມູນຄ່າການຄ້າຣະຫວ່າງກັນ ກໍຈະເພີ່ມຂຶ້ນ ໂດຍຕລອດທຸກປີ ໂດຍສະເລັ່ຽແລ້ວ ກະຄືຂຍາຍໂຕເພີ່ມ ແຕ່ລະປີເກີນ 10% ຂຶ້ນໄປ."
ຮອງສາສດາຈານ ດຣ. ໂຍທິນ ສະແຫວງດີ ຈາກ ສະຖາບັນວິຈັຍ ປະຊາກອນແລະສັງຄົມ ມະຫາວິທຍາໄລ ມະຫິດົນ ກ່າວວ່າ ຣັຖບານລາວຊຸດໃໝ່ ກໍຍັງມິຄວາມສັມພັນທີ່ດີກັບ ໄທຍ ທັງໃນດ້ານການຄ້າ-ການລົງທຶນ ທີ່ຕ້ອງເພິ່ງພາອາສັຍກັັນ. ເນື່ອງຈາກໄທຍ ຕ້ອງໃຊ້ລາວ ເປັນທາງຜ່ານໃນການຂົນສົ່ງສິນຄ້າ ໄປຈີນ.
"ຣັຖບານໃໝ່ ຕໍ່ມານີ້ຈະໃຫ້ຄວາມສໍາຄັນກັບ ເສຖກິຈ, ເສຖກິຈມາກ່ອນ ສັງຄົມນະ. ຄວາມສັມພັນຣະຫວ່າງ ປະເທດຣະຫວ່າງໄທຍ ກັບລາວກໍຄົງຈະເໝືອນເດີມ ເພາະວ່າມັນເປັນ ເສຖກິຈທີ່ເພິ່ງພາ ກັນແລະກັນ ຖ້າເຮົາບໍ່ມີລາວແລ້ວ ສິນຄ້າຫຼາຍຢ່າງຂອງເຮົາກໍ ຂາດຕລາດ."
ທ່ານ ສົມພູ ດວງສະຫວັນ ຄະນະປະຈຳສະພາແຫ່ງຊາດ, ກັມມະການອະນຸກັມມະການ ເລຂານຸການໂຄສົກຂອງຄະນະກັມມະການ ເລືອກຕັ້ງຣະດັບຊາດ ຖແລງຕໍ່ສື່ມວລຊົນລາວ ເມື່ອວັນທີ 05 ມິນາ ວ່າ, ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ມີຈຳນວນທັງໝົດ 164 ຄົນ. ຈາກຜູ້ມີສິດເລືອກຕັ້ງ 4 ລ້ານ ປາຍຄົນ ກວມເອົາ 98,02% ຂອງ ຜູ້ມີສິດປ່ອນບັັດທັງໝົດ ແລະ ຈະໄດ້ຈັດກອງປະຊຸມ ປະຖົມມະລຶກ ໃນວັນທີ 22 ມິນາ ນີ້ ເພື່ອຕຽມຈັດຕັ້ງຣັຖບານ ຊຸດທີ 9 ໃນນັ້ນຈະມີການເລືອກຕັ້ງ ປະທານ ປະເທດ ແລະ ນາຍົກ ຣັຖມົນຕຼີ.